Ad

Ad

10 February 2015

ໄລຍະນີ້ ລາຄາສິນຄ້າຢູ່​ນະຄອນຫລວງມີການເໜັງຕີງ



ລາຄາສິນຄ້າໃນທ້ອງຕະຫລອດບ້ານເຮົາ ​ໃນ​ປັດຈຸບັນມີການຜັນຜວນ ​ແລະ ຫລາຍ​ປະ​ເພດ​ສິນຄ້າ​ມີລາຄາ​ແພງຂຶ້ນ, ດັ່ງນັ້ນ ນັກຂ່າວພວກເຮົາລົງໄປ ສອບຖາມຕົວຈິງຢູ່ຕະຫລາດທົ່ງຂັນຄຳ,  ຂົວດິນ ແລະ ຕະຫລາດໜອງ ຈັນ ໃນວັນທີ 9 ກຸມພານີ້, ເຫັນວ່າລາຄາພືດຜັກບາງປະເພດມີການເໜັງຕີງ​ຄື: ໝາກເພັດ ລາຄາ 26-28 ພັນ ກີບ/ ກິໂລ, ໝາກນາວ ລາຄາ 12-16 ພັນກີບ/ກິ ໂລ, ໝາກຖົ່ວລາຄາ 8-10 ພັນກີບ/ກິໂລ, ຜັກກາດ ລາ ຄາ 8-12 ພັນ ກີບ/ກິໂລ, ໝາກແຕງ, ໝາກເຂືອ, ຜັກສະລັດ, ຫອມປ້ອມ, ຜັກຊີ, ຫອມລາບ, ລາຄາ 4-5 ພັນກີບ/ກິໂລ, ໝາກ ເຫລັ່ນ, ກະລ່ຳ ລາຄາ 6-10 ພັນກີບ/ກິໂລ, ຜັກບົ້ງ, ຫອມບົ່ວ ລາຄາ 6 ພັນກີບ/ກິໂລ. ສຳລັບຊີ້ນງົວ ລາຄາ 75-80 ພັນກີບ/ ກິໂລ, ຊີ້ນໝູ 38-40 ພັນກີບ/ກິໂລ, ເປັດ-ໄກ່ 35-40 ພັນກີບ/ກິ ໂລ, ປາກະຊັງ ແລະ ປາດຸກພັນ 18-20 ພັນ ກີບ/ກິໂລ ແລະ ປາ
ທຳມະຊາດອື່ນໆ ກໍມີລາຄາແພງເຊັ່ນ ດຽວກັນ, ເຊິ່ງໄລຍະນີ້ ກໍເປັນໄລຍະຂອງ ການກະກຽມບຸນປີໃໝ່ຂອງຊາວຈີນ, ຫວຽດນາມເຮັດໃຫ້ຊາວຄ້າຂາຍຈຳນວນໜຶ່ງສວຍໂອກາດຂຶ້ນລາຄາ. ສະນັ້ນ ຈຶ່ງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຈົ່ງຊ່ວຍ ກັນເປັນເຈົ້າການຕິດຕາມກວດກາຢ່າງໄກ້ຊິດເພື່ອບໍ່ໃຫ້ເກີດບັນຫາ ຮ້າຍ​ແຮງອື່ນໆຕາມມາ.

No comments:

Post a Comment