Ad

Ad

18 September 2015

ຜູ້ແທນກອງທັບລາວເຂົ້າຮ່ວມກອງປະຊຸມສາກົນດ້ານປ້ອງກັນຊາດ

ກອງປະຊຸມຫົວໜ້າກອງທັບປະຈໍາພາກພື້ນປາຊີຟິກ (PACC) ຄັ້ງທີ 9 ແລະ ກອງປະຊຸມສາມະນາການຄຸ້ມຄອງກອງທັບປະຈໍາພາກພື້ນປາຊີ ຟິກ(PAMS) ຄັ້ງທີ 39 ໄດ້ໄຂຂຶ້ນທີ່ເມືອງເດັນປາຊາ, ປະເທດອິນໂດເນເຊຍໃນລະຫວ່າງວັນທີ 14-17 ກັນຍາ 2015, ໂດຍການເປັນປະທານຂອງກອງທັບສະຫະລັດອາເມລິກາ ແລະ ກອງທັບແຫ່ງຊາດອິນໂດເນເຊຍ, ໂດຍມີການນໍາທະຫານລະດັບສູງຈາກ 26 ປະເທດເຂົ້າຮ່ວມ, ສໍາລັບຄະນະຜູ້ແທນຂອງລາວເຂົ້າຮ່ວມກອງປະຊຸມດັ່ງກ່າວນໍາໂດຍທ່ານພົນຈັດຕະວາ ປະສິດ ທ່ຽງທໍາ.
ກອງປະຊຸມPACC ແມ່ນກອງປະຊຸມແລກປ່ຽນບົດຮຽນດ້ານການປ້ອງກັນຊາດທີ່ຈັດຂຶ້ນທຸກໆ 2 ປີສໍາລັບຫົວໜ້າເສນາທິການກອງທັບຈາກບັນດາປະເທດຕ່າງໆທົ່ວຂົງເຂດອິນໂດ-ອາຊີປາຊີຟິກ ,ອາເມລິກາເໜືອ ແລະ ບາງພາກຂອງທະວີບເອີຣົບ, ສ່ວນກອງປະຊຸມ PAMS ແມ່ນກອງປະຊຸມສໍາມະນາທີ່ຈັດຂຶ້ນທຸກປີລະຫວ່າງນາຍທະຫານຊັ້ນໂທຫາພົນເອກຫລືທຽບເທົ່າເພື່ອສ້າງຄວາມເຂົ້າໃຈໃນລະດັບພາກພື້ນໂດຍການປືກສາຫາລື ແລະ ແລກປ່ຽນປະສົບການຮ່ວມກັນ. ໂດຍສະເພາະແນໃສ່ການຮ່ວມມືເພື່ອສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງຂອງຂົງເຂດ ແລະພາກພື້ນ.

No comments:

Post a Comment