Ad

Ad

21 August 2015

ສະພາພິຈາລະນາບັນຫາ​ສຳຄັນ​ຂອງຊາດປະຈໍາເດືອນສິງຫາ

ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈໍາເດືອນສິງຫາ 2015 ໄດ້ຈັດຂຶ້ນແຕ່ວັນທີ 20-21 ສິງຫານີ້, ໂດຍ​ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເພື່ອພິຈາລະນາຕົກລົງບັນຫາສຳຄັນ ເຊັ່ນ :ຜ່ານຮ່າງບົດລາຍງານຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ຕໍ່ກອງປະຊຸມກົມການເມືອງສູນກາງພັກ, ຜ່ານແຜນວຽກຈຸດສຸມປະຈຳສົກປີ 2015-2016 ຂອງຄະນະປະຈຳສະພາແຫ່ງຊາດ, ຮັບຟັງບົດລາຍງານກ່ຽວກັບການສະຫລຸບສັງລວມບັນຫາຕ່າງໆຂອງເນື້ອໃນຮ່າງກົດໝາຍຂົງເຂດສະພາແຫ່ງຊາດເຊິ່ງປະກອບມີ: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນທ້ອງຖິ່ນ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະ ສະມາຊິກສະພາປະຊາຊົນທ້ອງຖິ່ນ, ລາຍງານຜົນສຳເລັດການຮຽບຮຽງກົດໝາຍວ່າດ້ວຍການ
ແຂ່ງຂັນທາງທຸລະກິດແລະ ກົດໝາຍວ່າດ້ວຍການຕ້ານແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ, ລາຍງານການສະເໜີແຕ່ງຕັ້ງຜູ້ພິພາກສາຂອງສານປະຊາຊົນທ້ອງຖິ່ນ, ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຄະນະຮັບຜິດຊອບຄຸ້ມຄອງການຮ່ວມມືສາກົນສະພາແຫ່ງຊາດແລະແຜນການໄປແລກ ປ່ຽນບົດຮຽນວຽກງານຄຸ້ມຄອງໂຄງການແລະ ການນຳໃຊ້ການຊ່ວຍເຫລືອຢູ່ ສສ ຫວຽດນາມ, ລາຍງານການສ້າງລາຍການໂທລະພາບຂອງສະພາແຫ່ງຊາດ, ລາຍງານ​​ການກະກຽມເປັນເຈົ້າພາບຈັດກອງປະຊຸມຮ່ວມລະຫວ່າງ 3 ກຳມາທິການຕ່າງປະເທດສະພາແຫ່ງຊາດລາວ, ຫວຽດນາມແລະ ກຳປູເຈຍ, ລາຍງານແຜນດຳເນີນກອງປະຊຸມລະຫວ່າງ 3 ກຳມາທິການ ປກຊ-ປກສ ສະພາແຫ່ງຊາດລາວ, ຫວຽດນາມແລະ ກຳປູເຈຍ, ​ລາຍງານການຈັດຕັ້ງປະຕິບັດແຜນການລົງທຶນຂອງສະພາແຫ່ງຊາດສົກປີ 2014-2015 ​ແລະແຜນການສົກປີ 2015-2016.

No comments:

Post a Comment