Ad

Ad

18 September 2015

ກຽມຈັດຝຶກອົບຮົມໃນໂຄງການສົ່ງເສີມການອ່ານກາບກອນ ແລະ ຂັບລຳສັງສິນໄຊ

ພິທີຖະແຫຼ່ງຂ່າວການກະກຽມຈັດຝຶກອົບຮົມໃນໂຄງການສົ່ງເສີມການອ່ານກາບກອນ ແລະ ຂັບລຳສັງສິນໄຊໄດ້ຈັດຂື້ນໃນວັນທີ 17 ກັນຍານີ້, ຢູ່ສະມາຄົມນັກຂ່າວແຫ່ງປະເທດລາວ, ໂດຍສະມາຄົມສົ່ງເສີມການອະນຸລັກສີລະປະ ແລະ ວັນນະຄະດີ (ສ ອ ສ ວ), ຮ່ວມ ກັບໂຄງ ການສົ່ງເສີມການອ່ານກາບກອນ ແລະ ຂັບລຳສັງສິນໄຊ,ໂດຍໄດ້ຮັບການສະ ໜັບສະໜູນ ຈາກໂຄງການເພື່ອການພັດທະນາ ແລະ ການຮ່ວມມືຈາກປະເທດສະວິດ.
ປະທານສະມາຄົມ ສ ອ ສ ວ ຖະແຫຼ່ງວ່າ: ເພື່ອເສີມຂະຫຍາຍກິດຈະກຳການອ່ານ ແລະ ຂັບ ລຳກາບກອນສັງສິນໄຊທີ່ເຄີຍເຄື່ອນໄຫວຢູ່ນະຄອນຫຼວງວຽງຈັນມາແລ້ວໃຫ້ຂະຫຍາຍອອກສູ່ໂຮງຮຽນ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດ,ດັ່ງນັ້ນທາງໂຄງການຈະໄດ້ຈັດການອົບຮົມເພື່ອສ້າງຄູຝຶກຈຳນວນ 16 ຄົນ, ຈາກ 8 ໂຮງຮຽນ, ສູນການສຶກສາຂອງ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ ແລະ ບໍລິຄຳໄຊ, ເພື່ອໃຫ້
ສາມາດສິດສອນຜ່ານກິດຈະກຳມ່ວນໆໃຫ້ແກ່ນ້ອງນັກຮຽນຈຳນວນ 100 ຄົນ, ໂດຍຈະເລີ່ມຂຶ້ນໃນວັດທີ 26 - 39 ກັນຍານີ້, ຫຼັງຈາກນັ້ນຄູຝຶກ ແລະ ອາສາສະໝັກຈະກັບໄປສອນນັກຮຽນຂອງຕົນດ້ວຍທຶນອຸດໜູນດັ່ງກ່າວ ແລະ ໃນທ້າຍເດືອນມັງກອນ 2016 ຈຳນວນຄູຝຶກນີ້ກໍຈະໄດ້ກັບມາຝຶກອົບຮົມອີກ ຄັ້ງໜຶ່ງເພື່ອແລກປ່ຽນບົດຮຽນໃນການສິດສອນ ແລະ ຄວາມຮູ້, ຄວາມສາມາດດ້ານເຕັກນິກໃໝ່ຈາກວິທະຍາກອນ, ເພື່ອກັບໄປສິດສອນນັກຮຽນຂອງຕົນອີກ, ພ້ອມທັງຈະໄດ້ຮັບການຕິດຕາມຈາກ ສອສ ວ ເພື່ອປັບປຸງຂໍ້ບົກຜ່ອງຕ່າງໆ, ເພື່ອກຽມໃຫ້ແກ່ການສະແດງໃນງານບຸນມະໂຫລານສັງສິນໄຊທີ່ຈະຈັດຂື້ນໃນເດືອນເມສາ 2016 ທີ່ຈະມາເຖິງ.

ປະທານສະມາຄົມ ສ ອ ສ ວ ກ່າວວ່າ: ການຈັດຕັ້ງປະຕິບັດໂຄງການ ອ່ານກາບ ກອນ ແລະ ຂັບລຳສັງສິນໄຊແມ່ນເລີ່ມມາແຕ່ປີ 2006, ຕະຫຼອດໄລຍະຜ່ານມາແມ່ນໄດ້ປະກອບສ່ວນສະແດງໃນງານສຳຄັນຕ່າງໆ, ພ້ອມສາມາດເຕົ້າໂຮມເອົານັກຮຽນເຍົາວະຊົນເຂົ້າຮ່ວມໂຄງການໄດ້ຢ່າງຫຼວງຫຼາຍ, ພ້ອມນັ້ນຜູ້ທີ່ເຂົ້າຮ່ວມໂຄງການຍັງໄດ້ຮຽນຮູ້ຫຼາຍຢ່າງ ຄື: ຊ່ວຍຝຶກທັກສະໃນການສະແດງເທິງເວທີ, ຝຶກຄວາມຈຳໃຫ້ດີຂື້ນດ້ວຍການອ່ານ ແລະ ທ່ອງກາບກອນ ,ການຮຽນຮູ້ຄຳສັບພາສາລາວທີ່ຖືກຕ້ອງຊ່ວຍໃຫ້ການປາກເວົ້າຊັດເຈນຖືກຕ້ອງ, ທັງເປັນເວທີສະແດງຄວາມອາດສະມາດຕ່າງໆຂອງນັກຮຽນເຍົາວະຊົນອີກດ້ວຍ.

No comments:

Post a Comment