Ad

Ad

24 August 2015

20 ປີແຫ່ງການເຊື່ອມໂຍງສູ່ຕະຫລາດໂລກຂອງ BIDV

ໃນຄ່ຳວັນທີ 21 ສິງຫາຜ່ານມານີ້, ທະນາຄານລົງທຶນ ແລະ ພັດທະນາຫວຽດນາມ (BIDV), ໄດ້ຈັດງານລ້ຽງສະຫລອງຄົບຮອບ 20 ປີແຫ່ງການເຊື່ອມໂຍງສູ່ຕະຫລາດໂລກຢູ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ດຣ ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງາເສດຖະກິດມະຫາພາກ ແລະ ການບໍລິການ, ມີບັນດາລັດຖະມົນຕີວ່າການ, ຊ່ວຍວ່າການ, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ, ມີຄະນະຜູ້ບໍລິຫານແລະ ພະນັກງານທະນາຄານ, ພ້ອມດ້ວຍແຂກເຂົ້າຮ່ວມເປັນຈຳນວນຫລາຍ.
    ຮອງປະທານສະພາບໍລິຫານທະນາຄານດັ່ງກ່າວໄດ້ມີຄຳປາໄສຕໍ່ງານລ້ຽງວ່າ: ທະນາຄານ BIDV ໄດ້ຮັບການສ້າງຕັ້ງຂື້ນເມື່ອປີ 1957 ດ້ອຍຮູບແບບຕອບສະໜອງງົບປະມານຂອງລັດຖະບານ, ຈົນມາຮອດປີ 1995 ຈຶ່ງໄດ້ຫັນມາເຄື່ອນໄຫວຕາມລະບົບທະນາຄານທຸລະກິດ ແລະ ເຫັນວ່າມີບາດກ້າວຂະຫຍາຍຕົວສູງ, ໄລ່ມາຮອດເດືອນພຶດສະ ພາ 2015 ນີ້,
ທະນາຄານດັ່ງກ່າວມີຍອດມູນຄ່າຊັບສີນທັງໝົດເກືອບ 35 ຕື້ໂດລາສະຫະລັດ, ໄດ້ກາຍເປັນໜຶ່ງໃນ 4 ຂອງທະນາຄານທຸລະກິດແຖວໜ້າຂອງຫວຽດນາມ ແລະ 20 ປີຜ່ານມາແຫ່ງການພົວພັນຮ່ວມມືລະຫວ່າງ BIDV ແລະ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ BCEL ໃນປີ 1999 ສອງຝ່າຍໄດ້ຮ່ວມມືສ້າງຕັ້ງທະນາຄານຮ່ວມທຸລະກິດລາວ-ຫວຽດ(Lao-VietBank) ແລະ ນັບແຕ່ນັ້ນມາທະນາຄານດັ່ງກ່າວໄດ້ມີທ່າຂະຫຍາຍຕົວຂຶ້ນເປັນລຳດັບ ແລະ ໄດ້ປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍການເງິນ-ເງິນຕາ ເພື່ອຕອບສະໜອງໃຫ້ແກ່ຄວາມຕ້ອງການການພັດທະນາເສດຖະກິດ-ສັງຄົມຂອງລາວນັບມື້ເຕີບໃຫຍ່ເຂັ້ມແຂງ, ເຮັດສຳເລັດໜ້າທີ່ການ ເມືອງຂອງຕົນກໍຄືການພົວພັນຮ່ວມມືເສດຖະກິດ-ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດປະສົບຜົນສຳເລັດ ແລະ ນັບມື້ກ້າວເຂົ້າສູ່ລວງເລິກ.

             ໃນໂອກາດນີ້, ຮອງນາຍົກລັດຖະມົນຕີ ດຣ ບຸນປອນ ບຸດຕະນະວົງ ໄດ້ໃຫ້ກຽດຂຶ້ນມີຄຳເຫັນວ່າ: ລາວ-ຫວຽດນາມ ເປັນສອງປະເທດອ້າຍນ້ອງທີ່ມີສາຍພົວພັນມິດຕະພາບອັນເລິກເຊິ່ງ ແລະ ຮ່ວມມືພິເສດຮອບດ້ານ, ດັ່ງນັ້ນໃນໄລຍະຜ່ານມາ, ພັກ ແລະ ລັດຖະບານສອງປະເທດລາວ-ຫວຽດນາມ ຍາມໃດກໍໄດ້ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນຫລາຍຂົງເຂດ ແລະ ພິເສດກໍແມ່ນການຮ່ວມມືດ້ານເສດຖະກິດ ແລະ ຕະຫລອດ 20 ປີຂອງການເຄື່ອນໄຫວຮູບແບບທະນາຄານທຸລະກິດຂອງ(BIDV), ໃນນັ້ນ 16 ປີແມ່ນການສ້າງຕັ້ງ ແລະ ເຄື່ອນໄຫວດຳເນີນທຸລະກິດໃນຂົງເຂດການເງິນ-ທະນາຄານຢູ່ລາວ, ຊຶ່ງໄດ້ປະຕິບັດໜ້າທີ່ສຳຄັນທີ່ລັດຖະບານສອງປະເທດລາວ-ຫວຽດນາມມອບໝາຍໃຫ້ບັນລຸຜົນເປັນຢ່າງດີ, ອັນໄດ້ປະກອບສ່ວນຢ່າງຕັ້ງໜ້າໃນພາລະກິດພັດທະນາເສດຖະກິດຂອງລາວ, ໂດຍຜ່ານການຈັດສັນແຫລງເງີນທຶນສຳລັບໂຄງການເສດຖະກິດທີ່ເປັນຈຸດສຸມ, ມີລັກສະນະຍຸດທະສາດ, ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຢູ່ບັນດາແຂວງ ແລະ ທ້ອງຖິ່ນຂອງລາວ, (BIDV) ໄດ້ກາຍເປັນແບບຢ່າງທີ່ພົ້ນເດັນໃນການພົວພັນຮ່ວມມືເສດຖະກິດລະຫວ່າງສອງປະເທດລາວ-ຫວຽດນາມ, ໄປພ້ອມກັການເຄື່ອນໄຫວທຸລະກິດ (BIDV) ໄດ້ເອົາໃຈໃສ່ເຂົ້າຮ່ວມ ແລະ ສະໜັບສະໜູນບັນດາການເຄື່ອນໄຫວກິດຈະກຳເພື່ອສັງຄົມຢູ່ຫລາຍຂົງເຂດທີ່ມີມູນ ຄ່າຫລາຍລ້ານໂດລາສະຫະລັດໃນແຕ່ລະປີ, ອັນເປັນການປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ.

No comments:

Post a Comment