Ad

Ad

18 September 2015

ຄາດ​ຕະກຳ​​ເມຍ ຍ້ອນ​ຫຶງ​ຫວງ


   ​​ເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 15 ກັນຍາ 2015 ຜ່ານມານີ້, ທີ່ບ້ານໂພຄຳເມືອງໄຊທານີ ນະຄອນຫລວງວຽງຈັນເຊິ່ງຜູ້ກໍ່ເຫດຊື່ທ້າວ ຄຳເມີງ (ຜູ້ເປັນຜົວ) ອາຍຸ 34 ປີ ອາຊີບກຳມະກອນ ພັກເຊົາຢູ່ບ້ານດັ່ງກ່າວ, ​ເຊິ່ງໄດ້ກໍ່ເຫດຄາດຕະກຳ​​​ນາງ​ ​ໄມແກ້ວ (ຜູ້ເປັນເມຍ) ອາຍຸ 32 ປີ ຢູ່ບ້ານດອນຕີ້ວເມືອງໄຊທານີ ນະຄອນ ຫລວງວຽງຈັນ ຍ້ອນຄວາມຫຶງຫວງ​.
     ໜ່ວຍງານສືບສວນ-ສອບສວນ ປກສໄຊທານີ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ​ໃນວັນທີ 16 ກັນຍາຜ່ານມາ, ​​ໄດ້ຮັບແຈ້ງ​​ຈາກອຳນາດການປົກຄອງບ້ານດອນຕີ້ວ ວ່າ: ນາງໄມແກ້ວໄດ້ຫາຍຕົວໄປແຕ່ຕອນເຊົ້າຂອງວັນທີ 15 ກັນຍາຜ່ານມາ, ​ດັ່ງນັ້ນເຈົ້າໜ້າທີ່ ປກສເມືອງແລະ ອຳນາດການປົກຄອງບ້ານ ຈຶ່ງ​​ໄດ້ລົງເກັບກຳຂໍ້ມູນແລະ ຊອກຫາ​​ແຫລ່ງຂ່າວຈາກພີ່ນ້ອງ, ໝູ່ຄູ່ ຈຶ່ງຮູ້ວ່າ: ​ນາງໄມ​​ແກ້ວໄດ້ຖືກຂ້າຕາຍ​​ແລ້ວ ຢູ່ຫ້ອງເຊົ່າຂອງທ້າວ ຄຳເມີງ ຢູ່ບ້ານໂພຄຳເມືອງໄຊທານີແລະເຈົ້າໜ້າທີ່ສາມາດນຳຈັບຕົວຜູ້ກະທຳຜິດໄດ້ທີ່ບ້ານໂພນປ່າເປົ້າ, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.
     ຜ່ານການສືບສວນ-ສອບສວນ ທ້າວ ຄຳເມີງໄດ້ຮັບສາລະພາບວ່າ: ​ໃນຕອນເຊົ້າຂອງວັນທີ 15 ກັນຍາຜ່ານມາ, ນາງ​ ​ໄມແກ້ວໄດ້​​ໄປຫາຕົນຢູ່ຫ້ອງແຖວ ທີ່ບ້ານໂພຄຳເມືອງໄຊທານີ, ​ເຊິ່ງຕົນແລະ ເມຍກໍໄດ້ດື່ມເບຍແລະ ລົມກັນເລັກນ້ອຍ
ຈາກນັ້ນ ຜູ້ເປັນເມຍໄດ້ເວົ້າເຖິງ​​ເລື່ອງສາມີເກົ່າ ຂະນະນັ້ນຕົນເອງກໍ​​ມີອາການມືນເມົາແລ້ວ ຈຶ່ງເກີດໂມໂຫຫຶງຫວງຢ່າງ​​ແຮງແລະໄດ້ບີບຄໍເມຍຈົນເສຍຊີວິດ​ ​ຈາກນັ້ນໄດ້ເອົາຫົ່ມຜ້າປົກຮ່າງເມຍໄວ້ແລະ ລ໋ອກປະຕູຫ້ອງໄວ້ແລ້ວຫລົບໜີໄປພັກເຊົາຢູ່ເຮືອນໝູ່ແລະ ຖືກເຈົ້າໜ້າທີ່ນຳຈັບ​​ໂຕມາດຳເນີນຄະດີ.

     ຜ່ານມາທ້າວຄຳເມີງເຄີຍຕ້ອງໂທດມາແລ້ວຫລາຍປີ ໃນຂໍ້ຫາຄາດຕະກຳ​​ເມຍ ຢູ່​ປະ​ເທດ​ໄທ.

No comments:

Post a Comment