Ad

Ad

8 January 2016

ແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກຄົນໃໝ່

     ບ່າຍວັນທີ 7 ມັງກອນນີ້, ໄດ້ມີພິທີປະກາດການແຕ່ງຕັ້ງສະຫາຍ ຄຳຮຸ່ງ ເຮືອງວົງສີ ກຳມະການສູນກາງພັກ, ອະດີດເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກຄົນໃໝ່, ໃຫ້ກຽດເປັນປະທານຂອງສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາສະຫາຍຄະນະພັກ, ຄະນະຫ້ອງວ່າການ, ສະມາຊິກພັກ ແລະ ພະນັກງານຫລັກແຫລ່ງຫ້ອງວ່າການສູນກາງພັກເຂົ້າຮ່ວມ.

    ໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ໃຫ້ທິດຊີ້ນຳວ່າ: ການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກຄົນໃໝ່ນີ້ເປັນການເພີ່ມກຳລັງແຮງໃນການເຮັດວຽກຂອງຫ້ອງວ່າການສູນກາງພັກໃຫ້ມີຄວາມຄ່ອງຕົວໜັກແໜ້ນຫລາຍຂຶ້ນ, ພ້ອມກັນດັດແປງແກ້ໄຂບັນຫາທີ່ຄົງຄ້າງໃນໄລຍະຜ່ານມາໃຫ້ມີຜົນສຳເລັດສູງກວ່າເກົ່າ. ບັນດາສະຫາຍຄະນະພັກທົ່ວຫ້ອງວ່າການສູນກາງພັກຕ້ອງໃຫ້ການຮ່ວມມືຊ່ວຍເຫລືອແກ່ສະຫາຍ ຄຳຮຸ່ງ ເຮືອງວົງສີ ທີ່ຫາກໍມາປະຕິບັດໜ້າທີ່ໃໝ່, ພ້ອມກັນຕັ້ງໜ້າແຂ່ງຂັນສ້າງຂະບວນການດ້ານຕ່າງໆໃຫ້ມີການຫັນປ່ຽນຢ່າງແຂງແຮງ ເພື່ອຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກຫ້ອງວ່າການສູນກາງພັກ ແລະ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ທຸກປະການ.

     ສະຫາຍ ບຸນຍັງ ວໍລະຈິດ ໄດ້ຢ້ຳໃຫ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ສົມຄູ່ກັບພາລະບົດບາດຂອງຫ້ອງວ່າການສູນກາງພັກ ໂດຍການຈັດວາງພະນັກງານໃຫ້ພຽງພໍ ແລະ ແທດເໝາະຕາມວິຊາສະ ເພາະເພື່ອໃຫ້ການຈັດຕັ້ງມີຄວາມເຂັ້ມແຂງປະຕິບັດວຽກງານເປັນເສນາທິການໃຫ້ການນຳມີຄຸນນະ ພາບດີຂຶ້ນ. ສິ່ງສຳຄັນແມ່ນໃຫ້ເອົາໃຈໃສ່ບັນຫາລະບອບ, ແຜນວິທີເຮັດວຽກ, ລະບອບປະຊຸມປຶກສາຫາລືສ່ອງແສງລາຍງານພາຍໃນຄະນະພັກ-ຄະນະຫ້ອງວ່າການສູນກາງພັກ ກໍຄືຄະນະນຳທຸກຂັ້ນເພື່ອສືບຕໍ່ນຳພາພະນັກງານສະມາຊິກພັກໃນການປະຕິບັດໜ້າທີ່ນັບມື້ດີຂຶ້ນເລື້ອຍໆ.

No comments:

Post a Comment