Ad

Ad

25 August 2015

ໄດ້​ແລ້ວ ຜູ້​ໄດ້​ຮັບ​ຕຳ​ແໜ່​ງ​ນາງ​ແບບ, ຊາຍ​ແບບ ​ແລະ ​ເດັກນ້ອຍ​ໜ້າ​ຮັກປະຈຳ​ປີ 2015

 ​ໃນຄ່ຳຄືນຂອງວັນທີ 23 ສິງຫາຜ່ານມາ, ຢູ່ຫໍວັດທະນະທຳແຫ່ງຊາດ ນະ ຄອນຫລວງວຽງຈັນໄດ້ຈັດງານປະກວດລາວ ຊຸບເປີໂມ​​ເດ 2015”  ​ໂດຍກາເຂົ້າຮ່ວມຂອງທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະ ຄອນຫຼວງວຽງຈັນ ແລະ ມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມເປັນຈຳນວນຫລາຍ.
              ​ໂຄງການປະກວດສຸດຍອດຊາຍແບບ, ນາງແບບ ແລະ ເດັກນ້ອຍໜ້າຮັກຄັ້ງນີ້, ມີຜູ້ເຂົ້າຮ່ວມແຂ່ງຂັນຫລາຍກວ່າ 300 ຄົນ, ທີ່ມາຈາກ 9 ຕົວເມືອງໃນທົ່ວນະຄອນຫຼວງວຽງຈັນ ແລະໄດ້ຄັດເລືອກມາເຫລືອພຽງ 42 ນ້ອງ, ເຂົ້າໄປສູ່ຮອບສຸດທ້າຍ, ເພື່ອຄົ້ນຫາຜູ້ທີ່ຈະເປັນສຸດຍອດຊາຍແບບ, ນາງແບບ ແລະ ເດັກນ້ອຍໜ້າຮັກປະຈໍາປີ 2015 ແລະ ຜ່ານການແຂ່ງຂັນຜົນປາກົດວ່າ: ອັນດັບໜຶ່ງ ໄດ້ແກ່ L11 ນາງ ຖາວອນ ສຸນາເຄນ ໄດ້ຮັບລາງວັນນາງແບບ ຊຸບເປີໂມເດລ
ແລະ ລາງວັນຂວັນໃຈມະຫາຊົນ ປະຈໍາປີ 2015 ພ້ອມຂັນລາງວັນ, ມົງກຸດເພັດ, ສາຍສະພາຍ ລວມມູນຄ່າ 50 ລ້ານກີບແລະ ລາງວັນຊາຍແບບໄດ້ແກ່ M10 ທ້າວ ສຸຂະນິດ ອິນທະວົງ ໄດ້ຮັບຂັນລາງວັນ, ສາຍສະພາຍ ມູນຄ່າ 20 ລ້ານກີບ. ສ່ວນລາງວັນເດັກນ້ອຍຍິງໜ້າຮັກ ໄດ້ແກ່ SL3 ນາງ ສີລາທິບ ຈັນສີສຸລິຍະວົງ ອາຍຸ 6 ປີ, ໄດ້ຮັບຂັນລາງວັນແລະເງິນມູນຄ່າ 10 ລ້ານກີບ ແລະ ເດັກຊາຍໜ້າຮັກແມ່ນ SM6 ທ້າວ ລີໂອ ວົງສະຫວ່າງ ອາຍຸ 6 ປີ, ໄດ້ຮັບຂັນລາງວັນແລະເງິນມູນຄ່າ 10 ລ້ານກີບ. ນອກນັ້ນ, ຍັງມີລາງວັນຂວັນໃຈມະຫາຊົນ, ລາງວັນຂວັນໃຈຊ່າງພາບຊາຍແບບ, ນາງແບບ ແລະ ເດັກນ້ອຍໜ້າຮັກນໍາອີກ.

            ​ທ່ານຮອງເຈົ້າຄອງໄດ້ມີຄຳເຫັນໃນພິທີວ່າ: ງານປະກວດລາວຊຸບເປີໂມເດ ແມ່ນໜຶ່ງໃນການເຄື່ອນໄຫວທາງດ້ານວັດທະນະທຳທີ່ມີເນື້ອໃນ​ ​ແລະ ມີຄວາມໝາຍສຳຄັນ, ​ໂດຍສືບເນື່ອງມາຈາກປີທີ່ຜ່ານມາ,​ ​ເຫັນວ່າໄດ້ຮັບໝາກຜົນທີ່ໜ້າເພິ່ງພໍໃຈ ແລະປັນການສ້າງບັນຍາກາດທີ່ເບີກບານມ່ວນຊື່ນ​ ​ແລະທັງເປັນການເປີດໂອກາດໃຫ້ແກ່ຊາວໜຸ່ມໄດ້ມີເວທີສະແດງທັກສະ, ຄວາມສາມາດ, ພອນສະຫວັນແລະ ນໍາໃຊ້ເວລາຫວ່າງໃຫ້ເປັນປະໂຫຍເພື່ອຫ່າງໄກຈາກສິ່ງຫຍໍ້ທໍ້ຕ່າງໆ ແລະ ເປັນການພັດທະນາວົງການບັນເທິງຂອງລາວໃຫ້ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວໃຫ້ທັນຍຸກທັນສະໄໝເພື່ອຮອງຮັບການ​​ເຂົ້າຮ່ວມແຂ່ງຂັນໃນເວທີສາກົນແລະ ສໍາລັບຜູ້ທີ່ຊະນະເລີດໃນໂຄງການດັ່ງກ່າວປີນີ້ ແມ່ນຈະໄດ້ຮັບໃຊ້ສັງຄົມ ແລະ ງານສໍາຄັນຕ່າງໆທີ່ລາວເປັນເຈົ້າພາບອີກດ້ວຍ.

No comments:

Post a Comment