Ad

Ad

11 January 2016

ປກສ ​ເມືອງສີສັດຕະນາກສາມາດຈັບໂຈນຊິງ​ຊັບຕົວອັນຕະລາຍມາດໍາເນີນຄະດີ

ເມື່ອທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ອອກມາຖະແຫລງຜົນການຈັບຕົວທ້າວ ໂພຄໍາ ຫານຊະນະ ອາຍຸ 32 ປີ ແລະ ນາງ ບຸນມີ (ກີ້) ອາຍຸ 21 ປີ ທັງສອງຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ, ພາຍຫລັງພວກກ່ຽວຮ່ວມກັນລົງມືກໍ່ເຫດດຶງສາຍຄໍຄໍາໜັກ 10 ບາດຂອງພົນລະເມືອງຢູ່ເສັ້ນທາງຄູວຽງໃນເວລາປະມານ 19:00 ໂມງຂອງວັນທີ 3 ມັງກອນ 2016 ແລ້ວພາກັນຂີ້ລົດຈັກຫລົບໜີໄປທາງວົງວຽນໂຮງໝໍ 5 ເມສາ, ຫລັງຈາກນັ້ນເຈົ້າຂອງຊັບຈຶ່ງໄດ້ຂັບລົດໃຫຍ່ໄລ່ຕາມຕໍາເອົາທ້າຍລົດຈັກທັງສອງລົ້ມລົງ, ແຕ່ທັງສອງໄດ້ພາກັນແລ່ນລົບໜີໄປຕາມເສັ້ນທາງບ້ານສີເມືອງ, ເຈົ້າໜ້າທີ່ຈຶ່ງໄດ້ຈັດກໍາລັງໄລ່ຕິດຕາມຈັບ
ຕົວທ້າວ ໂພຄໍາ ໄດ້ກ່ອນ, ສ່ວນນາງ ບຸນມີ ແມ່ນຜູ້ປົກຄອງພາມາມອບຕົວຕໍ່ເຈົ້າໜ້າທີ່ໃນເວລາຕໍ່ມາ.
ທ່ານຫົວໜ້າກອງສືບສວນ-ສອບສວນ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ທັງສອງຄົນແມ່ນເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ມາດົນແລ້ວ, ເນື່ອງຈາກທັງສອງເຄີຍຮ່ວມກັນກໍ່ເຫດຊີງຊັບພົນລະ ເມືອງມາແລ້ວຫລາຍຄັ້ງ.
            ​ເຈົ້ັ້າໜ້າທີ່ໄອຍະການສານປະຊາຊົນໃຫ້ຮູ້ວ່າ: ສໍາລັບການກໍ່ເຫດຊິງຊັບແມ່ນຈະຖືກລົງໂທດຕາມແຕ່ລະກໍລະນີໜັກ-​ເບົາ,​ ແຕ່ສໍາລັບກໍລະນີຄະດີຊິງຊັບລາຍນີ້ອາດຈະຖືກສານຕັດສີນຈໍາຄຸຫລາຍກວ່າ 3 ປີ.


No comments:

Post a Comment