Ad

Ad

18 September 2015

ການພັດທະນາການສຶກສາລາວຍັງມີສິ່ງທ້າທາຍຫລາຍຢ່າງ

ພາບປະກອບ
ຫົວໜ້າສູນປະກັນຄຸນນະພາບການສຶກສາ, ກະຊວງສຶກສາທິການ ແລະ ກິລາໃຫ້ຮູ້ວ່າ: ນັບແຕ່ຂະແໜງການສຶກສາໄດ້ຈັດຕັ້ງປະຕິບັດແຜນປະຕິຮູບການສຶກສາແຫ່ງຊາດເປັນຕົ້ນມາເຫັນວ່າຄຸນນະພາບຂອງການສຶກສາຢູ່ປະເທດ
ເຮົາມີການຫັນປ່ຽນດີຂຶ້ນເທື່ອລະກ້າວ, ໂດຍສະເພາະໃນລະດັບອາຊີວະສຶກສາ. ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດແລ້ວ, ວຽກງານການສ້າງຊັບພະຍາກອນມະນຸດແມ່ນຍັງມີສິ່ງທ້າທາຍຫລາຍຢ່າງ.

ທ່ານຫົວໜ້າສູນດັ່ງກ່າວໃຫ້ຮູ້ວ່າ: ໄລຍະຜ່ານມາພັກແລະລັດຖະບານ, ໄດ້ສຸມທຶນຮອນໃສ່ການພັດທະນາການສຶກສາ ແລະ ກິລາເປັນຈໍານວນບໍ່ໜ້ອຍປະມານ 18% ຂອງງົບປະມານແຫ່ງຊາດ, ເພື່ອປັບປຸງຍົກລະດັບພື້ນຖານໂຄງລ່າງການສຶກສາແລະ ກິລາໃນທຸກລະດັບໃຫ້ດີຂຶ້ນ, ແຕ່ຖ້າທຽບໃສ່ບັນດາປະເທດໃນພາກພື້ນເຫັນວ່າການພັດທະ ນາການສຶກສາລາວຍັງຊັກຊ້າ ແລະ ມີຄຸນນະພາບຕໍ່າ, ໂດຍສະເພາະແມ່ນການຈັດລະບົບການຮຽນ-ການສອນ ແລະ ການດັດສົມກະແສເຂົ້າຮຽນຂອງນັກຮຽນທີ່ຮຽນຈົບສາຍ
ສາມັນສຶກສາເຂົ້າຮຽນວິຊາຊີບ ແລະ ມະຫາວິທະຍາໄລບໍ່ທັນກໍານົດເປັນລະບົບຊັດເຈນ, ການແກ້ໄຂສະພາບການຮຽນ-ການສອນຕາມຄ່ານິຍົມທີ່ບໍ່ສອດຄ່ອງຂອງສັງຄົມຍັງຫັນປ່ຽນຊ້າ ແລະ ບໍ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມກໍຄືການເຊື່ອມໂຍງພາກພືນ ແລະ ສາກົນ, ເຊິ່ງສະແດງອອກໃນເງື່ອນໄຂຂອງປະເທດເຮົາໃນປັດຈຸບັນຄືມີຄວາມຕ້ອງການກໍາມະກອນວິຊາຊີບ, ນາຍຊ່າງ, ນັກວິຊາການ, ຜູ້ຄຸ້ມຄອງ-ບໍລິຫານ, ຜູ້ປະກອບການ, ຜູ້ຈັດການທີ່ມີສີມືລະດັບແນ່ນອນເປັນຈໍານວນຫລາຍ, ແຕ່ຕົວຈິງບໍ່ທັນຕອບສະໜອງກັບຄວາມຕ້ອງການດັ່ງກ່າວ, ເນື່ອງຈາກນັກຮຽນທີ່ຮຽນລະດັບຊັ້ນສູງມີຫລາຍກວ່ານັກຮຽນວິຊາຊີບ, ຂະນະດຽວກັນການປະກາດຮັບສະໝັກພະນັກງານຂອງອົງການຈັດຕັ້ງ ແລະ ຫົວໜ່ວຍທຸລະກິດຕ່າງໆລ້ວນແຕ່ຕ້ອງການເອົາຜູ້ທີ່ມີລະດັບປະລີນຍາຕີຂຶ້ນໄປ, ສ່ວນຜູ້ທີ່ຮຽນຈົບວິຊາຊີບວຸດທິການສຶກສາຕໍ່າເກືອບວ່າບໍ່ມີໂອກາດໄດ້ເຮັດວຽກ, ຊຶ່ງເປັນສາເຫດໜຶ່ງເຮັດໃຫ້ຄົນບໍ່ມັກຮຽນລະດັບເຕັກນິກ-ວິຊາຊີບ, ຢູ່ຕາມສະຖາບັນຊັ້ນສູງສ່ວນຫລາຍຕົກຢູ່ໃນສະພາບນັກຮຽນແລ່ນນໍາໃບປະກາດປະລິນຍາຫລາຍກວ່າຄໍານຶງເຖິງຄຸນນະພາບຂອງການຮຽນ, ຂະນະດຽວກັນສະຖາບັນການສຶກສາຈໍານວນໜຶ່ງຍັງມີລັກສະນະສວຍໂອກາດຮັບຜູ້ຮຽນແບບບໍ່ກັນຕອງເລືອກເຟັ້ນ, ແລ່ນນໍາແຕ່ປະລິມານຫລັກສູດໂດຍບໍ່ຄໍານຶງເຖິງຄວາມພ້ອມຂອງຕົນ, ຊຶ່ງທັງໝົດນີ້ເປັນບັນຫາຕັ້ງຂຶ້ນເພື່ອພວກເຮົາຈະໄດ້ເລັ່ງແກ້ໄຂໃຫ້ຕົກໄປໂດຍໄວ.

No comments:

Post a Comment