Ad

Ad

11 January 2016

ການພັດທະນາອຸດສະຫະກໍາປຸງແຕ່ງຂອງລາວມີຜົນສໍາເລັດສູງ

5 ປີຜ່ານມາອຸດສະຫະກໍາປຸງແຕ່ງຂອງລາວໄດ້ຮັບການພັດທະນາ ແລະ ມີຜົນສໍາເລັດສູງ, ຫລາຍຫົວໜ່ວຍການຜະລິດໄດ້ມີໜໍ່ແໜງຫັນເປັນອຸດສະຫະກໍາທັນສະໄໝ, ໂດຍສະເພາະການສ້າງມູນຄ່າເພີ່ມ ແລະ ສ້າງວຽກເຮັດງານທໍາທີ່ມີການຂະຫຍາຍຕົວໄວເຊິ່ງມີລວມຍອດມູນຄ່າການຜະລິດຫລາຍກວ່າ 25 ພັນຕື້ກີບ, ອັດຕາຂະຫຍາຍຕົວສະເລ່ຍ 13% ຕໍ່ປີ, ໃນນັ້ນເດັ່ນກວ່າໝູ່ແມ່ນອຸດສະຫະກໍາການຜະລິດສະບຽງອາຫານ, ຮອງລົງມາແມ່ນຊິ້ນສ່ວນອາໄຫລ່, ແຮ່ທາດ, ເຄື່ອງດື່ມ ແລະ ອື່ນໆ, ໂດຍສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມພາຍໃນປະເທດໄດ້ຫລາຍກວ່າ 90%.

ຂະນະດຽວກັນການພັດທະນາດ້ານພື້ນຖານໂຄງລ່າງອຸດສະຫະກໍາປຸງແຕ່ງກໍນັບມື້ຂະຫຍາຍກວ້າງ ຂວາງ, ມາຮອດປັດຈຸບັນສາມາດຈັດສັນ ແລະ ກໍານົດເຂດອຸດສະຫະກໍາແລ້ວຫລາຍກວ່າ 18 ພັນເຮັກຕາ, ໃນນັ້ນດິນລັດຫລາຍກວ່າ 13 ພັນເຮັກ ແລະ ເອກະຊົນຫລາຍກວ່າ 5 ພັນເຮັກຕາເພື່ອຮອງຮັບການເກີດຂຶ້ນຂອງໂຮງຈັກໂຮງງານທີ່ມີແລ້ວ ແລະ ຈະເກີດຂຶ້ນໃໝ່ໃນຕໍ່ໜ້າ.
ໃນສົກປີ 2012-2013 ໄດ້ມີໂຮງຈັກໂຮງງານ 206 ແຫ່ງທີ່ດໍາເນີນການຜະລິດພາຍໃນເຂດຈັດສັນດັ່ງກ່າວ ແລະ ໄດ້ສ້າງເຂດນິຄົມອຸດສະຫະກໍາຂຶ້ນສອງແຫ່ງຄື: ເຂດນິຄົມອຸດສະຫະກໍາ-ການຄ້າວຽງຈັນໂນນທອງ, ມີເນື້ອທີ່ປະມານ 110 ເຮັກຕາ, ປັດຈຸບັນການພັດທະນາມີຄວາມຄືບໜ້າຫລາຍກວ່າ 60% ແລະ ມີເກືອບ 40 ບໍລິສັດເຂົ້າມາຈົດທະບຽນແລ້ວລວມມີມູນຄ່າການລົງທຶນເກືອບ 50 ລ້ານໂດລາສະຫະລັດ, ເຂດອຸດສະຫະກໍານະຄອນຫລວງວຽງຈັນຫລັກ 21 ມີເນື້ອທີ່ 2 ພັນເຮັກຕາ, ມາຮອດປັດຈຸບັນມີໂຮງຈັກໂຮງງານເຂົ້າໄປຕັ້ງແລ້ວຫລາຍກວ່າ 30 ແຫ່ງ ແລະ ເຂດພັດທະນາອື່ນໆກໍເຫັນວ່າມີການເຂົ້າໄປລົງທຶນສ້າງຕັ້ງໂຮງຈັກໂຮງງານຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດຢ່າງເປັນຂະບວນຟົດຟື້ນ, ເດັ່ນກວ່າໝູ່ແມ່ນຂະແໜງປຸງແຕ່ງອາຫານ, ເຄື່ອງດື່ມ, ວັດສະດຸກໍ່ສ້າງ ແລະ ອື່ນໆ, ປັດຈຸບັນການຜະລິດເຄື່ອງດື່ມປະເພດເຫລົ້າເບຍສະໜອງໄດ້ 100%, ນໍ້າດື່ມ, ນໍ້າຫວານກວມຫລາຍກວ່າ 90%, ຊີມັງກວມປະມານ 65%, ເຫລັກເສັ້ນກວມປະມານ 25% ຂອງຄວາມຕ້ອງການທັງໝົດ, ສ່ວນອຸດສະຫະກໍາປຸງແຕ່ງທີ່ເກີດຂຶ້ນໃໝ່ກໍມີຫລາກຫລາຍເຊັ່ນ: ໂຮງງານຜະລິດເສັ້ນໄໝແລະແຜ່ນແພ, ໂຮງງານຜະລິດຫົວອາຫານສັດ, ໂຮງງານປຸງແຕ່ງຊີ້ນ, ໂຮງ ງານຜະລິດນໍ້າຕານ, ຢາງພາລາ, ກາເຟ, ຄັ່ງ, ຢາງແປກ, ເກືອກາລີ ແລະ ອື່ນໆ. ສ່ວນການຜະລິດຫັດຖະກໍາໃນໄລຍະ 5 ປີ ຜ່ານມາກໍມີລວມຍອດມູນຄ່າປະມານ 2.850 ຕື້ກີບ,ຂະຫຍາຍຕົວສະເລ່ຍປະມານ 15% ຕໍ່ປີ, ອັນໄດ້ເຮັດໃຫ້ສີນຄ້າຫັດຖະກໍາຂອງປະຊາຊົນບັນດາເຜົ່າທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນໄດ້ຮັບການພັດທະນາທາງດ້ານລວດລາຍ ແລະ ສີໄມ້ລາຍມືສວຍງາມດີຂຶ້ນເປັນກ້າວໆ, ອັນພົ້ນເດັ່ນແມ່ນມີຫລາຍຜະລິດຕະພັນໄດ້ຮັບລາງວັນຈາກການປະກວດທັງຢູ່ພາຍໃນ ແລະ ລະດັບພື້ນ, ປັດຈຸບັນທົ່ວປະເທດມີໂຮງງານຫັດຖະກໍາຫລາຍກວ່າ 4.200 ແຫ່ງ ແລະ ມີຕະຫລາດສົ່ງອອກຕົ້ນຕໍຄື: ຍີ່ປຸ່ນ, ເອີຣົບ ແລະ ອາເມລິກາ, ໃນນັ້ນຜ້າຝ້າຍ, ຜ້າໄໝມ້ອນຍ້ອມດ້ວຍສີທໍາມະຊາດແມ່ນສີນຄ້າທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງທັງຕະຫລາດພາຍໃນ ແລະ ຕ່າງປະເທດ.

No comments:

Post a Comment