Ad

Ad

11 January 2016

ຖະແຫລງການຂອງໂຄສົກກະຊວງການຕ່າງປະເທດລາວ

ສປປ ລາວ ສະແດງຄວາມເປັນຫວ່ງຮ່ວມກັບວົງຄະນະຍາດສາກົນຕໍ່ກັບເຫດການທົດລອງນິວເຄລຍໃຕ້ດິນໂດຍ ສປປ ເກົາຫລີ ໃນວັນທີ 6 ມັງກອນ 2016, ເຊິ່ງການທົດລອງດັ່ງກ່າວເປັນການຂັດກັບຍັດຕິຕ່າງໆຂອງສະພາຄວາມໝັ້ນຄົງ ສປຊ, ເຊິ່ງອາດຈະເຮັດໃຫ້ຄວາມເຄັ່ງຕຶງໃນແຫລມເກົາຫລີເພີ່ມຂຶ້ນ. ສປປ ລາວ ຢືນຢັນທັດສະນະອັນສະເໝີຕົ້ນສະເໝີປາຍຂອງຕົນໃນການສະໜັບສະໜູນໃຫ້ແຫລມເກົາຫລີມີສັນຕິພາບ,ສະຖຽນລະພາບ ແລະ ເປັນເຂດປອດອາວຸດນິວເຄລຍ, ພ້ອມທັງການແກ້ໄຂບັນຫາຂໍ້ຂັດແຍ່ງໂດຍສັນຕິວິທີ ແລະ ຜ່ານການເຈລະຈາແບບສ້າງສັນ ແລະ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງໃຊ້ຄວາມພະຍາຍາມຮ່ວມກັນເພື່ອປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ,ພ້ອມທັງສ້າງສະພາບແວດລ້ອມທີ່ເອື້ອອໍານວຍນໍາໄປສູ່ການຟື້ນຟູການເຈລະຈາ 6 ຝ່າຍແນໃສ່ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນໂດຍລວມ.

No comments:

Post a Comment