Ad

Ad

9 February 2015

ຮອງ​ນາຍົກ​ລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ລົງຊຸກ ຍູ້ແກ້ໄຂສະພາບແວດລ້ອມໂຮງງານແປ້ງມັນຕົ້ນແລະໂຄງການ ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳຂອງເມືອງ​ປາກ​ລາຍ.


              ໃນ​ຕອນບ່າຍ​ຂອງ​ວັນ​ທີ 7 ກຸມພານີ້, ທ່ານ ສົມ​ສະຫວາດ ​ເລັ່ງສະ ຫວັດ ​ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກ ງານ​ເສດຖະກິດການ​ຜະລິດ ​ແລະ ຈໍລະ​ຈອນ, ພ້ອມ​ດ້ວຍ​ຄະນະ ​​ແລະ ທ່ານ ຍັນຍົງ ສີ​ປະ​ເສີດ ຮອງ​ເຈົ້າ​ແຂ​ວງ​ໄຊ​ຍະ​ບູລີ, ຄະນະ​ນຳ​ຂອງ​ເມືອງ ປາກ​ລາຍໄດ້ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ເມືອງ​ປາກ​ລາຍ​ແຂວງ ​ໄຊ​ຍະ​ບູລີ, ເຊິ່ງກ່ອນອື່ນທ່ານ​ຮອງ​ນາຍົກ​ພ້ອມ​ຄະນະໄດ້​ລົງ​ຢ້ຽມຢາມ​ໂຮງງານ​ຜະລິດ​​ແປ້ງ​ມັນຕົ້ນສຳ​ເລັດ​ຮູບຂອງ​ບໍລິສັດກ້າວໜ້າຈຳກັດ ແລະ ໄດ້ຮັບ ຟັງການລາຍງານຈາກທ່ານ ເວ​ຢົງ​ເຊິ​ງ ອຳນວຍ​ການ​ໂຮງງານດັ່ງກ່າວ​ວ່າ: ບໍລິສັດ​ຂອງ​ຕົນ​ໄດ້ຮັບ​ການ​ສ້າງຕັ້ງຂຶ້ນ​ໃນ​ທ້າຍ​ປີ 2011 ແລະ ​ໄດ້​ດຳ​ເນີນ​ທຸລະ​ກິດ​ຖື​ກຕ້ອງຕາມ​ລະບຽບກົດໝາຍຂອງ​ລາວລວມ​ເຖິງ​ບັນຫາ​​ສິ່ງ​ແວດ​ລ້ອມ, ກຳລັງ​ການ​ຜະລິດ​ຂອງ​ໂຮງງານສາມາດ​ຜະລິດ​ໄດ້ 400 ໂຕນຕໍ່ວັນ, ແຕ່​ເນື່ອງ​ຈາກ​ໄຟຟ້າ​ບໍ່ພຽງພໍຈຶ່ງ​ຜະລິດ​ໄດ້​ແຕ່ 200 ໂຕນ ຕໍ່ວັນ​​​. ຜະລິດ​ຕະພັນ​ແປ້ງ​ສຳ​ເລັດ​ຮູບ​ແມ່ນ​ສົ່ງ​ອອກ​ຈຳໜ່າຍ​ໃຫ້​ຕະຫລາດປະ​ເທດຈີນເປັນ​ສ່ວນໃຫຍ່ ແລະສ່ວນໜຶ່ງຂາຍ ພາຍໃນປະ​ເທດ, ໂຮງງານມີກຳມະກອນ​ທັງໝົດ 180 ຄົນ, ໃນ​ນັ້ນ​ 80% ແມ່ນຄົນ​ລາວ, ສຳລັບ​ການ​ເກັບຊື້ມັນຕົ້ນຈາກ​ປະຊາຊົນເບື້ອງຕົ້ນ​ແມ່ນ​ມີ​ສັນຍາ​ເກັບຊື້ໃນ​ລາຄາ 500 ກີບຕໍ່ກິ​ໂລ, ແຕ່​ໃນ​ປັດຈຸ​ບັນຍ້ອນ​ວ່າ​ໂຮງງານ​ບໍ່ສາມາດ​ຜະລິດ​ໄດ້​
ຕາມ​ເປົ້າໝາຍບວກ​ໃສ່​ຜົນ​ຜະລິດ​ຂອງ​ປະ​ຊາ​ຊົນ​ມີ​ຈຳນວນຫລາຍບໍລິສັດ​ຈຶ່ງ​ບໍ່​ໄດ້​ຕໍ່ສັນຍາ​​ເກັບຊື້ກັບ​ປະຊາຊົນ​ຕື່ມ​ອີກ​ເຊິ່ງ ທາງ​ບໍລິສັດ​ຈະ​ມີ​ແຜນ​ແກ້​ໄຂ​ໃນຕໍ່ໜ້າ. ໂອກາດ​ນີ້, ທ່ານ​ຮອງ​ນາຍົກ ສົມສະຫວາດ ເລັ່ງສະຫວັດ ກໍ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍຕໍ່ກັບ​ບໍລິສັດ​ທີ່​ໄດ້​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ສ້າງ​ລາຍ​ຮັບ​ໃຫ້​ປະ​ຊາ​ຊົນ ທັງ​ປະກອບສ່ວນ​ພັດທະນາ​ເສດຖະກິດທ້ອງ​ຖິ່ນ​ໄດ້​ດີ​ສົມຄວນ, ແຕ່​ທ່ານ​ຮອງ​ນາຍົກ​ໄດ້​ເນັ້ນໃຫ້​ປະທານ​ບໍລິສັດ​ເລັ່ງ​ແກ້​ໄຂ​ບັນຫາ​ສິ່ງ​ແວດ​ລ້ວມ​ ໂດຍ​ສະ​ເພາະ​ແມ່ນບັນຫາ​ກິ່ນ​ເໝັນຈາກ​ການກຳຈັດ​ສິ່ງເສດ​ເຫລືອເປັນຕົ້ນ​ແມ່ນ​ເສດ​ເປືອກ​ຂອງ​ມັນຕົ້ນ ແລະ ​ການ​ບຳບັດ​ນ້ຳ​ເສຍ​ທີ່ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ປະຊາຊົນທີ່​ອາ​ໄສ​ຢູ່​ອ້ອມ​ຂ້າງ, ພ້ອມທັງ​ຢ້ຳຄືນອີກ​ວ່າກ່ຽວກັບ​ການ​ບຳບັດ​ນ້ຳ​ເສຍຂັ້ນສຸດ​ທ້າຍ​ກ່ອນ​ປ່ອຍ​ສູ່​ແຫລ່ງນ້ຳທຳ​ມະ​ຊາດ​ໃຫ້ໄດ້​ມາດຕະຖານ ຊຶ່ງຫາກ​ບໍລິສັດ​ບໍ່ຮີບຮ້ອນດຳ​ເນີນ​ການ​ແກ້ໄຂລັດຖະບານ​ຈະ​ມີ​ການ​ພິຈາລະນາ​ຄືນ​ໃໝ່ກ້າວ​ໄປ​ເຖິງການ​ສັ່ງ​ຢຸດ​ກິດຈະການ. ຈາກ​ນັ້ນ, ຮອງ​ນາ​ຍົກ​ລັດຖະມົນຕີ, ພ້ອມ​ຄະນະກໍ​ໄດ້​ຢ້ຽມຊົມ​ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳຂອງ​ບ້ານນາ​ສັກ-ບ້ານກົກ​ເຂົ້າດໍ. ເຊິ່ງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຈາກທ່ານ ບົວ​ວຽງ ຈຳປາ​ພັນ ຫົວໜ້າ​ໂຄງການ​ກໍ່ສ້າງ​​ໃຫ້​ຮູ້​ວ່າ: ໂຄງການ​ດັ່ງກ່າວ​ແມ່ນ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ໃນ​ທ້າຍ​ປີ 2012, ມາ​ຮອດ​ປັດຈຸ​ບັນ,​ ໄດ້​ສຳ​ເລັດ​ການກໍ່ສ້າງ​ແລ້ວປະມານ 70% ສ່ວນໜ້າວຽກທີ່​ຍັງເຫລືອມີຄື: ເທເສົາ​ຈຳນວນ 2 ຕົ້ນ ແລະ ເຊື່ອມ​ຕໍ່​ຂາງ​ຂົວຄວາມ​ຍາວທັງໝົດ​ແມ່ນ 365​ ແມັດ, ກວ້າງ11,40 ແມັດ, ລວມມູນ​ຄ່າຂອງ​ການກໍ່ສ້າງ​ທັງໝົດ190 ຕື້ກີບ. ຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ​ໃນ​ເດືອນມິຖຸນາທີ່​ຈະ​ມາ​ເຖິງ​ນີ້, ໂດຍໂຄງການ​ຕັ້ງຢູ່ລະ​ຫວ່າງບ້ານ​ນາ​ສັກ, ​ເມືອງປາກ​ລາຍ, ​ແຂວງ​ໄຊ​ຍະ​ບູລີ ຫາບ້ານກົກ​ເຂົ້າດໍ​ ເມືອງຊະນະ​ຄາມ ​ແຂວງວຽງຈັນ ໃນໂອກາດນີ້ ທ່ານ​ຮອງ​ນາ ຍົກລັດຖະມົນຕີໄດ້​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ໂຄງການທີ່​ເຫັນ​ວ່າການ​ດຳ​ເນີນ​ໂຄງການ​ມີ​ຄວາມຄືບໜ້າດີ, ທັງ​ເປັນ​ຂົວ​ຂ້າມ​ນ້ຳຂອງແຫ່ງ​ທຳ​ອິດ​ໃນ​ລາວທີ່​​ແມ່ນ​ບໍລິສັດ​ຂອງ​ຄົນ​ລາວ, ວິສະວະກອນ​ລາວ​ເປ​ັນຜູ້​ສ້າງ, ຖ້າ​ຂົວ​ແຫ່ງ​ດັ່ງກ່າວ​ສຳ​ເລັດຈະ​​ເປັນ​ຕົວ​ແບບ​ໃຫ້​ແກ່ໂຄງການ​ຕ່າງໆລວມທັງນັກວິສະວະກອນຂອງ​ລາວນຳດ້ວຍ.

No comments:

Post a Comment