Ad

Ad

26 February 2016

ລັດຖະມົນຕີຕ່າງປະເທດມາເລເຊຍຈະມາຢ້ຽມຢາມລາວໃນລະຫວ່າງວັນທີ 27-29 ກຸມພານີ້


         ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ດາໂຕະ ສິຣິ ເອນິຟາ ເອມານ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ແລະ ຄະນະ ຈະເດີນທາງມາຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 27-29 ກຸມພາ 2016 ເພື່ອເສີມຂະຫຍາຍການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ສປປ ລາວ ແລະ ມາເລເຊຍ.
           ຊີວະປະຫວັດຫຍໍ້ທ່ານ ດາໂຕະ ສິຣິ ເອນິຟາ ເອມານ ຮານິບ ເອັມມານ (DATO’ SRI ANIFAH AMAN HANIFF AMMAN) ປີ 1979 ຈົບການສຶກສາທີ່ມະຫາວິທະຍາໄລບັກກິງແຮມ ປະເທດອັງກິດ ສາຂາວິຊາປັດສະຍາ, ເສດຖະກິດ ແລະ ກົດໝາຍ; 1991 ສະມາຊິກຄະນະກຳມະການຮັບຜິດ ຊອບຊົ່ວຄາວຂອງພັກອົງການແຫ່ງຊາດມາເລ ເຂດເລືອກຕັ້ງບິວຟອດ ແຂວງຊາ; 1994 ສສ ສັງກັດພັກອົງການແຫ່ງຊາດມາເລ ລົງສະໝັກເຂົ້າເປັນສະມາຊິກແນວຮ່ວມພັກ Barisan Nasional ເຂດເລືອກຕັ້ງ 22 Klias ເມື່ອກ່ອນຮູ້ຈັກໃນນາມເຂດ 36 Klias; 1994-1995 ຫົວໜ້າການເງິນ

ສັງກັດພັກອົງການແຫ່ງຊາດມາເລ ເຂດບິວຟອດ ແຂວງຊາບາ; 1994-1997 ຫົວໜ້າຄະນະກຳມະການເລືອກຕັ້ງເຂດເມືອງບິວຟອດ; 1999-2004 ສະມາຊິກລັດຖະສະພາ ສັງກັດພັກອົງການແຫ່ງຊາດມາເລ ສສ ເຂດບິວຟອດ ແຂວງຊາບາ; ມີນາ 2004-ປັດຈຸບັນ ສະມາຊິກລັດຖະສະພາ ສັງກັດພັກອົງການແຫ່ງຊາດມາເລ ສສ ເຂດຄິມານິດ ແຂວງຊາບາ; ກໍລະກົດ 2004- ປັດຈຸບັນ ຫົວໜ້າຮັບຜິດຊອບຄິມານິດ ຂອງພັກອົງການແຫ່ງຊາດມາເລ; 1999-2004 ດຳລົງຕຳແໜ່ງເປັນລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ; 2004-2008 ດຳລົງຕຳແໜ່ງເປັນລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳປູກຝັງ ແລະ ສິນຄ້າ; 2009-ປັດຈຸບັນ ດຳລົງຕຳແໜ່ງເປັນລັດຖະມົນຕີວ່າການ ກະຊວງການຕ່າງປະເທດມາເລເຊຍ.

No comments:

Post a Comment