Ad

Ad

21 August 2015

ເຈົ້າຄອງຍອມຮັບນະຄອນຫລວງຍັງມີຫລາຍດ້ານຕ້ອງປັບປຸງແກ້ໄຂ

ສະຫາຍ ດຣ ສີນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ຍອມຮັບວ່າ: ການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫລວງວຽງຈັນໃນໄລຍະຜ່ານມາ, ຖ້າເບິ່ງແບບພາບລວມກໍເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ, ແຕ່ໃນຄວາມເປັນຈິງແລ້ວຄຸນນະພາບຂອງການພັດທະນາ ແລະ ການເຕີບໂຕຂອງເສດຖະກິດນັ້ນ, ຍັງບໍ່ທັນມີພື້ນຖານໜັກແໜ້ນດີເທົ່າທີ່ຄວນ, ຊຶ່ງການຕີລາຄາດັ່ງກ່າວໄດ້ຖືກຍົກຂຶ້ນຢູ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກນະຄອນຫລວງວຽງຈັນເມື່ອວັນທີ 19 ສິງຫາຜ່ານມານີ້.
             ເຈົ້າຄອງນະຄອນຫລວງ ກ່າວວ່າ: ບັນຫາຄົງຄ້າງໃນການພັດທະນາເສດຖະກິດ-ສັງຄົມຂອງນະຄອນ ຫລວງວຽງຈັນ ແມ່ນມີຫລາຍດ້ານເຊັ່ນ: ການຫັນປ່ຽນໂຄງປະກອບເສດຖະກິດຍັງບໍ່ໄປຕາມທິດຊ່ວຍໜູນເຊິ່ງກັນ ແລະ ກັນດີເທົ່າທີ່ຄວນ, ການປະຕິບັດລະບຽບວິໄນແຜນການ, ການເງິນບໍ່ທັນເຂັ້ມງວດ, ມີການປະຕິບັດໂຄງການນອກແຜນຈຳນວນ
ໜຶ່ງ, ໜີ້ສີນສາທາລະນະມີເປັນຈຳນວນຫລາຍ, ການເກັບລາຍຮັບບໍ່ໄດ້ຄາດໝາຍ, ການຜະລິດ, ປຸງແຕ່ງສີນຄ້າກະສິກຳຍັງບໍ່ທັນພົ້ນເດັ່ນ, ການລົງທຶນສ່ວນຫລາຍແມ່ນຂອງຕ່າງປະເທດ, ສ່ວນການລົງທຶນພາຍໃນເຫັນວ່າບໍ່ທັນແຂງແຮງ. ນອກຈາກນີ້ການຈັດສັນ, ຄຸ້ມຄອງທີ່ດິນຍັງພົບຄວາມຫຍຸ້ງຍາກ, ພາໃຫ້ເກີດມີຂໍ້ຂັດແຍ່ງຫລາຍກໍລະນີ. ການຄຸ້ມຄອງຕາມແຜນຜັງເມືອງບໍ່ທັນເຂັ້ມງວດ, ມີຫລາຍໂຄງການພັດທະນາເມືອງໃໝ່ ຫລື ເຂດພັດທະນາຕ່າງໆຊັກຊ້າ, ການເວນຄືນທີ່ດິນກໍຊັກຊ້າ, ຂະນະດຽວກັນກໍພົບເຫັນການລະເມີດນະໂຍບາຍ 6 ຫລາຍກໍລະນີເຊັ່ນ: ເສັ້ນທາງຍັງມີສະພາບເປີະເປື້ອນຍ້ອນເຈົ້າຂອງໂຄງການກໍ່ສ້າງຕຶກອາຄານຈຳນວນໜຶ່ງຖືເບົາ ແລະ ບໍ່ເຄົາລົບລະບຽບ, ມີການຖົມດິນຕັນຄອງ ແລະ ຮ່ອງລະບາຍນ້ຳ, ສະພາບການຖີ້ມຂີ້ເຫຍື້ອຊະຊາຍມີຫລາຍຂຶ້ນ, ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງບໍ່ທັນເຮັດໄດ້ດີພາໃຫ້ເກີດສະພາບການສັນຈອນແອອັດຕິດຂັດ, ບາງໂຄງການບໍ່ຮັບ ປະກັນດ້ານຄຸນນະພາບ ແລະ ມີລາຄາຫົວໜ່ວຍກໍ່ສ້າງສູງເກີນຈິງ, ສ່ວນການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມກໍຍັງເຮັດບໍ່ທັນໄດ້ດີ ແລະ ເຫັນວ່າສະພາບດັ່ງກ່າວມີລັກສະນະເພີ່ມຂຶ້ນເປັນຕົ້ນ: ບັນຫາຢາເສບຕິດ, ການປຸ້ນຈີ້ຊິງຊັບ, ຂ້າເຈົ້າເອົາຂອງ, ການຂີ່ລົດເປັນເພີງເປັນແພກວນເມືອງ, ບັນຫາອັກຄີໄພ ແລະ ອຸປະຕິເຫດບົນທ້ອງຖະໜົນ ກໍມີທ່າອ່ຽງເພີ່ມຂຶ້ນ. ນອກຈາກນີ້, ຄຸນນະພາບຂອງຊັບພະຍາກອນມະນຸດຍັງບໍ່ທັນດີ, ໂດຍສະ ເພາະແມ່ນການພັດທະນາສີມືແຮງງານໃນຫລາຍຂະແໜງຍັງບໍ່ທັນສູງ ແລະ ບໍ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ນັກ ຮຽນ-ນັກສຶກສາທີ່ສ້າງອອກມາແມ່ນມີປະລິມານຫລາຍ, ແຕ່ຄຸນນະພາບບໍ່ທັນສູງ, ສ່ວນດ້ານການບໍລິການສະທາລະນະສຸກກໍຍັງບໍ່ທັນຕອບສະໜອງຄວາມຕ້ອງການຂອງປະຊາຊົນດີເທົ່າທີ່ຄວນ, ຈຶ່ງເປັນສາເຫດໜຶ່ງເຮັດໃຫ້ປະຊາຊົນຈຳນວນບໍ່ໜ້ອຍນິຍົມໄປປິ່ນປົວຢູ່ຕ່າງປະເທດ. ສະນັ້ນ, ບັນດາຈຸດອ່ອນທີ່ກ່າວມາທັງໝົດນີ້, ຈຶ່ງແມ່ນໂຈດບັ້ງໃຫຍ່ຂອງຄະນະພັກ, ຄະນະນຳ ແລະ ອຳນາດການປົກຄອງນະຄອນຫລວງຈະຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂໃຫ້ໄດ້ຢ່າງຂາດຕົວ, ແນໃສ່ພັດທະນານະຄອນຫລວງວຽງຈັນມີເສດຖະກິດໜັກແໜ້ນ, ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ ສົມເປັນໃຈກາງທາງດ້ານການເມືອງ ແລະ ເສດຖະກິດຂອງປະເທດ.

1 comment:

  1. ເປັນໄປໄດ້ ຂໍ້ຮູ້ ຢຸດທະສາດຂອງຝ່າຍບໍລິຫານຈະເປັນປະໂຫຍດຫຼາຍ

    ReplyDelete