Ad

Ad

24 August 2015

ປກສ ເມືອງສີສັດຕະນາກຈັບເຄືອຂ່າຍຄ້າຢາເສບຕິດຕົວອັນຕະລາຍ

ວັນທີ 19 ສິງຫານີ້,​​ ໜ່ວຍງານສະກັດກັ້ນແລະ ຕ້ານຢາເສບຕິດ ປກສເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ, ໄດ້ຈັບ​​ເປົ້າໝາຍຊື້-ຂາຍຢາເສບຕິດຢູ່ເສັ້ນທາງວົງວຽນຈີ່ນາຍໂມ້ ເມືອງສີສັດຕະນາກ ໄດ້ຜູ້ຕ້ອງຫາຄື:​ທ້າວບຸນເພັງອາຍຸ 35 ປີ ຢູ່ບ້ານດົງສ້າງຫີນ ເມືອງໄຊທານີ ນະຄອນຫລວງວຽງຈັນມາດຳເນີນຄະດີ.
ເຈົ້າໜ້າທີ່​​ໃຫ້ຮູ້ວ່າ: ກ່ອນໜ້ານີ້ຄືໃນວັນທີ 18 ສິງຫາເຈົ້າໜ້າທີ່ໄດ້ລົງແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດຢູ່ເສັ້ນທາງບ້ານພ້າວ ເມືອງຫາດຊາຍຟອງ ສາມາດຈັບຕົວຜູ້ຖືກຫາໄດ້ 1 ຄົນຄື: ​ທ້າວ ລຳຄະບວນ(ແກ່ນ)ອາຍຸ 35 ປີຢູ່ບ້ານແກ້ງປາຢ້າງ ເມືອງຫາດຊາຍຟອງ ພ້ອມຂອງກາງຢາບ້າ 100 ​ເມັດ ແລະກວດຄົ້ນເຮືອນຜູ້ກ່ຽວໄດ້ພົບເຫັນຢາບ້າຊຸກເຊື່ອງໄວ້ຢູ່ຫ້ອງນອນອີກຈໍານວນ 14.700 ​ເມັດ,​ ເງິນ 20 ພັນບາດ(ສະກຸນເງິນໄທ),15 ລ້ານກີບ, ​ໂທ


ລະສັບໜຶ່ງໜ່ວຍແລະ ລົດຈັກໜຶ່ງຄັນ, ຈຶ່ງໄດ້ຍຶດໄວ້ເປັນຫລັກຖານໃນການດໍາເນີນຄະດີ ແລະ ຜ່ານການສືບສວນ-ສອບສວນທ້າວແກ່ນໄດ້ຊັດກທອດວ່າ: ຢາບ້າດັ່ງກ່າວໄດ້ຊື້ນຳທ້າວ ບຸນເພັງ ແລະ ມາຮອດວັນທີ 19 ສິງຫາຜ່ານມານີ້,​ ເຈົ້າໜ້າທີ່ຈິ່ງຈັບຕົວຜູ້ກ່ຽວມາດໍາເນີນຄະດີໄດ້ໃນຂະນະທີ່ຜູ້ກ່ຽວມີການນັດຊື້ຂາຍຢາບ້າຢູ່ວົງວຽນດັ່ງກ່າວ, ແຕ່ຜູ້ກ່ຽວບໍ່ຍອມຈຶ່ງໄດ້ຂັບລົດຕຳລົດເຈົ້າໜ້າທີ່ເພື່ອຫລົບໜີຈາກນັ້ນເຈົ້າໜ້າທີ່ໄດ້ໃຊ້ປຶນຍິງຕີນລົດເຮັດໃຫ້ຢ່າງລົດ​​ແຕກແລະ ຂັບລົດໄປໄດ້ປະມານ 500 ​ແມັດເປົ້າໝາຍໄດ້ຈອດລົດໄວ້ຂ້າງທາງແລ້ວແລ່ນໄປ​​ລີ້ຢູ່ເຮືອນປະຊາຊົນຈຶ່ງຖືກເຈົ້າໜ້າທີ່ເຂົ້າຈັບ​​ຕົວໄດ້, ປັດຈຸບັນຄະດີດັ່ງກ່າວພວມຢູ່ໃນຂັ້ນຕອນການສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາລົງໂທດຕາມກົດໝາຍໃຫ້ໄດ້.

No comments:

Post a Comment