Ad

Ad

26 February 2016

ກະຊວງ ຖວທ ສະຫລຸບວຽກງານກວດກາປະຈໍາປີ 2015

ກອງປະຊຸມສະຫລຸບວຽກງານກວດກາປະຈໍາປີ 2015 ແລະ ວາງແຜນການເຄື່ອນໄຫວວຽກງານປີ 2016 ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ), ໄດ້ຈັດຂຶ້ນໃນວັນທີ 25 ກຸມພານີ້ຢູ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງ ຖວທ, ມີທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາລັດຖະບານ, ທ່ານຮັກສາການຫົວໜ້າກົມກວດກາກະຊວງ ຖວທ, ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.
     ທ່ານຮອງຫົວໜ້າກົມກວດກາກະຊວງດັ່ງກ່າວ ກຽງແກ້ວ ສີລາພົມ ໄດ້ລາຍງານວ່າ:ຕະຫລອດໄລຍະໜຶ່ງປີຜ່ານມາ, ຄະນະພັກ-ຄະນະນໍາກະຊວງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາການເຄື່ອນໄຫວຕິດຕາມກວດກາວຽກງານຕາມສາຍຕັ້ງຢູ່ພະແນກ ຖວທ ແຂວງ ແລະ ບັນດາກົມ, ສະຖາບັນ, ກອງວິຊາການອ້ອມຂ້າງກະຊວງໄດ້ 36 ເປົ້ົາໝາຍ, ກວດກາຕາມຄໍາສັ່ງ 1 ເປົ້າໝາຍ, ກວດກາໂຄງການປະຕິສັງຂອນຫໍພິພິທະພັນວັດສີສະເກດທີ່ສະເໜີຊໍາລະໜີ້ແບບມີສ່ວນຫລຸດ 20-30% ໃຫ້ກະຊວງການເງິນ, ກວດກາຜົນການລົງທຶນຂອງລັດຢູ່ທ້ອງຖິ່ນ 8 ເປົ້າໝາຍ, ກວດກາການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດດ້ວຍຮູບການປະມູນ, ສົມທຽບລາຄາ ແລະ ປະເມີນຜົນສໍາເລັດຂອງໂຄງການລົງທຶນຂອງລັດປະຈໍາປີ 2014-2015 ຈໍານວນ 27 ໂຄງການ ລວມມີມູນຄ່າຫລາຍກວ່າ 59 ຕື້ກີບ, ໃນນີ້ທຶນພາຍໃນ 33 ຕື້ກີບ ແລະ ທຶນຕ່າງປະເທດຫລາຍກວ່າ 26 ຕື້ກີບ, ກວດກາເງິນງົບປະມານສົກປີ 2014-2015 ຂອງກະຊວງໄດ້ຮັບປະມານ 119 ຕື້ກວ່າກີບ, ສາມາດປະຕິບັດແຜນລາຍຈ່າຍງົບປະມານທັງໝົດ114 ຕື້ກວ່າກີບ, ໃນນີ້ມີ 4 ຫົວໜ່ວຍງົບປະມານສາມາດກຸ້ມຕົນເອງດ້ານລາຍຈ່າຍບໍລິຫານ, ດັດສົມວິຊາການ ແລະ ຫລາຍກົມກອງແມ່ນມີລາຍຮັບເລັກນ້ອຍ ເພື່ອຊ່ວຍວຽກບໍລິຫານ-ສົ່ງເສີມວິຊາການໄດ້ຈໍານວນໜຶ່ງ, ການຮັບເງິນຄ່າບໍລິການສ່ວນຫລາຍຜ່ານລະບົບຄັງເງິນແຫ່ງຊາດຕາມລະບຽບງົບປະມານວາງອອກ, ເກັບກໍາຂໍ້ມູນສະຖິຕິໂຄງການລົງທຶນຂອງລັດສົ່ງໃຫ້ກວດກາສູນກາງພັກ,ເກັບກໍາສະຖິຕິພະນັກງານຂັ້ນສູນກາງຄຸ້ມຄອງ ແລະ ພະນັກ ງານລັດຖະກອນປະຈໍາປີ 2015, ກວດກາເກັບກໍາຂໍ້ມູນ ແລະ ແກ້ໄຂປະກົດການຫຍໍ້ທໍ້ດ້ານວັດທະນະທໍາ ແລະ ທ່ອງທ່ຽວ ຢູ່ທ້ອງຖິ່ນໄດ້ 6 ແຂວງ ແລະ 2 ຫ້ອງການມໍລະດົກໂລກ, ຂຶ້ນແຜນຈັດຕັ້ງປະຕິບັດຍຸດທະສາດຕ້ານການສໍ້ລາດບັງຫລວງແຕ່ນີ້ຮອດປີ 2020,ຊຶ່ງກະຊວງ ຖວທ ໄດ້ກໍານົດຍຸດທະສາດວຽກງານຕ້ານການສໍ້ລາດບັງຫລວງໃນໄລຍະ 5 ປີ 2016-2020.

No comments:

Post a Comment