Ad

Ad

21 August 2015

ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງແຜນການແລະການລົງທຶນອັດລົງດ້ວຍຜົນສຳເລັດ

ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງແຜນການແລະການລົງທຶນ, ໄດ້ອັດລົງດ້ວຍຜົນສຳເລັດສະຫງ່າງາມໃນວັນທີ 20 ສິງຫານີ້, ພາຍຫລັງໄດ້ດໍາເນີນມາເປັນເວລາ 2 ວັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ດຣ ບຸນປອນ ບຸດຕະນະວົງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດມະຫາພາກ ແລະ ບໍລິການ. ກອງປະຊຸມໄດ້ເປັນເອກະພາບປ່ອນບັດເລືອກເອົາຄະນະພັກຊຸດໃໝ່ຈໍານວນ 15 ສະຫາຍ, ໂດຍເລືອກເອົາສະຫາຍ ສົມດີ ດວງດີເປັນເລຂາຄະນະພັກ, ສະຫາຍນາງ ຄໍາຈັນ ວົງແສນ ບູນ ເປັນຮອງເລຂາຄະນະພັກສະຫາຍ ຄຳລຽນ ພົນເສນາ ເປັນປະທານກວດກາ, ສະຫາຍ ພູວົງ ພິມມະສອນ, ສະຫາຍ ສົມບູນ ຂັນຕິວົງ ແລະ ສະຫາຍ ພູໄຊ ເພັດສີຄາມ ເປັນຮອງປະທານກວດກາ.

ໃນໂອກາດນີ້, ສະຫາຍ ບຸນປອນ ບຸດຕະນະວົງ ໄດ້ໂອ້ລົມແນະນໍາໃຫ້ຄະນະພັກຊຸດໃໝ່ເອົາໃຈໃສ່ຊີ້ນຳ-ນຳພາການເມືອງແນວຄິດ ແລະ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສຳເລັດດີກວ່າເກົ່າ, ໂດຍໃຫ້ມີການແບ່ງງານ, ແບ່ງໜ້າທີ່ຮັບຜິດຊອບຢ່າງຈະແຈ້ງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບຕໍ່ຜົນໄດ້, ຜົນເສຍຂອງການປະຕິບັດໜ້າທີ່ວຽກງານເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ພັກ ແລະ ລັດມອບໝາຍໃຫ້ ແລະ ໃຫ້ເອົາໃຈໃສ່ນຳພາຂະ ແໜງການຂອງຕົນຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020), ຍຸດທະສາດປີ 2025 ແລະ ວິໄສທັດຮອດປີ 2030 ໃຫ້ກາຍເປັນແຜນງານ, ໂຄງການລະອຽດ, ພ້ອມທັງວາງຄາດໝາຍ ແລະ ມາດຕະການອັນເໝາະສົມເປັນແຕ່ລະໄລຍະ, ສໍາລັບວຽກງານການລົງທຶນຕ້ອງພະຍາຍາມໃຫ້ທຸກຫົວໜ່ວຍລົງທຶນຫັນເຂົາສູ່ລະບຽບຫລັກການ ແລະ ປະຕິບັດກົດໝາຍກ່ຽວຂ້ອງຢ່າງເຂັ້ມງວດ, ໂດຍສະເພາະບໍ່ໃຫ້ມີໂຄງການນອກແຜນ, ທຸກໂຄງການຕ້ອງຜ່ານການປະເມີນ ແລະ ໄດ້ຮັບການຢັ້ງຢືນດ້ານເຕັກນິກຈາກພາກສ່ວນທີ່ກ່ຽວຂ້ອງ,
ຕ້ອງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ, ບໍລິການປະຕູດຽວຢ່າງວ່ອງໄວ ແລະ ມີຄວາມໂປ່ງໃສ,ການຄົ້ນຄວ້າ ແລະ ອະນຸມັດການລົງທຶນຕ້ອງຄຳນຶງເຖິງຜົນປະໂຫຍດຂອງປະຊາຊົນ ແລະ ປະເທດຊາດເປັນຕົ້ນຕໍ, ສູ້ຊົນຂະຫຍາຍການລົງທຶນລົງໄປສູ່ເຂດຊົນນະບົດຫ່າງໄກສອກຫລີກໃຫ້ຫລາຍຂຶ້ນ, ເພື່ອປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ແລະ ນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາເທື່ອລະກ້າວ.

No comments:

Post a Comment