Ad

Ad

24 August 2015

ຜູ້ເສຍຊີວິດຈາກອຸປະຕິເຫດບົນທ້ອງຖະໜົນຍັງເປັນກະແສລາຍວັນ

 ເຈົ້າໜ້າທີ່ ຈະລາຈອນ ໃຫ້ຮູ້ວ່າ: ໃນເວລາ 3:40 ໂມງຂອງວັນທີ 21 ສິງຫານີ້, ຢູ່ຖະໜົນອາຊຽນ, ເຂດບ້ານອາກາດ ໄດ້ມີລົດຈັກສະແມັສ ໝາຍເລກທະບຽນ ດດ 8555 ກຳແພງນະຄອນ ຂັບຂີ່ມາດ້ວຍຄວາມໄວ ເກີດເສຍຫລັກ ຕຳຟຸດບາດ ເຮັດໃຫ້ ຜູ້ຂັບຂີ່ຄື: ທ້າວ ພອນປະເສີດ ອາຍຸ 23 ປີ, ນັກສຶກສາ ຢູ່ບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເສຍຊີວິດຄາທີ່ ແລະ ໃນເວລາ 19:00 ໂມງຂອງມື້ຕໍ່ມາ, ຢູ່ຖະໜົນກຳແພງເມືອງ​, ເຂດ 4 ແຍກໄຟແດງໜອງໄຮ, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ມີລົດໃຫຍ່ຕຳກັບລົດຈັກ ຢ່າງຮຸນແຮງ ເຮັດໃຫ້ທ້າວ ສີທອງ ອາຍຸ 46 ປີ, ກຳມະກອນ ຢູ່ບ້ານສົມຫວັງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ຜູ້ຂັບລົດຈັກເສຍຊີວິດຄາທີ່.
             ເຈົ້າໜ້າທີ່ ຍັງໃຫ້ຮູ້ຕື່ມວ່າ: ໄລຍະນີ້ ເປັນໄລຍະຝົນ ອາດເຮັດໃຫ້ຖະໜົນຫົນທາງ ເປື້ອນເປີະ, ປຽກ, ໝື່ນ ບວກກັບນັກຂັບຂີ່ປະໝາດ, ບໍ່ມີສະຕິຕໍ່ລະບຽບຈະລາຈອນ ຈຶ່ງກໍ່ໃຫ້ເກີດອຸປະຕິເຫດໄດ້ງ່າຍ. ດັ່ງນັ້ນ ຈຶ່ງເຕືອນໃຫ້ນັກຂັບຂີ່ທຸກຄົນເອົາໃຈໃສ່ປະຕິບັດລະບຽບຈະລາຈອນໃຫ້ເຂັ້ມງວດເພື່ອຫລີກລ້ຽງອຸປະຕິເຫດທີ່ເກີດຂຶ້ນໄດ້ທຸກເວລາ.

No comments:

Post a Comment