Ad

Ad

18 September 2015

ອຸຕຸນິຍົມ​ເຕືອນ ອາທິດ​ໜ້າຈະ​ມີ​ຝົນຕົກ​ໜັກ


   ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ​ໃນໄລຍະນີ້, ຮ່ອງຄວາມກົດດັນອາກາດຕ່ຳຈະພັດຜ່ານເຂດພາກກາງແລະ ພາກໃຕ້ຂອງລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງປານກາງເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ພ້ອມມີລົມພັດ​​ແຮງເປັນບາງໂອກາດ. ຈາກນັ້ນ ​​​ໃນຕົ້ນອາທິດໜ້າລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະອ່ອນກຳລັງລົງຈະ​​ເຮັດ​​ໃຫ້ມີຝົນຕົກຫລຸດລົງໃນແຕ່ລະພາກ.
      ​ໃນອາທິດຕໍ່ໜ້າສະພາບອາກາດໂດຍທົ່ວໄປຈະຮ້ອນທຳມະດາຢູ່ແຕ່ລະພາກແລະ ອາກາດຍັງຈະເຢັນຢູ່ແຂວງໄຊສົມບູນແລະ ພູພຽງບໍລະເວນປາກຊ່ອງ, ​ໃນລະຫວ່າງວັນທີ 18-19 ກັນຍານີ້, ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍເປັນບໍລິເວນກວ້າງແລະ ຕົກປານກາງຫາຕົກໜັກຢູ່ບາງທ້ອງຖິ່ນໃນແຂວງພາກເໜືອດ້ານຕາເວັນຕົກ, ນະຄອນ ຫລວງວຽງຈັນແລະ ພາກກາງ. ຈາກນນັ້ນໃນລະຫວ່າງວັນທີ 20-22 ກັນຍານີ້, ຈະມີຝົນຕົກໃນລະດັບຄ່ອຍຢູ່​​ແຕ່ລະພາກສະເພາະນະຄອນຫລວງວຽງຈັນແລະ ພາກກາງຈະມີຝົນຕົກໃນລະດັບປານກາງ.



No comments:

Post a Comment