Ad

Ad

24 August 2015

ສະຫາຍເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ​ຊີ້ນຳນະຄອນຫລວງວຽງຈັນຜັນຂະຫຍາຍທິດພັດທະນາໃຫ້ປະກົດຜົນເປັນຈິງຫລາຍຂຶ້ນ

             
ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກນະຄອນຫລວງວຽງຈັນ, ໄດ້ອັດລົງດ້ວຍຜົນສຳເລັດຈົບງາມໃນຕອນບ່າຍວັນທີ 21 ສິງຫາ 2015 ນີ້, ພາຍຫລັງດຳເນີນມາເປັນເວລາ 3 ວັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ຈູມມາລີ ໄຊຍະສອນ. ກອງປະຊຸມຄັ້ງສຳຄັນນີ້ຜູ້ແທນໄດ້ເປັນເອກກະພາບເລືອກເອົາສະຫາຍ ດຣ ສີນລະວົງ ຄຸດໄພ ທູນ ເປັນເລຂາຄະນະພັກນະຄອນຫລວງວຽງຈັນ, ສະຫາຍ ສີຫຸນ ສິດທິລືໄຊ, ສະຫາຍ ດຣ ອານຸພາບ ຕຸນາລົມ ແລະ ສະຫາຍ ແກ້ວພິລາວັນ ອາໄພລາດ ເປັນຮອງເລຂາຄະນະພັກ, ສະຫາຍ ລາຊະນີວົງ ອຳມະລາທິທາດາ ເປັນປະທານກວດກາ, ສະຫາຍສົມຈິດ ກຸນລະເສນ, ສະຫາຍ ບຸນສີ ກອງບຸດ ແລະ ສະຫາຍ ກອງດີ ສຸທຳມະໂກດ ເປັນຮອງປະ ທານກວດກາ.
             ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່ຈູມມາລີ ໄຊຍະສອນ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ແລະ ໃຫ້ທິດຊີ້ນຳແກ່ຄະນະພັກນະຄອນຫລວງຊຸດໃໝ່ເອົາໃຈໃສ່ຊີ້ນຳ-ນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ແລະ ທິດທາງພັດທະນາຂອງນະຄອນຫລວງໃນຕໍ່ໜ້າໃຫ້ປະກົດຜົນເປັນຈິງ, ເຊິ່ງກ່ອນອື່ນສະຫາຍໄດ້ສະແດງ

ຄວາມຍ້ອງຍໍຊົມເຊີຍຕໍ່ບັນດາໝາກຜົນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ແລະ ບັນດາຜົນສຳເລັດອັນໃຫຍ່ຫລວງຂອງການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫລວງວຽງຈັນໃນໄລຍະ 5 ປີຜ່ານມາ, ແຕ່ຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນກໍຍັງເຫັນວ່າມີຈຸດອ່ອນ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ, ໂດຍສະເພາະໃນຂົງ ເຂດເສດຖະກິດເຖິງວ່າມີການຂະຫຍາຍຕົວແຕ່ຍັງບໍ່ທັນໜັກແໜ້ນ ແລະ ຍືນຍົງ, ການລົງທຶນສ່ວນຫລາຍແມ່ນສຸມໃສ່ແຕ່ກໍ່ສ້າງພື້ນຖານໂຄງລ່າງ, ການປະຕິບັດວິໄນແຜນການ-ການເງິນຍັງບໍ່ເຂັ້ມງວດ, ເກີດມີໂຄງການນອກແຜນ ແລະ ມີໜີ້ສາທາລະນະເປັນຈຳນວນຫລາຍ, ອັນສົ່ງຜົນກະທົບຕໍ່ເສດຖະກິດມະຫາພາກຂອງຊາດ, ສ່ວນການຄຸ້ມຄອງຈັດສັນຕົວເມືອງ ແລະ ການພັດທະນາກໍເຫັນວ່າບໍ່ທັນໄປຕາມແຜນການລວມທີ່ລັດຖະບານວາງອອກ ແລະ ມີໂຄງການ
ຈຳນວນໜຶ່ງຍັງຂາດການປຶກສາຫາລືກັບຂະແໜງການຂອງສູນກາງ ແລະ ບໍ່ມີການປະຊາສຳພັນກັບປະຊາຊົນ, ການປະຕິບັດນະໂຍບາຍ 6 ຍັງດຳເນີນໄປດ້ວຍຄວາມຊັກຊ້າ ແລະ ບໍ່ທັນຮັບປະກັນໄດ້ວ່າເປັນນະຄອນຫລວງທີ່ສະອາດສວຍງາມ, ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພແທ້ຈິງ. ສະນັ້ນ ເພື່ອສືບຕໍ່ແກ້ບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ກ່າວມານັ້ນ, ຈຶ່ງຂໍແນະນຳໃຫ້ຄະນະພັກ-ຄະນະນຳນະຫລວງວຽງຈັນ ເອົາໃຈໃສ່ບາງບັນຫາຄື: ຕ້ອງປົກປັກຮັກສາ ແລະ ສ້າງສາພັດທະນານະຄອນຫລວງຕາມນະໂຍບາຍຂອງພັກ ແລະ ລັດຖະບານ ເຮັດໃຫ້ເມືອງຫລວງກາຍເປັນນະຄອນຈະເລີນວັດທະນາ, ໜ້າຢູ່, ສີວິໄລ, ທັນສະໄໝ ແລະ ເປັນຕົວແບບໃຫ້ແຂວງອື່ນໆຂອງປະເທດ, ຮັບປະກັນຄວາມປອດໄພ,ອຳນວຍຄວາມສະດວກໃຫ້ການເຄື່ອນໄຫວຂອງບັນດາສຳນັກງານ-ອົງການສູນກາງພັກ, ລັດຖະບານ, ບັນດາສະຖາບັນການເມືອງ-ສັງຄົມ, ອົງການຈັດຕັ້ງສາກົນປະຈຳນະຄອນຫລວງວຽງຈັນ, ປະສານງານກັບບັນດາແຂວງເພື່ອປະຕິບັດມະຕິຂອງກົມການເມືອງສູນກາງພັກ, ລັດຖະບານກ່ຽວກັບການພັດທະນາເມືອງຫລວງຂອງປະເທດ ແລະ ເຂົ້າຮ່ວມໂຄງການຕ່າງໆຂອງລັດຖະບານ ແລະ ຂະແໜງການສູນກາງໃນນະ
ຄອນຫລວງວຽງຈັນ ແລະ ໃນເຂດພາກກາງ, ເປັນເຈົ້າການ ແລະ ຕັ້ງໜ້າເປີດກວ້າງການພົວພັນຮ່ວມມືແບບເປັນພັນທະກັບນະຄອນຫລວງ, ແບບມິດຕະພາບກັບບັນດານະຄອນ ແລະ ແຂວງຂອງປະເທດຕ່າງໆເປັນຕົ້ນ: ປະເທດສະມາຊິກອາຊຽນ, ຍາດແຍ່ງກຳລັງແຮງຈາກພາຍນອກ, ສ້າງເງື່ອນໃຫ້ຊາວເມືອງໄດ້ມີໂອກາດພົບປະສ້າງສັນ ແລະ ຮ່ວມມືດ້ານເສດຖະກິດ, ວັດທະນທຳ, ການສຶກສາ, ວິທະຍາສາດ ແລະ ຕັກໂນໂລຊີໃໝ່ກັບເພື່ອນມິດສາກົນ, ສູ້ຊົນ
ບຸກທະລຸໃນການພັດທະນາເສດຖະກິດ, ສ້າງນະຄອນຫລວງວຽງຈັນເປັນໃຈກາງເສດຖະກິດຂອງປະເທດທີ່ມີຈັງຫວະການເຕີບໂຕສູງຕາມກົນໄກຕະຫລາດເພື່ອຫັນເປັນອຸດສະຫະກຳ-ທັນສະໄໝ, ມີຄຸນະພາບ ແລະ ຍືນຍົງ, ໃຫ້ຮັບປະກັນທາງດ້ານສະບຽງອາຫານໂດຍການສົ່ງເສີມການປູກຝັງ-ລ້ຽງສັດເປັນສີນຄ້າ ແລະ ອຸດສະຫະກຳປຸງແຕ່ງຕ່າງໆ, ເອົາໃຈໃສ່ປັບປຸງ, ຂະຫຍາຍຕາໜ່າງການຄ້າ-ບໍລິການໃຫ້ເປັນລະບົບມາດຕະຖານ, ກຳນົດເຂດພັດທະນາໃຫ້

ເອກະຊົນລົງທຶນຢ່າງເໝາະສົມ, ເອົາໃຈໃສ່ຂະຫຍາຍ ແລະ ປັບປຸງພື້ນຖານໂຄງລ່າງດ້ານຄົມມະນາຄົມ, ໂທລະຄົມມະນາຄົມໃຫ້ມີຄຸນນະພາບເພື່ອຮັບປະກັນການບໍລິການປະຊາຊົນມີຄວາມວ່ອງໄວ, ສົ່ງເສີມການກໍ່ສ້າງຂົວ, ທາງ, ລະບົບນ້ຳປະປາ, ສະຖານທີ່ຈອດລົດໃນຕົວເມືອງດ້ວຍຮູບແບບລັດ ແລະ ປະຊາຊົນພ້ອມກັນເຮັດ, ຍົກລະດັບການຂົນສົ່ງມວນຊົນໃຫ້ທັນສະໄໝ ແລະ ຕ້ອງຕັ້ງໜ້າແກ້ໄຂສະພາບການສັນຈອນແອອັດໃຫ້ມີປະສິດທິຜົນ. ນອກຈາກນີ້ກໍຕ້ອງຂຸດຄົ້ນແຫລ່ງລາຍຮັບງົບປະມານໃຫ້ໄດ້ຕາມແຜນ, ແກ້ໄຂໜີ້ສີນໃຫ້ຫລຸດລົງ ແລະ ເດັດຂາດບໍ່ສ້າງໜີ້ໃໝ່ຕື່ມອີກ, ຕັ້ງໜ້າພັດທະນາເທດສະບານໃຫ້ໜ້າຢູ່, ຍືນຍົງ ແລະ ຫລຸດພົ້ນຈາກສະຖານະພາບດ້ອຍພັດທະນາ, ບູລະນະຄຸ້ມເມືອງເກົ່າ, ສ້າງເຂດເມືອງໃໝ່ທີ່ທັນສະໄໝ ແລະ ເອົາໃຈໃສ່ການບຸກທະລຸດ້ານກົນໄກລະບຽບການບໍລິຫານຄຸ້ມຄອງລັດແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງແນວຄິດໃຫ້ພະນັກງານ-ສະມາຊິກພັກ ເພື່ອຍົກສູງຄວາມເປັນແບບຢ່າງ, ເປັນເຈົ້າການ ແລະ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກໃຫ້ມີຜົນສຳເລັດ, ໂດຍຖືເອົາຜົນປະໂຫຍດຂອງຊາດ, ຂອງປະຊາຊົນເປັນສຳຄັນ, ນອກຈາກນັ້ນ ກໍປັບປຸງການຈັດຕັ້ງໃຫ້ເໝາະສົມລວມທັງກົນໄກການບໍລິຫານໃຫ້ມີບາດກ້າວທັນສະໄໝ, ສືບຕໍ່ຂະຫຍາຍການບໍລິການປະຕູດຽວໃນທຸກເມືອງ ແລະ ພະແນກການຕ່າງໆໃນນະຄອນຫລວງເພື່ອໃຫ້ຮັບໃຊ້ການບໍລິການຂອງນັກລົງທຶນ ກໍຄືປະຊາຊົນສະດວກວ່ອງໄວຂຶ້ນກວ່າເກົ່າ.

No comments:

Post a Comment