Ad

Ad

24 August 2015

ເກີດເຫດໄຟ​ໄໝ້ເຮືອນປະຊາຊົນ ບ້ານໜອງທາ​ໃຕ້ ໄດ້ຮັບຄວາມເສຍຫາຍ

 ເຈົ້າໜ້າທີ່ມອດໄຟ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 8:30 ໂມງ ຂອງວັນທີ 21 ສິງຫານີ້, ໄດ້ເກີດເຫດໄຟໃໝ້ເຮືອນປະຊາຊົນຢູ່ບ້ານໜອງທາໄຕ້ ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ເຊິ່ງເປັນເຮືອນກໍ່, ມີ 4 ຫ້ອງ, ມຸງສັງກະສີ, ເສຍຫາຍໝົດກ້ຽງເນື່ອງຈາກໄຟໄດ້ລັດວົງຈອນແລ້ວລຸກລາມໄປທົ່ວ ເຮືອນຢ່າງໄວວາ ຈຶ່ງບໍ່ສາມາດນຳເອົາເຄື່ອງຂອງອັນໃດອອກມາໄດ້ເຊັ່ນ: ລົດຈັກເວບ 1 ຄັນ ແລະ ເຄື່ອງໃຊ້ຕ່າງໆນໍາອີກຄາດວ່າຈະມີມູນຄ່າເສຍຫາຍປະມານ 450 ລ້ານກີບ ແລະ ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດແຕ່ຢ່າງໃດ.

No comments:

Post a Comment