Ad

Ad

18 September 2015

ໄຂເທດສະການອາຫານມາເລເຊຍຢູ່ນະຄອນຫຼວງວຽງຈັນ

ວັນທີ 17 ກັນຍານີ້, ສະຖານທູດມາເລເຊຍປະຈຳລາວ ໄດ້ຈັດພິທີເປີດເທດສະການອາຫານມ ເລເຊຍຂຶ້ນ, ຢູ່ເດີ່ນຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດສະເຫຼີມສະຫຼອງເທດສະການປີທ່ອງທ່ຽວມາເລເຊຍ 2015, ພ້ອມກັບການສະເຫຼີມສະຫຼອງວັນຊາດຂອງມາເລເຊຍຄົບຮອບ 58 ປີ, ໂດຍການເຂົ້າຮ່ວມຂອງທ່ານ ດາໂຕະ ຕັນ ໄຕເຮັງ ເອກອັກຄະລັດຖະທູດມາເລ ເຊຍປະຈຳລາວ, ມີການນຳຈາກກະຊວງຖະແຫຼ່ງຊ່າວວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍແຂກເຂົ້າຮ່ວມເປັນຈຳນວນຫຼາຍ.
ພາຍໃນງານໄດ້ມີການວາງສະແດງ ແລະ ຂາຍອາຫານມາເລເຊຍຢ່າງຫຼວງຫຼາຍໃຫ້ຜູ້ເຂົ້າຮ່ວມໄດ້ເລືອກຊີ້, ເລືອກຊີມ ແລະ ບໍລິສັດທ່ອງທ່ຽວ ແລະ ການບິນຕ່າງໆເຂົ້າວາງສະແດງການບໍລິການຂອງຕົນນຳດ້ວຍ, ພ້ອມມີການສະແດງສີລະປະ ແລະ ວັດທະນະທຳມາເລເຊຍ, ເພື່ອສ້າງຄວາມສົນໃຈໃຫ້ແກ່ການທ່ອງທ່ຽວຈາກຄົນລາວ ແລະ ຜັກດັນໃຫ້ບັນດາບໍລິສັດທ່ອງທ່ຽວຈາກລາວໄດ້ຈັດລາຍການທ່ຽວທີ່ປະທັບໃຈເພື່ອໄປທ່ຽວມາເລເຊຍໃຫ້ຫຼາຍຂຶ້ນ.


 ເອກອັກຄະລັດຖະທູດມາເລເຊຍປະຈຳລາວ ໃຫ້ຮູ້ວ່າ: ໃນປີ 2014 ມາເລເຊຍມີນັກທ່ອງທ່ຽວເຂົ້າປະເທດເຖິງ 27,4 ລ້ານຄົນ ແລະ ຄິດໄລ່ເປັນລາຍຮັບໄດ້ເຖິງ 72 ຕື້ລິງກິດ, ໝາຍວ່າການທ່ອງທ່ຽວເປັນອັນດັບທີ 2 ໃນດ້ານລາຍຮັບທາງດ້ານເງິນຕາຕ່າງປະເທດ ແລະ ເປັນອັນດັບ 5 ໃນການສ້າງລາຍຮັບແຫ່ງຊາດ, ທັງນີ້ກໍເນືອງຈາກມາເລເຊຍໄດ້ເອົາໃຈໃສ່ໃນການສົ່ງເສີມການທ່ອງທ່ຽວອັນເປັນກຸນແຈສຳຄັນໃນການບັນລຸເປົ້າໝາຍດ້ານການທ່ອງທ່ຽວຂອງມາເລເຊຍໂດຍຄາດວ່າ: ປີ 2020 ມາເລເຊຍຈະດຶງດູດນັກທ່ອງທ່ຽວເຂົ້າປະເທດໃຫ້ໄດ້ 36 ລ້ານຄົນ, ຄິດໄລ່ເປັນລາຍຮັບ 168 ຕື້ລິງກິດ.  

No comments:

Post a Comment