Ad

Ad

11 January 2016

ຖະແຫລງການຂອງລັດຖະມົນຕີຕ່າງປະເທດອາຊຽນວ່າດ້ວຍການທົດລອງນິວເຄລຍໂດຍ ສປປເກົາຫລີ

ໃນວັນທີ 6 ມັງກອນ 2016 ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ( ສປປ ເກົາ ຫລີ), ໄດ້ທົດລອງລະເບີດນິວເຄລຍອີກຄັ້ງໜຶ່ງ, ຊຶ່ງເປັນການລະເມີດຕໍ່ບັນດາຍັດຕິຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດທີ່ກ່ຽວຂ້ອງ.
ອາຊຽນຢໍ້າຄືນຄວາມສໍາຄັນຂອງສັນຕິພາບ ແລະ ຄວາມໝັ້ນຄົງໃນແຫລມເກົາຫລີ ແລະ ຢັ້ງຢືນຄືນການສະໜັບສະໜູນຂອງອາຊຽນຢ່າງເຕັມປ່ຽມເພື່ອສ້າງແຫລມເກົາຫລີໃຫ້ເປັນເຂດປອດອາວຸດນິວເຄລຍໂດຍສັນຕິວິທີ. ພວກເຮົາຮຽກຮ້ອງໃຫ້ ສປປ ເກົາຫລີ ປະຕິບັດຕາມບັນດາຍັດຕິຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດທີ່ກ່ຽວຂ້ອງ ແລະ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງເພີ່ມທະວີຄວາມພະຍາຍາມຮ່ວມກັນເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນເຂດດັ່ງກ່າວ ແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຟື້ນຟູເຈລະຈາ 6 ຝ່າຍໃນເວລາອັນໄວ, ຊຶ່ງຈະເປັນການຊ່ວຍປູພື້ນຖານສໍາລັບການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນກໍຄືໃນໂລກ.

No comments:

Post a Comment