Ad

Ad

10 February 2015

ຈຳຄຸກ 5 ປີຍ້ອນຢາບ້າ



     ສານນະຄອນຫລວງວຽງຈັນໄດ້ຕັດສີນລົງໂທດນາງ ທອງ ອາຍຸ 32 ປີຢູ່ບ້ານ ໂພນໄຮຄຳ, ເມືອງໄຊທານີ, ນະຄອນຫລວງວຽງຈັນໃຫ້ຈຳຄຸກເປັນເວລາ 5 ປີພ້ອມປັບໃໝເງິນ 10 ລ້ານກີບໃນຂໍ້ຫາຄ້າຢາເສບຕິດ, ໂດຍ ຜູ້ກ່ຽວຖືກເຈົ້າໜ້າ ທີ່ຈັບຕົວໄດ້ໃນຂະນະທີ່ພວມເອົາຢາບ້າໄປສົ່ງລູກຄ້າເມື່ອຕົ້ນ ເດືອນເມສາ 2014 ພ້ອມຂອງ ກາງຢາບ້າຈຳນວນ 7 ເມັດ, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ ຕາມລະບຽບກົດໝາຍ.
     ເຈົ້າໜ້າທີ່ໃຫ້ຮູ້ວ່າ: ນາງທອງໄດ້ເລີ່ມເສບ ແລະ ຂາຍຢາບ້າມາແຕ່ປີ 2013 ຜ່ານມາເຄີຍຖືກອຳ ນາດການປົກ ຄອງບ້ານນຳຕົວສຶກສາອົບຮົມໜຶ່ງຄັ້ງເພື່ອໃຫ້ ຜູ້ກ່ຽວຢຸດເຊົາພົວພັນກັບສິ່ງເສດຕິດອາໄວຍະມຸກຕ່າງໆ.

No comments:

Post a Comment