Ad

Ad

25 August 2015

ໄດ້ແຕ່ເວົ້າ ມືບໍ່ເອົາສິເສຍທ່າ ( ຄໍລຳ ບັນຫາຈານແຍ່ )

 ຈານແຍ່ດີໃຈແຮງທີ່ອ່ານພົບຫວ່າງບໍ່ເຖິງມານີ້ວ່າ: ໃນຕໍ່ໜ້າພາບລົດໃຫຍ່ຢອງຢູ່ເທິງທາງ ຍ່າງ, ຈອດຢູ່ ຮິມທາງບ່ອນຫ້າມ ຈອດຈະມະຫັບມະຫາຍໄປດ້ວຍມາດຕະການເດັດຈົນຂາດ (ເພາະຜ່ານມານັ້ນເດັດຢູ່ແຕ່ບໍ່ ຂາດ) ຄືເຮັດຢູ່ບ້ານເພິ່ນເມືອງ ທ່ານຄືກ່າວເຕືອນ, ປັບໄໝ, ຢິບໃບຂັບຂີ່ກ້າວໄປເຖິງບ່ອນຫ້າມປະກອບອາຊີບຂັບຂີ່ຕະ ຫລອດ ຊາດ. ດີໃຈລື່ນນັ້ນຕື່ມກໍແມ່ນ ຂ່າວທີ່ວ່າ ຈະມີຮອດມາດຕະການໃຊ້ລົດລາກ ຫລື ຍົກລົດທີ່ ຈອດຜິດບ່ອນ, ລະເມີດກົດຈະລາ ຈອນ ຫລື ຖືກສຳລຸດຊຸດໂຊມ ຍ້ອນອຸປະຕິເຫດອອກຈາກເສັ້ນທາງ ເພື່ອຮັບປະກັນສະພາບໄຫລ ລ່ຽນຂອງການຈະລາຈອນ. ເລື່ອງນີ້ຂໍໂມທະນາສາທຸການນຳ ຫລາຍໆ ຂໍໃຫ້ເປັນຈິງດັ່ງວ່າ ໄວໆແດ່ຢ່າໃຫ້ເປັນດັ່ງ ແຜນປ່ຽນປ້າຍທະບຽນລົດ “ກຳແພງ ນະຄອນ” ມາເປັນ “ນະຄອນ ຫລວງ” ໃຫ້ສອດຄ່ອງກັບລັດຖະ ທຳມະນູນ ເຊິ່ງຈະມີອາຍຸຄົບ 24 ປີ ໃນວັນທີ 15 ເດືອນສິງຫານີ້. ມາຮອດດຽວນີ້ກໍຍັງໄດ້ຍິນຄຳ ວ່າ: “ຊິ...ຊິ...ຊິ...ປ່ຽນ” ຢູ່ຄືເກົ່າ. ສາຍດ່ວນເຂົ້າສະພາຫລາຍສາຍ ບອກວ່າ: “ມັນຂັດລັດຖະທຳມະ ນູ” ແຕ່ບາງຄົນກໍເວົ້າໜ້າຕາເສີຍ ວ່າ: “ເລື່ອງປ້າຍທະບຽນລົດມັນ ບໍ່ແມ່ນເລື່ອງຄໍຂາດບາດຕາຍ, ມັນບໍ່ໄດ້ທຳລາຍລ້າງຜານບ້ານ ເມືອງ, ປ່ຽນຍາມໃດ ກໍໄດ້ດ໋ອກ”.

             ຫວ່າງເກືອບສອງເດືອນກ່ອນໜ້ານີ້ ໄດ້ຮັບວ່າທາງການນະຄອນຫລວງຮ່າໂນ້ຍສົມທົບກັບເຈົ້າໜ້າທີ່ຕຳ ຫລວດຈະລາ ຈອນຮ່ວມກັນລົງມືຈັດສັນລະບຽບການຈອດລົດຄືນໃໝ່. ນອກຈາກເພີ່ມບ່ອນຈອດໃຫ້ສົມຄູ່ກັບ ຈຳນວນລົດໃຫຍ່ສາມແສນກວ່າຄັນ ແລະ ລົດຈັນສີ່ລ້ານຄັນໃນ ນະຄອນຫລວງຮ່າໂນ້ຍແລ້ວ, ຄະນະຈັດສັນບ່ອນ ຈອດລົດຄັ້ງນີ້ ຍັງໄດ້ສັ່ງໃຫ້ສຳນັກງານ, ຫ້າງຮ້ານ, ສະຖານທີ່ປະກອບການ, ໂຮງແຮມຕ່າງໆນຳໃຊ້ຊັ້ນທີ 1 ຫລື ຊັ້ນໃຕ້ດິນຂອງຕຶກຕົນເປັນບ່ອນຈອດລົດສຳລັບພະນັກງານ ແລະ ລູກຄ້າຂອງຕົນໂດຍສະເພາະຫ້າມນຳໃຊ້ເພື່ອຈຸດ ປະສົງອື່ນເດັດຂາດ ເພາະພະນັກງານ ແລະ ລູກຄ້າກໍຈະພາກັນຈອດລົດຊະຊາຍກວມເອົາທາງຍ່າງ ແລະ ບ່ອນຫ້າມ ຈອດ. ຄຳສັ່ງນີ້ກິນໃຈຈານແຍ່ທີ່ສຸດ ເພາະຢູ່ນະຄອນຫລວງວຽງຈັນຂອງພວກເຮົາຫ້າງຮ້ານ, ຕຶກກໍຄືສະຖານທີ່ປະ ກອບການບໍ່ຄ່ອຍເອົາໃຈໃສ່ເລື່ອງບ່ອນຈອດລົດສຳລັບພະນັກງານ ແລະ ລູກຄ້າຂອງຕົນເອງ, ທັງໆທີ່ພໍມີບ່ອນໃຫ້ຈອດ ຖ້າບໍ່ເຫັນແກ່ໂຕເກີນໄປ. ຕາມສັງເກດ, ເຮືອນສ່ວນຕົວຫລາຍຫລັງມີເດີ່ນພໍຈອດລົດໄດ້ຫລາຍຄັນແຕ່ເຈົ້າຂອງເຮືອນ ພັດນຳໃຊ້ເປັນເດີ່ນກິລາໝາກຂົນໄກ່, ປູກຫຍ້າ, ປູກຕົ້ນໄມ້ແຕ່ລົດພັດສວຍໂອກາດເອົາໄປຈອດໄວ້ຕາມທາງແບບຖາ ວອນ. ຖ້າເຮັດແນວ ນີ້, ເຖິງວ່າລັດຈະທຸ້ມງົບປະມານສິສ້າງທາງຫລາຍເສັ້ນປານໃດກໍຄົງໜີບໍ່ມົ້ມສະພາບແອອັດຍັດ ບຽດຢູ່ຄືເກົ່າ.

               ບັນຫາທີ່ຈານແຍ່ເປັນຫ່ວງຫລາຍກວ່າເລື່ອງຫຍຸ້ງໆກາງຖະໜົນຍ້ອນບັນຫາຈະລາຈອ ຕິດຂັດນັ້ນ ກໍຄືສະຕິເຄົາລົບກົດໝາຍທີ່ຕິດພັນກັບກົດຈະລາຈອນ, ການລະເມີດບ່ອນຫ້າມຈອດ. ຖ້າການລະເມີດເຫລົ່ານັ້ນ ບໍ່ມີຜູ້ຕັກເຕືອນ, ປັບໄໝໃສ່ໂທດຕາມລະບຽບການທີ່ກຳນົດໄວ້ແລ້ວຕໍ່ໄປກໍຈະກາຍເປັນບັນຫາ “ນົກລື້ງຜຽກ” ເຄື່ອງໝາຍຫ້າມຈອດທີ່ອົດສາແຕ້ມໄວ້ຕາມຂອບທາງກໍຈະບໍ່ມີຄວາມໝາຍ. ຕົວຢ່າງງ່າຍໆ ກໍຄືທາງເຂົ້າຕຶກສະ ພາແຫ່ງຊາດ, ຕາມຂອບທາງມີກ່ານແດງກ່ານຂາວປ່າວເຕືອນວ່າຫ້າມຈອດ, ແຕ່ຖ້າໄປແວ່ເບິ່ງທຸກໆແລງກໍຈະເຫັນ ລົດຈອດຈີມກັນປານມົດປານປວກ. ເລື່ອງນີ້ຈານແຍ່ເອງກໍເຫັນໃຈພວກໄປຍ່າງອອກກຳລັງກາຍ ເພາະບໍ່ມີ ບ່ອນຈອດ ແທ້ໆ. ທີ່ຢາກເວົ້າກໍຄື ວ່າ: ຖ້າຫ້າມຈອດບໍ່ໄດ້ແທ້ໆ ກໍຄວນລຶບສີຫ້າມຈອດອອກດີກວ່າຈະປ່ອຍໃຫ້ຄົນລື້ງກັບການ ລະເມີດລະບຽບກົດໝາຍເພາະຕົກຕາວ່າລະເມີດໄດ້ບ່ອນໜຶ່ງແລ້ວບ່ອນອື່ນກໍຕ້ອງລະເມີດໄດ້ບໍ່ຕ່າງຫຍັງກັບເພິ່ນວ່າ: “ຍັງ ນ້ອຍລັກໄກ່ໃຫຍ່ຂຶ້ນລັກງົວລັກຄວາຍ”. ດັ່ງນັ້ນ ແຜນ “ເຢິກ !” ເພື່ອເດັດຂາດກັບການລະເມີດກົດຈະລາຈອນ ແລະ ສະຖານທີ່ຫ້າມຈອດຄັ້ງນີ້ຄົງຈະປະກອບສ່ວນຍົກສູງສະຕິກົດໝາຍ ແລະ ລະບຽບການບໍ່ແມ່ນຂອງໜ້ອຍ.

No comments:

Post a Comment