Ad

Ad

18 September 2015

ຖືກດໍາເນີນຄະດີຍ້ອນແອບອ້າງເປັນຕໍາຫລວດ

ທ້າວ ກອງມະນີ ອາຍຸ 20 ປີ ອາຊີບກຳມະກອນ ຢູ່ບ້ານວັງໂຄນ ເມືອງໄຊບູລີ ແຂວງສະຫວັນນະເຂດ ຖືກເຈົ້າໜ້າທີ່ ປກສ ແຂວງດັ່ງກ່າວຈັບຕົວດໍາເນີນຄະດີຕາມກົດໝາຍເມື່ອບໍ່ດົນມານີ້, ພາຍຫລັງແອບອ້າງປອມເປັນເຈົ້າໜ້າທີ່ເຄື່ອນໄຫວສໍ້ໂກງຊັບພົນລະເມືອງຫລາຍລາຍ ແລະຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບວ່າ: ໄດ້ແອບອ້າງເປັນຕຳຫລວດຊັ້ນສິບເອກຢູ່ແຂວງສາລະວັນເພື່ອເຄື່ອນໄຫວຕົວະຍົວະຫລອກລວງປະຊາຊົນວ່າຕົນເອງມີຄວາມສາມາດແລ່ນເອົາຄົນເຂົ້າເປັນຕຳຫລວດຢູ່ແຂວງອັດຕະປືເປັນຈຳນວນຫລາຍຄົນ, ດ້ວຍຄ່າຈ້າງຜູ້ໜຶ່ງ 50 ພັນບາດ(ສະກຸນເງິນໄທ)ແລະ ໃນຕົ້ນເດືອນກັນຍາ 2015 ໄດ້ມີຄົນຮູ້ຈັກຢູ່ແຂວງຄຳມ່ວນໂທລະສັບມາຫາວ່າມີຄົນຢາກເຂົ້າເປັນຕຳຫລວດຈຳນວນ 50 ຄົນ. ຈາກນັ້ນຜູ້ກ່ຽວກໍຮັບເອົາລາຍຊື່ພ້ອມເງິນຈຳນວນ 32 ພັນບາດເພື່ອເປັນຄ່າແລ່ນເອກະສານ. ຕົກມາຮອດວັນທີ10 ກັນຍາ 2015 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ ແລະ ຜ່ານມາມີຜູ້ຕົກເປັນເຫຍື່ອຂອງຕໍາຫລວດປອມຄົນນີ້ຫລາຍລາຍແລ້ວ, ກ່ອນຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment