Ad

Ad

24 August 2015

ເຈົ້າໜ້າ​ທີ່​ໄທ​ຊ່ວຍ​ເຫລືອ​ແຮງ​ງານ​ລາວ​ສິບ​ກວ່າ​ຄົນຖືກກົດ​ຂີ່​ແຮງ​ງານ​ຢ່າງທາລຸນໃນ​ຟາ​ມລ້ຽງ​ໄກ່ ​ແລະ ໝູ ຢູ່​​ນະຄອນ​ປະຖົມ

     ​ຕາມ​​​ເວັບໄຊໜັງສືພິມມະຕິຊົນຂອງໄທໃຫ້ຮູ້ວ່າ:​ໃນວັນທີ 22 ສິງຫານີ້, ​ເຈົ້າໜ້າທີ່ຕຳຫລວດຈັງຫວັດນະຄອນປະຖົມ, ​ໄດ້ນຳກຳລັງເຂົ້າກວດຄົ້ນຟາມລ້ຽງໄກ່ແລະ ໝູຊື່ວ່າ:“​ຍຸພາຟາຢູ່ໃນເທດສະບານເມືອງ, ຈັງຫວັດນະຄອນປະຖົມ, ພາຍຫລັງໄດ້ຮັບການຮ້ອງຂໍຄວາມຊ່ວຍເຫລືອຈາກທ້າວ ຊານົນແສງແກ້ວ ອາຍຸ 25 ປີເຊິ່ງເປັນແຮງງານລາວທີ່ຫລົບໜີອອກມາຈາກຟາມດັ່ງກ່າວ ພ້ອມໝູ່ອີກ 1 ຄົນວ່າມີການກັກຂັງຂູດຮີດບັງຄັບໃຊ້ແຮງງານຢ່າງຜິດກົດໝາຍໂດຍມີການກັກຂັງແຮງງານຄົນລາວອີກຫລາຍກວ່າ 10 ຄົນຢູ່ໃນຟາມດັ່ງກ່າວ.
      ​ເມື່ອເຈົ້າໜ້າທີ່ນຳກຳລັງເຂົ້າໄປ​​ຟາມລ້ຽງໄກ່ແລະ ໝູຂະໜາດໃຫຍ່ ພົບແຮງງານລາວ 14 ຄົນ ອາຍຸລະຫວ່າງ 14-25 ປີຖືກກັກຂັງບັງຄັບ​​ໃຊ້ແຮງງານຈຶ່ງໄດ້ໃຫ້ຄວາມຊ່ວຍເຫລືອ. ​ແຮງງານລາວທັງໝົດໄດ້ພາເຈົ້າໜ້າທີ່ໄປເບິ່ງບໍລິເວນກັກຂັງເຊິ່ງເປັນຄອກເຫລັກມີລັກສະນະຄືຄຸກແບ່ງອອກເປັນຫ້ອງນ້ອຍໆ 10 ຫ້ອງ. ຟາມດັ່ງກ່າວເປັນຂອງຜູ້ຈັດການ
ທະນາຄານແຫ່ງໜຶ່ງໃນຈັງຫວັດນະຄອນປະຖົມເຈົ້າໜ້າທີ່ຕຳຫລວດຈຶ່ງໄດ້ຄວບຄຸມຕົວ ພ້ອມແຈ້ງຂໍ້ຫາວ່າ: ​ໃຊ້ແຮງງານທາດ, ກັກຂັງຂູດຮີດ, ທຳຮ້າຍຮ່າງກາຍ, ທາລຸນເດັກແລະ ຄ້າມະນຸດ ກ່ອນສືບສວນ​-ສອບສວນໄປຍັງເຄືອຂ່າຍຄ້າມະນຸດເພື່ອດຳເນີນຄະດີຕາມກົດໝາຍຕໍ່ໄປ.
     ທ້າວ ຊານົນແສງແກ້ວແຮງງານຄົນລາວ ກ່າວວ່າ: ຕົນເອງກັບໝູ່ຖືກຕົວະມາຈາກປະເທດລາວໂດຍນາຍໜ້າໄດ້ບອກວ່າຈະພາມາເຮັດວຽກລາຍໄດ້ດີ ກ່ອນຈະຖືກສົ່ງມາເຮັດວຽກຢູ່ຟາມແຫ່ງນີ້ແລະ ຖືກນາຍຈ້າງບັງຄັບໃຊ້ແຮງງານລ້ຽງໄກ່-ລ້ຽງໝູແຕ່ເຊົ້າຮອດຄ່ຳແບບທາລຸນ, ບາງ​​ເທື່ອກໍຖືກທຳຮ້າຍຮ່າງກາຍຈົນໄດ້ຮັບບາດເຈັບແລະ ບໍ່ຍອມພາໄປຫາໝໍ. ພໍຄ່ຳມາເລີກວຽກນາຍຈ້າງຈະບັງຄັບໃຫ້ເຂົ້າໄປຢູ່ໃນຄອກເຫລັກໂດຍປິດປະຕູລ໋ອກກຸນແຈຢ່າງແໜ້ນໜາແລະ ຖ້າບໍ່ເຮັດວຽກຕາມຄຳສັ່ງຈະຖືກນາຍຈ້າງໃຊ້ດ້າມປືນທຸບຫົວ ຫລື ຕີດ້ວຍທ່ອນເຫລັກແລະ ບໍ່ມີການຈ່າຍເງິນຄ່າແຮງງານແຕ່ຢ່າງໃດ.
     ​ເຈົ້າໜ້າທີ່ຕຳຫລວດຈັງຫວັດນະຄອນປະຖົມ ກ່າວວ່າ: ພາຍຫລັງຊ່ວຍເຫລືອແຮງງານຕ່າງດ້າວທັງໝົດອອກມາຈາກຟາແລ້ວໄດ້ນຳໄປສອບສວນປະຫວັດການເຂົ້າມາປະເທດໄທໃນລັກສະນະໃດ?, ວິທີການໃດ? ​ແລະ ສອບສວນແຕ່ລະຄົນວ່າໃຜ​​ໄດ້ຮັບການທາລຸນ​​ແບບໃດ?, ກ່ອນຈະສົ່ງຜູ້ເຄາະຮ້າຍທັງໝົດພ້ອມກັບຜູ້ຕ້ອງຫາມາດຳເນີນຄະດີຕາມກົດໝາຍ.

     ນອກຈາກນີ້ ຈະໄດ້ວາງມາດຕະການໃຫ້ເຈົ້າໜ້າທີ່ອອກກວດກາສຳຫລວດຟາມຕ່າງໆວ່າຍັງມີຟາໃດທີ່ໃຊ້ແຮງງານຜິດກົດໝາຍແບບນີ້ອີກເຊິ່ງຈະຕ້ອງຂໍຄວາມຮ່ວມມືຈາກໜ່ວຍງານທະຫານແລະ ໜ່ວຍງານທີ່ກ່ຽວຂ້ອງເພື່ອບໍ່ໃຫ້ເກີດເຫດການລັກສະນະນີ້ອີກຕໍ່ໄປ.

No comments:

Post a Comment