Ad

Ad

17 September 2015

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ຂອງ​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ປິດ​ລົງ​ດ້ວຍ​ຜົນສຳ​ເລັດຈົບງາມ

 ກອງປະຊຸມໃຫຍ່ຄັ້ງທີ III ອົງຄະນະພັກກະຊວງການຕ່າງປະເທດ ໄດ້ປິດລົງດ້ວຍຜົນສຳເລັດຢ່າງສະຫງ່າງາມ ພາຍຫລັງດຳເນີນມາເປັນເວລາ 1 ວັນເຄິ່ງ, ​ໂດຍການ​​ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຈູມມາລີໄຊຍະສອນເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ພ້ອມດ້ວຍສະມາ ຊິກພັກພາຍໃນກະຊວງດັ່ງກ່າວເຂົ້າຮ່ວມ​ຢ່າງ​ພ້ອມ​ພຽງ.
     ​ກອງປະຊຸມໄດ້ພ້ອມກັນຕີລາຄາຢ່າງເລິກເຊິ່ງຮອບດ້ານແລະ ຮັບຮູ້ເປັນເອກກະພາບຢ່າງສົມບູນຕໍ່ການເຄື່ອນໄຫວຊີ້ນຳ-​ນຳພາຂອງອົງຄະນະພັກກະຊວງຂອງຕົນຕະຫລອດໄລຍະ 5 ປີຜ່ານມາ, ​ເຫັນໄດ້ຈຸດດີເພື່ອສືບຕໍ່ເສີມຂະຫຍາຍ​ ​ແລະ ຈຸດອ່ອນຂໍ້ຄົງຄ້າງທີ່ຈະໄດ້ປັບປຸງແກ້ໄຂ, ຖອດຖອນບົດຮຽນທີ່ເປັນຜົນປະໂຫຍໃຫ້ແກ່ການເຄື່ອນໄຫວນຳພາຂອງຄະນະພັກຕໍ່ໄປ ພ້ອມນີ້ກອງປະຊຸມຍັງໄດ້ເປັນເອກກະພາບຮັບຮອງເອົາທິດທາງ
ແຜນການແລະ ຄາດໝາຍສູ້ຊົນໃນ​ 5 ປີຕໍ່ໜ້າ (2016-2020) ​ແລະໄດ້ປ່ອນບັດຄັດເລືອເອົາຄະນະບໍລິຫານງານພັກຊຸດໃໝ່ ຈຳນວນ 15 ສະຫາຍ, ຍິງ 3 ສະຫາຍ, ຈາກຜູ້ສະໝັກເລືອກຕັ້ງ 19 ສະຫາຍແລະໄດ້ເປັນເອກກະພາບກັນເລືອກເອົາ ສະຫາຍ ສະເຫລີໄຊ ກົມມະສິດເປັນເລຂາຄະນະພັກ, ສະຫາຍແສງເພັດ ຮຸ່ງບຸນຍວງ​ ​ເປັນຮອງ​​ເລຂາຄະນະພັກ, ສະຫາຍ ນາງຄຳເພົາເອີນທະວັນເປັນປະທານກວດກາພັກ, ສະຫາຍ ນາງ ວຽງສະຫວັນ ສີປະເສີດແລະ ສະຫາຍ ສົງການ ຫລວງມຸນິນທອນເປັນຮອງປະທານກວດກາພັກ, ພ້ອມນີ້ ກອງປະຊຸມ ຍັງໄດ້ປ່ອນບັດເອົາຜູ້​​ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ຈຳນວນ 5 ສະຫາຍແລະ ສຳຮອງ 2 ສະຫາຍ.

     ​ໃນໂອກາດອັນສະຫງ່າລາສີນີ້, ສະຫາຍເລຂາທິການໃຫຍ່ ຈູມມາລີໄຊຍະສອນ, ​ໄດ້ໃຫ້ກຽດໂອລົ້ມແລະໃຫ້ທິດ​​ເຍືອງທາງ, ​ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະພັກຊຸເກົ່າແລະ ໄດ້ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ການເມືອງກໍຄືການປະຕິບັດໜ້າທີ່ການທູດຂອງຕົນໄດ້ຮັບຜົນສຳເລັດ ຕະຫລອດໄລຍະ 5 ປີ ຜ່ານມາ, ຄຽງຄູ່ກັນ ສະຫາຍເລຂາທິການໃຫຍ່ ຍັງໄດ້ໃຫ້ທິດຊີ້ນຳຄະນະພັກຊຸດໃໝ່ ຈົ່ງອອກແຮງແຂງຂັນແລະເອົາໃຈໃສ່ດ້ວຍຄວາມຮັບຜິດຊອບເພື່ອ​​ເສີມຂະຫຍາຍຜົນສຳເລັດ​ ​ແລະແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆໃນຜ່ານມາເພື່ອເຮັດໃຫ້ການຊີ້ນຳໆພາໃນ​​ຕໍ່ໜ້າດີຂຶ້ນກວ່າເກົ່າ, ພ້ອມທັງຈັດຕັ້ງປະຕິບັດບັນດາທິດທາງແລະແຜນການທີ່ວາງອອກໃຫ້ມີຜົນສຳເລັດສູງ, ​​ເອົາໃຈໃສ່ເຊີດຊູພາລະບົດບາດແລະຄວາມສາມາດໃນການເຄື່ອນໄຫວວຽກງານວິຊາສະເພາະຂອງຂະແໜງການຕ່າງປະເທດໃຫ້ສູງຂຶ້ນ​ ​ໂດຍຍຶດໝັ້ນໃນແນວທາງນະໂຍບາຍການຕ່າງປະເທດຂອງພັກໄປຄຽງຄູ່ກັບການປັບປຸງໃຫ້ສອດຄ່ອງກັບສະພາບແຕ່ລະໄລຍະ, ​ເພີ່ມທະວີວຽກງານການຄົ້ນ​  ຄ້ວາ-ວິໄຈສະພາບການສາກົນແລະ ວາງແຜນຍຸດທະສາດເພື່ເປັນເສນາທິການດ້ານການຕ່າງປະເທດໃຫ້ພັກ-ລັດ ຢ່າງມີປະສິດທິຜົນ, ​ເປັນເຈົ້າການໃນການເຄື່ອນໄຫວການຕ່າງປະເທດໃຫ້ລວມສູນ, ​ເປັນເອກກະພາບແລະ ຜ່ານປະຕູດຽວ ສົມທົບກັບວຽກງານປ້ອງກັນຊາ-ປ້ອງກັນຄວາມສະຫງົບ ຢ່າງກົມກຽວ, ​ເພີ່ມທະວີການເຄື່ອນ​​ໄຫວການທູດດ້ານ​​ເສດຖະກິດຕາມທິດສັງຄົມນິຍົມ, ​ແນໃສ່ເສີມຂະຫຍາຍພາລະບົດບາດ​ ​ແລະ ອິດທິພົນຂອງພັກແລະ ລັດເຮົາໃຫ້ສູງເດັ່ນຂຶ້ນໃນພາກພື້ນແລະ ສາກົນຢ່າງບໍ່ຢຸດຢັ້ງ, ສືບຕໍ່ຂົນຂວາຍຍາດແຍ່ງການຊ່ວຍເຫລືອຈາກຕ່າງປະເທດຕ່າງໆ, ອົງການຈັດຕັ້ງ​ ​ແລະ ສະຖາບັນການເງິນສາກົນ, ສືບຕໍ່ພົວພັນກັບຄົນເຊື້ອຊາດລາວຢູ່ຕ່າງປະເທດເພື່ອອ່ວຍໜ້າມາສະໜັບສະໜູນພາລະກິດປົກປັກຮັກສາແລະ ພັດທະນາປະເທດຊາດ, ​ເພີ່ມທະວີການນຳໃຊ້ເຕັກໂນໂລຍີ ຂໍ້ມູນຂ່າວສານເຂົ້າຮັບໃຊ້ວຽກງານຕ່າງປະເທດເພື່ອເຜີຍແຜ່ໂຄສະນາແນວທາງນະໂຍບາຍຂອງພັກແລະ ຜົນສຳເລັດໃນການພັດທະນາລາວເຮົາເພື່ອກະກຽມການເຂົ້າເປັນປະຊາຄົມ​​ເສດຖະກິດອາຊຽນໃນທ້າຍປີ 2015 ​ແລະ ກຽມພ້ອມເປັນປະທານອາຊຽນໃນປີ 2016 ​ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

No comments:

Post a Comment