Ad

Ad

18 September 2015

ປກສ ນະຄອນຫລວງກຽມກໍາລັງຈໍານວນຫລາຍລົງແກ້ໄຂປາກົດການຫຍໍ້ທໍ້ທາງສັງຄົມ

 ທ່ານພັນເອກ ອິນທະລົງ ໄຊຍະບຸດສີ ຫົວໜ້າກອງບັນຊາການປກສນະຄອນຫລວງວຽງຈັນ, ໄດ້ກ່າວໃນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກນະຄອນຫລວງວຽງຈັນເມື່ອບໍ່ດົນນີ້ວ່າ: ເພື່ອສືບຕໍ່ຮັບປະກັນໃຫ້ນະຄອນ ຫລວງວຽງຈັນມີຄວາມສະຫງົບໜັກແໜ້ນ ແລະ ສັງຄົມມີຄວາມເປັນລະບຽບປອດໄພ ແລະ ຮັບໃຊ້ວຽກງານປ້ອງກັນແຂກ, ກອງປະຊຸມລະດັບຊາດ, ສາກົນ ແລະ ງານສໍາຄັນຕ່າງໆຂອງຊາດໃຫ້ມີປະສິດທິພາບ ແລະປອດໄພດີ, ຈະໄດ້ຈັດສັນກໍາລັງເຈົ້າໜ້າທີ່ຫລາຍຮ້ອຍນາຍລົງສະກັດກັ້ນ ແລະ ເລີກຮື້ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມໃຫ້ຫລຸດໜ້ອຍລົງ, ໂດຍສະເພາະແມ່ນເພີ່ມທະວີວຽກງານສືບຂ່າວ, ຕິດຕາມການເຄື່ອນໄຫວຂອງເປົ້າໝາຍຕ້ອງໂທດອາຍາ, ຫົວໂປ່ໂຕການ, ກຸ່ມແກ້ງກໍ່ອາຊະຍາກໍາ, ປຸ້ນຈີ້-ຊິງຊັບ, ລັກຊັບ, ຄ້າຂາຍເຖື່ອນ, ຢາເສບຕິດ ແລະ ນັກເລງອັນຕະພານຢ່າງໃກ້ຊິດ, ຂະນະດຽວກັນກໍເພີ່ມທະວີການປຸກລະດົມປະຊາຊົນໃຫ້ເຂົ້າຮ່ວມປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ຫລາຍຂຶ້ນກວ່າເກົ່າ.


ຫົວໜ້າ ປກສ ນະຄອນຫລວງໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ, ຢູ່ນະຄອນຫລວງວຽງຈັນມີປາກົດການຫຍໍ້ທໍ້ທາງສັງຄົມເກີດຂຶ້ນ 10.852 ເລື່ອງ, ໃນນັ້ນສາມາດແກ້ໄຂໄດ້ແລ້ວ 7.203 ເລື່ອງ, ຈັບຕົວຜູ້ກະທໍາຜິດ 13.471 ຄົນ (ຍິງ 1.435 ຄົນ), ເດັ່ນກວ່າໝູ່ແມ່ນຄະດີປຸ້ນຊັບມີ 275 ເລື່ອງ, ຊິງຊັບ 586 ເລື່ອງ, ຈັບຜູ້ກະທໍາຜິດໄດ້ເກືອບ 400 ຄົນ, ລັກຊັບ 2.397 ເລື່ອງ, ຢາເສບຕິດເກືອບ 3 ພັນເລື່ອງ, ຄາດຕະກໍາ 35 ເລື່ອງ, ອຸປະຕິເຫດຫລາຍກວ່າ 13 ພັນເລື່ອງ  ແລະ ອັກຄີໄພເກີດຂຶ້ນທັງໝົດ 287 ເລື່ອງ, ສ່ວນກຸ່ມແກ້ງນັກເລງອັນຕະພານ, ແກ໋ງກວນເມືອງຂັບຂີ່ລົດເປັນພຶງເປັນແພຍາມຄໍ່າຄືນ 480 ຄັ້ງ, ກັກຕົວຜູ້ກະທໍາຜິດມາສຶກສາອົບຮົມຫລາຍກວ່າ 7.500 ຄົນ ແລະ ສໍາລັບຜົນເສຍຫາຍຈາກປາກົດການຫຍໍ້ທໍ້ທາງສັງຄົມທີ່ກ່າວມານີ້ມີຫລາຍກວ່າ 65 ຕື້ກີບ, ຄໍາຮູບປະພັນໜັກ 12 ກິໂລ, ລົດຈັກ 2.581 ຄັນ, ລົດໃຫຍ່ 91 ຄັນ, ໂທລະສັບມືຖື 1.875 ເຄື່ອງ, ຄອມພິວເຕີ 499 ໜ່ວຍ ແລະ ວັດຖຸອື່ນໆ.

No comments:

Post a Comment