Ad

Ad

24 August 2015

ໂຮມ​ຊຸມ​ນຸມ​ໃຫຍ່​ລະນຶກ​ວັນ​ຢຶດອໍານາດ 23 ສິງຫາ​ຄົບ​ຮອບ 40 ປີ

ໃນວັນທີ22 ສິງຫານີ້, ຄະນະພັກ, ອຳນາດການປົກຄອງນະຄອນຫລວງວຽງຈັນ,​ ໄດ້ຈັດພິທີໂຮມຊຸມນຸມໃຫຍ່ລະນຶກວັນຢຶດອໍານາດ 23 ສິງຫາ(23/8/1975-23/8/2015)  ຂຶ້ນທີ່ຫໍປະຊຸມແຫ່ງຊາດ, ໂດຍການໃຫ້ກຽດ​ເຂົ້າຮ່ວມຂອງທ່ານ ທອງສິງ ທໍາມະວົງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ທ່ານພົນເອກ ສີສະຫວາດແກ້ວບຸນພັນ ອະດີດກໍາມະການກົມການເມືອງສູນກາງພັກ, ທ່ານ ດຣ ສິນລະວົງ ຄຸດໄພທູນ ກໍາມະການສູນກາງພັກ,​ ເຈົ້າຄອງນະຄອນຫລວງວຽງຈັນ ແລະ ພະນັກງານອາວຸໂສບໍານານ​, ພ້ອມດ້ວຍມວນຊົນເຂົ້າຮ່ວມເປັນຈຳນວນຫລາຍ.

            ​ໃນໂອກາດດັ່ງກ່າວທ່ານເຈົ້າຄອງນະຄອນຫລວງວຽງຈັນໄດ້ກ່າວສູນທອນພົດຕໍ່ງານມິດຕິງໃຫຍ່ດັ່ງກ່າວວ່າ:ການຢຶດອໍານາດ 23 ສິງຫາຢູ່ນະຄອນຫລວງວຽງຈັນແມ່ນເປັນເຫດການການເມືອງທີີ່ມີຄວາມໝາຍສໍາຄັນຍິ່ງຂອງຊາດລາວ, ກໍຄືຊາວນະຄອນຫລວງວຽງຈັນ, ການຢຶດອໍານາດ 23 ສິງຫາຢູ່ນະຄອນວຽງຈັນເປັນການໂມ່ງບາດຄ້ອນ
ມະຫັດສະຈັນເຂົ້າໃສ່ ກໍາແພງສຸດທ້າຍຂອງອິດທິກໍາລັງຈັກກະພັດຜູ້ຮຸກຮານແລະພວກປະຕິການຂາຍຊາດໃຫ້ມຸ່ນທະລາຍໄປຢ່າງສິ້ນເຊີງ, ເປັນການໄຂເສັ້ນທາງສູ່ໄຊຊະນະອັນສົມບູນຂອງການປະຕິວັດປົດປ່ອຍຊາດ, ປະທິປະໄຕ ແລະ ເປັນພື້ນຖານ, ເປັນອາລຸນວັນໃໝ່ຂອງການສ້າງຕັ້ງລະບອບສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ທັງແມ່ນໝາກຜົນຂອງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານທີ່ເຕັມໄປດ້ວຍຄວາມທຸກຍາກລໍາບາກ,​ ພິລະອາດຫານ, ການເສຍສະຫລະຊີວິດແລະເລືອດເນື້ອຂອງປະຊາຊົນລາວບໍ່ຈັກວ່າເທົ່າໃດ, ທັງແມ່ນໝາກຜົນຂອງການນໍາໃຊ້ສາມບາດຄ້ອນຍຸດທະສາດບຸກໂຈມຕີສັດຕູແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ”,​ ທັງແມ່ນກຽດອັນສູງສຸດຂອງນັກຮັກຊາດ, ຊົນຊັ້ນກໍາມະກອນ, ນັກຮຽນຮູ້ປັນຍາຊົນ ແລະ ຜູ້ອອກແຮງງານຊາວນະຄອນຫລວງວຽງຈັນຜົນສໍາເລັດຂອງວັນຢຶດອໍານາດ 23 ສິງຫາແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫລາດສ່ອງ​​ໃສຂອງພັກທີ່ຮູ້ໝູນໃຊ້ລັດທິມາກ-ເລນິນເຂົ້າໃນພຶດຕິກໍາຕົວຈິງຂອງການປະຕິວັດລາວຢ່າງປະດິດສ້າງ; ມັນແມ່ນໄຊຊະນະຂອງກໍາລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ແລະ ແມ່ນໄຊຊະນະຂອງຄວາມສາມັກຄີຮ່ວມສໍາພັນສູ້ຮົບລະຫວ່າງປະຊາຊົນລາວ, ຫວຽດນາມ ແລະ ກໍາປູເຈຍທີ່ໄດ້ຄຽງບ່າຄຽງໄຫ່ລກັນຕ້ານສັດຕູໂຕດຽວກັນ, ພ້ອມທັງໄດ້ຮັບການຊ່ວຍເຫລື, ສະໜັບສະໜູນອັນແຂງແຮງ ແລະ ລ້ຳຄ່າຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງເປັນຕົ້ນແມ່ນ ສສ ຫວຽດນາມ, ອະດີດສະຫະພາບໂຊວຽດ, ສປ.ຈີນ ແລະ ຂອງປະຊາຊົນຜູ້ກ້າວໜ້າໃນໂລກ.

No comments:

Post a Comment