Ad

Ad

25 August 2015

11 ໂຄງການດີເດັ່ນ ໄດ້ຮັບການຍ້ອງຍໍຈາກກະຊວງແຜນການ ແລະ ການລົງທຶນ

             ໃນວັນທີ 24 ສິງຫານີ້, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບທະນາຄານພັດທະນາອາຊີ ຈັດພິທີມອບໃບຍ້ອງຍໍໃຫ້ແກ່ໂຄງການພັດທະນາດີເດັ່ນ ປະຈຳປີ 2014, ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍມີທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ, ມີທ່ານນາງ ແຊນດຣາ ນິກໂຄ ຫົວໜ້າຫ້ອງ ການຜູ້ຕາງໜ້າທະນາຄານພັດທະນາອາຊີ ປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຕ່າງໆເຂົ້າຮ່ວມນຳດ້ວຍ.
            ທ່ານນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ທະນາຄານພັດທະນາອາຊີ ເປັນອົງການທຳອິດ ທີ່ຈັດການ ຄັດເລືອກໂຄງການດີເດັ່ນດ້ານການບໍລິຫານ-ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ແຕ່ປີ 2008 ເປັນຕົ້ນມາ, ຊຶ່ງມັນໄດ້ຊ່ວຍໃຫ້ຜູ້ມີສ່ວນຮັບຜິດຊອບໂຄງການເຫລົ່ານັ້ນ ມີຄວາມບຸກບືນ, ສູ້ຊົນຈັດຕັ້ງປະຕິບັດໂຄງການຂອງຕົນໃຫ້ສຳເລັດຜົນຕາມແຜນທີ່ວາງ ໄວ້ ແລະ ກະຕຸກຊຸກຍູ້ໃຫ້ການຈັດຕັ້ງປະຕິບັດບັນດາໂຄງການໄດ້ຮັບຜົນດີ, ໂດຍສອດ ຄ່ອງກັບຖະແຫລງການວຽງຈັນ ວ່າດ້ວຍປະສິດຜົນຂອງການຊ່ວຍເຫລືອທາງການພັດ ທະນາ ແລະ ບັນດາແຜນປະຕິບັດງານອື່ນໆທີ່ກ່ຽວຂ້ອງ, ເຊິ່ງການຄັດເລືອກໂຄງການ ດັ່ງກ່າວ ແມ່ນໄດ້ຜ່ານຂະບວນການຄົ້ນຄວ້າ ແລະ ການປຶກສາຫາລືທາງດ້ານວິຊາການ ລະຫວ່າງກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ
ກະຊວງການເງິນ, ໂດຍປະສານສົມທົບກັບກະຊວງຂະແໜງການຕ່າງໆທີ່ກ່ຽວຂ້ອງ ແລະ ທະນາຄານພັດທະນາ ອາຊີ, ໂດຍອີງໃສ່ 5 ມາດຖານທີ່ພົວພັນກັບຄຸນນະພາບຂອງການບໍລິຫານ-ຄຸ້ມຄອງ ໂຄງການເຊັ່ນ: ຜົນສໍາເລັດດ້ານເຕັກນິກວິຊາການ, ການປະຕິບັດສັນຍາ, ການເບີກ ຈ່າຍ, ການຄຸ້ມຄອງດ້ານການເງິນ ແລະ ການປະຕິບັດເງື່ອນໄຂຕ່າງໆທີ່ພົວພັນກັບ ວຽກງານສິ່ງແວດລ້ອມ, ການຍົກຍ້າຍຈັດສັນ ແລະ ຜົນກະທົບຕໍ່ກຸ່ມຊົນເຜົ່າ, ເຊິ່ງ 5 ເງື່ອນໄຂທີ່ກ່າວມາຂ້າງເທິງນັ້ນ ມີ 11 ໂຄງການ ໃນຈຳນວນ 21 ໂຄງການ ໄດ້ຖືກ ຄັດເລືອກໃຫ້ເປັນໂຄງການດີເດັ່ນປະຈຳປີ 2014 ເຊັ່ນ: 1.)ໂຄງການພັດທະນາໂຄງ ລ່າງ ພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໃນອານຸພາກພື້ນແມ່ນ້ຳຂອງ ໃນ ສປປ ລາວ, 2.)ໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ, 3.)ໂຄງການພັດທະນາຂະແໜງ ການຍ່ອຍ ຊັ້ນມັດທະຍົມສຶກສາ, 4.)ໂຄງການສົ່ງເສີມການຜະລິດສິນຄ້າກະສິກຳ ແລະ ປ່າໄມ້ ແບບຍືນຍົງ, 5.)ໂຄງການຄວບຄຸມພະຍາດຕິດຕໍ່ໄລຍະສອງ; 6.)ໂຄງການພັດ ທະນາລະບົບສາທາລະນະສຸກ, 7.)ໂຄງການພັດທະນາອ່າງຮັບນ້ຳນ້ຳງຶ່ມ ໄລຍະສືບຕໍ່, 8.)ໂຄງການອະນຸລັກຊີວະນາໆພັນຕາມແລວເຊື່ອມຕໍ່ອານຸພາກພື້ນແມ່ນ້ຳຂອງ, 9.)ໂຄງການປັບປຸງຄວາມອາດສາມາດດ້ານສຸຂານາໄມ ແລະ ສຸຂານາໄມພືດ ເພື່ອອຳນວຍ ຄວາມສະດວກດ້ານການຄ້າ, ອານຸພາກພື້ນແມ່ນ້ຳຂອງ, 10.)ໂຄງການສົ່ງເສີມການຜະ ລິດກະສິກຳເປັນສິນຄ້າ ໄລຍະສືບຕໍ່ ແລະ 11.)ໂຄງການພັດທະນາການສຶກສາຂັ້ນພື້ນ ຖານ.

            ທ່ານຫົວໜ້າກົມຮ່ວມມືສາກົນ ໃຫ້ຮູ້ອີກວ່າ: 11 ໂຄງການ ທີ່ໄດ້ຮັບລາງວັນໃນຄັ້ງນີ້ ຈົ່ງສືບຕໍ່ຮັກສາຜົນງານດີເດັ່ນໄວ້ເປັນແບບຢ່າງໃຫ້ໂຄງການອື່ນໆ ແລະ ເອົາໃຈ ໃສ່ຈັດຕັ້ງປະຕິບັດເງື່ອນໄຂຕ່າງໆໃຫ້ດີຂຶ້ນກວ່າເກົ່າ, ພ້ອມດຽວກັນນີ້ ຍັງຮຽກຮ້ອງໃຫ້ບັນດາໂຄງການອື່ນໆ ຕັ້ງໜ້າເຮັດວຽກງານດ້ວຍຄວາມບຸກບືນ ແລະ ຫ້າວຫັນ ເພື່ອປັບປຸງການຈັດຕັ້ງປະຕິບັດ ແລະ ການບໍລິຫານ-ຄຸ້ມຄອງໂຄງການໃຫ້ດີຂຶ້ນເພື່ອໃຫ້ໄດ້ຮັບການຄັດເລືອກໃຫ້ເປັນໂຄງການດີເດັ່ນໃນປີຕໍ່ໄປ.

No comments:

Post a Comment