Ad

Ad

10 February 2015

ດິນເຈື່ອນຖົມ ເດັກນ້ອຍເສຍຊີວິດ ຢູ່ບ້ານໂພນທັນ



     ສະມາຄົມ ອາສາກູ້ໄພ ນະຄອນຫລວງວຽງຈັນ ໃຫ້ຮູ້ໃນເບື້ອງຕົ້ນວ່າ: ໃນເວລາປະມານ 14:10 ໂມງ ຂອງວັນ ທີ 8 ກຸມພານີ້, ຢູ່ເຂດບ້ານໂພນທັນ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ, ໄດ້ເກີດເຫດ ດິນເຈື່ອນຖົມ ເດັກນ້ອຍ ຊື່ທ້າວ ສົມພົບ, ອາຍຸ14 ປີ, ຢູ່ບ້ານຫ້ວຍສ້າງສັນ, ເມືອງປະທຸມພອນ, ແຂວງຈຳປາສັກ ທີ່ມາເຮັດວຽກ ນຳພໍ່ແມ່ ແລະ ພັກເຊົາຢູ່ ເຂດກໍ່ສ້າງຂ້າງສູນການຄ້າລາວ-ໄອ ເຕັກ, ທຳອິດເດັກນ້ອຍຄົນດັ່ງກ່າວໄດ້ໄປນັ່ງເບິ່ງລົດຈົກ ທີ່ກຳລັງຈົກດິນໃນຂອບເຂດ ໃກ້ຄຽງ ແຕ່ເມື່ອ ເວລາຜ່ານໄປກອງດິນທີ່ລົດກຳລັງຈົກຢູ່ນັ້ນ ໄດ້ເຈື່ອນລົງມາຖັບທົມ ເດັກນ້ອຍຄົນດັ່ງກ່າວທີ່ພວມ ນັ່ງຫລິ້ນ ຢູ່ເຂດນັ້ນ, ​ເຖິງ​ວ່າຜູ້ເຫັນເຫດການໄດ້ພາກັນຊ່ວຍເຫລືອອອກຈາກດິນຖົມ ແຕ່ກໍບໍ່ສາມາດຊ່ວຍຊີວິດເດັກນ້ອຍຄົນດັ່ງກ່າວ ໄວ້ໄດ້ຈຶ່ງເຮັດໃຫ້ເສຍຊີວິດໃນເວລາຕໍ່ມາ.

No comments:

Post a Comment