Ad

Ad

10 February 2015

ປີຜ່ານມາ​ວຽກ​ງານ​​ແຮງ​ງານ​ແລະ​ສະ​ຫວັດ​ດີກາ​ນສັງຄົມ​ມີ​ຫຼາຍ​ດ້ານ​ພົ້ນ​ເດັ່ນ



          ກະຊວງ​ແຮງ​ງານ​ແລະ​ຫວັດ​ດີກາ​ນສັງຄົມ​ໃຫ້​ຮູ້ວ່າ: ​ໃນ​ໄລຍະ​ໜຶ່ງປີຜ່ານມາ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ໃນ​ຂະ​​ແໜງ​ການ​ ຂອງຕົນ​​ແມ່ນ​ເຮັດ​ໄດ້​ດີ​ພໍ​ສົມຄວນ,​​ ເຖິງ​ວ່າ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ​ທີ່​ກະ ທົບ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ລັດຖະກອນ​ກໍ​ຕາມ, ​ແຕ່​ໂດຍ​ລວມ​ແລ້ວ​ພະນັກງານ- ລັດຖະ ກອນ​ທຸກ​ຄົນ​ມີ​ແນວ​ຄິດ​ອຸ່ນ​ອ່ຽນ​ທຸ່ນ​ທ່ຽງ, ມີ​ຄວາມ​ສະຫງົບ ​ແລະ ຕັ້ງໜ້າ​ຈັດຕັ້ງປະຕິບັດ​ວຽກ​ງານ​ວິຊາ​ສະ​ເພາະ​ດ້ວຍ​ຄວາມ​ເປັນ​ເຈົ້າການ ​ແລະ ສາມາດ​ຍາດ​ໄດ້ຜົນ​ສຳ​ເລັດ​ຫຼາຍ​ດ້ານ​ຄື: ສຳ​ເລັດ​ການ​ນຳ​ສະ​ເໜີ ​ແລະ ຮັບ​ຮອງ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ​ສະບັບ​ປັບປຸງ​ຈາກ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ຄັ້ງທີ 6 ຊຸດ​ທີ VII, ສະ​ເໜີ​ລັດຖະບານ​ຮັບຮອງ​ດຳລັດ​ວ່າ​ດ້ວຍ​ຄົນ​ພິການ ​ແລະ ດຳລັດ 343/ນຍ ສະບັບ​ປັບປຸງ​ຕາມ​ຄຳ​ເຫັນ​ຂອງ​ກະ ຊວງ​ກ່ຽວຂ້ອງ  ​ແລະ ກະກຽມ​ນຳ​ສະ​ເໜີ​ເຂົ້າຜ່ານ​ກອງ​ປະຊຸມ​ລັດຖະ ບານ​ໃນ​ມໍ່ໆ​ນີ້. ການຈັດຕັ້ງປະຕິບັດ​​ໂຕ​ເລກຄາດໝາຍ​ສູ້​ຊົນ​ດ້ານ​ວິຊາ​ສະ​ເພາະ​ກໍ​ດຳ​ເນີນ​ໄປ​ຢ່າງ​ຕໍ່​ເນື່ອງ ​ເປັນຕົ້ນການ​ພັດທະນາ​ສີມື​ແຮງ​ງານ ​ເພື່ອ​ສະໜອງ​ໃຫ້​ຫົວໜ່ວຍ​ທຸລະ​ກິດ, ການ​ຜະລິດ ​ແລະ ​ໂຄງ ການ​ລົງ ທຶນ​ຕ່າງໆ ​ແມ່ນມີຄວາມພະຍາຍາມ​ສູງ; ການຈັດ​ຫາ​ວຽກ​ເຮັດ​ງານ​ທຳ​ໃຫ້​ແຮງ​ງານ​ລາວ​ຢູ່​ພາຍ​ໃນ ​ແລະ ສົ່ງ​ໄປ​ອອກ​ແຮງ​ງານ​ຢູ່​ຕ່າງປະ​ເທດກໍໄດ້ຫັນ ໄປດ້ານລະບຽບຫຼັກການສະນັ້ນຜູ້​ອອກ​ແຮງ​ງານ​ພາຍ​ໃນ ​ແລະ ຜູ້​ອອກ​ແຮງ​ງານ​ລາວ​ຢູ່​ຕ່າງປະ​ເທດ, ລວມທັງ​ຜູ້​ອອກ​ແຮງ​ງານ​ຕ່າງປະ​ເທດ​ຢູ່ ສປປ ລາວ ລ້ອນແຕ່ໄດ້​ຮັບ​ການ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຕາມ​ລະ ບຽບ​ກົດໝາຍ ​ແລະ ມີ​ຄວາມ​ສະຫງົບ; ຜູ້​ປະກັນ​ຕົນ ​ແລະ ຜູ້​ຢູ່​ໃຕ້​ການ​ດູ​ແລ​ໄດ້​ຮັບ​ການ​ປົກ​ປ້ອງ​ຢ່າງ​ຕໍ່​ເນື່ອງ ; ຂໍ້​ມູນ​ພະນັກງານປະຕິວັດ​ອາວຸ​ໂສ​ມີ​ຄວາມ​ຮັດກຸມ​ກວ່າ​ເກົ່າ ​ແລະ ການ​ປະຕິບັດ​ນະ​ໂຍບາຍ​ຕໍ່​ຜູ້​ມີ​ຜົນງານ ​ແລະ ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ​ໄດ້​ຮັບ​ການ​ຕອບ​ສະ ໜອງ​ດ້ານ​ງົບປະມານ​ຕາມ​ຄວາມ​ສາມາດ​ຕົວ​ຈິງ;
ວຽກ​ງານ​ສັງຄົມ​ສົງ​ເຄາະ​ສືບຕໍ່​ໄດ້​ຮັບ​ການ​ສະໜັບສະ ໜູນ, ໂດຍສະເພາະຜູ້​ປະສົບ​ໄພ​ທຳ​ມະ​ຊາດ ​ແລະ ຜູ້​ດ້ອຍ​ໂອກາດ​ທາງ​ສັງຄົມ​,ແຕ່ຄຽງ​ຄູ່​ກັນ​ນັ້ນ​ວຽກ​ງານ​​​ແຮງ​ງານ​ແລະ​ສະ​ຫວັດ​ດີກາ​ນກໍ​ຍັງ​ມີ​ບາງ​ດ້ານ​ທີ່ຈະຕ້ອງ ໄດ້ປັບ ປຸງແກ້ໄຂເປັນຕົ້ນ​ແມ່ນການຈັດຕັ້ງປະຕິບັດ​ບັນດາ​ໂຕ​ເລກ​ຄາດໝາຍ​ດ້ານ​ການ​ພັດທະນາ​ສີມື​ແຮງ​ງານ​ຍັງ​ບໍ່​ທັນ​ໄດ້​ຕາມ​ແຜນການ​ທີ່​ວາງ​ໄວ້; ການ​ສ້າງ​ມາດຕະຖານ​ສີມື​ແຮງ​ງານ ​ແລະ ການ​ເຮັດ​ທົດ​ສອບ​ສີມື​ແຮງ​ງານ​ໃນ​ຂະ​ແໜງ​ການ​ຕ່າງໆ​ມີ​ຄວາມ​ຄືບ​ໜ້າ​ຊ້າ; ການ​ສະໜອງ​ກຳລັງ​ແຮງ​ງານ​ໃຫ້​ຫົວໜ່ວຍ​ແຮງ​ງານ​ຕ່າງໆ​ຍັງ​ບໍ່​ທັນ​ໄປ​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫລາດ​ແຮງ​ງານ; ການ​ໂຄສະນາ​ເຜີຍ​ແຜ່​ລະບຽບ​ການ ​ແລະ ການ​ກວດກາ​ແຮງ​ງານ​ຕາມ​ຫົວໜ່ວຍ​ແຮງ​ງານ​ຕ່າງໆ​ຍັງ​ເຮັດ​ໄດ້​ໜ້ອຍ; ການ​ແກ້​ໄຂ​ແຮງ​ງານ​ຕ່າງປະ​ເທດ​ທີ່​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ເທົ່າ​ທີ່​ຄວນ; ການ​ສະໜອງ​ງົບປະມານ​ເຂົ້າ ກອງ​ທຶນ​ປະກັນ​ສັງ ຄົມ ​ເພື່ອ​ປະຕິບັດ​ນະ​ໂຍບາຍ​ຕາມ 8 ອຸດ​ໜູນ ​ໂດຍ​ສະ​ເພາະ​ການ​ເບີກ​ຈ່າຍ​ເງິນ​ເດືອນ​ພະນັກງານ​ບຳ ນານ ​ແລະ ​ເງິນ​ອຸດ​ໜູນ​ເສຍ​ອົງຄະ​ປະ​ເພດ​ຕ່າງໆ​ຍັງ​ຊັກ​ຊ້າ. ພ້ອມ​ກັນນີ້ ບໍລິສັດ​ຈຳນ ວນ​ໜຶ່ງ​ບໍ່​ໃຫ້ການ​ຮ່ວມ​ມື​ໃນ​ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ປະກັນ​ສັງຄົມ​ພາກ​ວິ​ສາ​ຫະກິດ; ການ​ສະ ໜອງ​ງົບປະມານ​ໃຫ້​ແກ່​ການ​ປະຕິບັດ​ນະ​ໂຍບາຍ 343/ນຍ ​ແລະ ​ໂຄງການ​ລົງທຶນ​ຕ່າງໆ​ບໍ່​ຄ່ອງ​ຕົວ ​ເຮັດ​ໃຫ້ການ​ປະຕິບັດ​ຄາດໝາຍ​ສູ້​ຊົນ​ດ້ານ​ຕ່າງໆ​ຊັກ​ຊ້າ; ​ເອກະສານ​ຂໍ​ຖອນ​ເງິນ​ໄດ້​ຮັບ​ການ​ອະນຸມັດ​ແລ້ວ ​ແຕ່​ຂອດ​ຊຳລະ​ສະ​ສາງ​ບໍ່​ສາມາດ​ຕອບ​ສະໜອງ​ໄດ້​ຕາມ​ແຜນ ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ວຽກ​ງານ​ພົບ​ກັບ​ຄວາມ​ຫຍຸ້ງຍາກ ລວມທັງ​ງົບປະມານ​ສະ ໜັບສະໜູນ​ການ​ປະຕິບັດ​ວຽກ​ງານ 3 ສ້າງ​ຍັງ​ຈຳກັດ​ຫລາຍ.

No comments:

Post a Comment