Ad

Ad

21 August 2015

ປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນສະພາແຫ່ງຊາດຮ່ວມປະຊຸມແລກປ່ຽນບົດຮຽນການຈັດຕັ້ງປະຕິບັດງົບປະມານແຫ່ງລັດທີ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 17-20 ສິງຫາ 2015 ທີ່ຜ່ານມາ, ທ່ານນາງ ດຣ. ສຸວັນເພັງ ບຸບຜານຸວົງ ກຳມະການຄະນະປະຈຳ, ປະທານກຳມາທິການເສດຖະກິດແຜນການ ແລະ ການເງິນສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນສະມາຊິກສະພາແຫ່ງຊາດ, ເຂົ້າຮ່ວມກອງປະຊຸມສຳມະນາຄັ້ງທີ 6 ຂອງສາມາກຳມາທິກາເສດຖະກິດ-ການເງິນຂອງສະພາແຫ່ງຊາດ ສປປ ລາວ, ສສ ຫວຽດນາມ ແລະ ກຳປູເຈຍໃນຫົວຂໍ້: ປະສົບການໃນການພິນາລະນາຕົກລົງ, ການກຳນົດ ແລະ ການຕິດຕາມກວດກາການຈັດຕັ້ງປະຕິບັດງົບປະມານແຫ່ງລັດເພື່ອກ້າວໄປເຖິງຄວາມມີປະສິດທິພາບ ແລະ ໂປ່ງໃສຂອງການເງິນພາກລັດທີ່ນະຄອນດານັງ ສສ ຫວຽດນາມ.
ກອງປະຊຸມສຳມະນາດັ່ງກ່າວແມ່ນເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບວຽກງານການຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຕາມມະຕິຕົກລົງຂອງກອງປະຊຸມສຳມະນາຮ່ວມຄັ້ງທີ 5 ທີ່ກຳມາທິການເສດຖະ ກິດແຜນການ ແລະ ການເງິນສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນທີ່ນະຄອນຫລວງຽງຈັນໃນປີ 2014 ທີ່ຜ່ານມາ, ລວມທັງເປັນການປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ. ກອງປະຊຸມຮ່ວມດັ່ງກ່າວໄດ້ຈັດຂຶ້ນທຸກໆປີ, ໂດຍພັດປ່ຽນກັນເປັນເຈົ້າພາບ ແລະ ໃນປີນີ້ເປັນຄັ້ງທີ 6 ແລ້ວເຊິ່ງກຳມາທິການການເງິນ-ງົບປະມານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ໄດ້ຮັບກຽດເປັນເຈົ້າພາບ ແລະ ພິເສດກອງປະຊຸມໃນຄັ້ງນີ້ໄດ້ຮັບກຽດເຂົ້າຮ່ວມເປັນຄັ້ງທຳອິດຂອງຄະນະຜູ້ແທນຈາກອົງການກວດສອບ ແລະ ກະຊວງການເງິນແຫ່ງສະຫະພາບພະມ້າ.


ໃນກອງປະຊຸມຄັ້ງນີ້ຍັງໄດ້ແລກປ່ຽນກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາແຜນງົບປະມານແຫ່ງລັດ ແລະ ວຽກງານການກວດສອບແຫ່ງລັດເຊິ່ງຄະນະຜູ້ແທນ ສປປ ລາວ ໄດ້ແລກປ່ຽນສະພາບພົ້ນເດັ່ນຂອງການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ບົດລາຍງານຂອງອົງການກວດສອບແຫ່ງລັດລວມທັງການສ້າງ ແລະປັບປຸງນິຕິກຳໃນຂົງເຂດການເງິນ-ງົບປະມານເພື່ອຮັບປະກັນງົບປະມານແຫ່ງລັດໄດ້ຮັບການຈັດຕັ້ງປະ ຕິບັດຢ່າງມີປະສິດທິພາບ ແລະ ໂປ່ງໃສ. ຕອນທ້າຍກອງປະຊຸມສາມກຳມາທິການດັ່ງກ່າວໄດ້ຮ່ວມລົງນາມໃນບົດບັນທຶກຊ່ວຍຈຳເພື່ອສືບຕໍ່ການຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນຕໍ່ນ້າພ້ອມດຽວກັນນີ້ກອງປະຊຸມຍັງໄດ້ຕົກລົງເຫັນດີຈັດກອງປະຊຸມດັ່ງກ່າວຂຶ້ນທຸກ 2 ປີເພື່ອຈະໄດ້ກະກຽມບົດຮຽນນໍາປຶກສາຫາລື ແລະ ແລກປ່ຽນກັນໃນຕໍ່ໜ້າພ້ອມທັງເຊື້ອເຊີນຄະນະຜູ້ແທນສະພາແຫ່ງຊາດ ແລະ ຂະແໜງການກ່ຽວຂ້ອງຂອງສະຫະພາບພະມ້າເຂົ້າຮ່ວມກອງປະຊຸມຄັ້ງຕໍ່ໄປກໍຄືກອງປະຊຸມສຳມະນາຮ່ວມຄັ້ງທີ 7 ຊິ່ງຈະຈັດຂຶ້ນໃນປີ 2017 ທີ່ຣາຊາອານາຈັກກຳປູເຈຍ.

No comments:

Post a Comment