Ad

Ad

6 November 2013

ອີກ 12 ເດືອນການກໍ່ສ້າງເສັ້ນທາງຫົວຂົວ-ນາຄວາຍຈະສຳເລັດ



        ພາຍຫລັງ​ແກ່ຍາວ​ມາ​ເປັນ​ເວລາ​ຫລາຍ​ປີ ການ​ກໍ່ສ້າງ​ເສັ້ນ ທາງ​ແຕ່​ສາມ​ແຍກ​ຫົວ​ຂົວ​ຫາ​ບ້ານ​ນາ​ຄວາຍ ​ເມືອງ​ໄຊ​ເສດ​ຖາ ນະ ຄອນຫລວງ​ວຽງ​ຈັນ,ຍ້ອນ​ບໍລິສັດ​ຜູ້​ຮັບ​ເໝົາ​ເບື້ອງຕົ້ນບໍ່​ມີ​ເງື່ອນ​ໄຂ​ດ້ານ​ທຶນຮອນ​ພຽງພໍ​ເພື່ອຈະສຸມ​ໃສ່​ການ​ກໍ່ສ້າງ​ໃຫ້​ສຳ​ເລັດ​ທັນຕາ​ມກຳນົດ​ເວລາ, ພະ​​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ນະຄອນຫລວງ​ວຽງ​ຈັນ ​ເຊິ່ງ​ເປັນ​ເຈົ້າຂອງ​ໂຄງການ​ກໍ່​ສ້າງເສັ້ນ າງ​ດັ່ງກ່າວ ຈຶ່ງ​ຊອກ​ຫາ​ບໍລິສັດ​ໃໝ່​ມາ​ຊ່ວຍ​​ແບ່ງ​ສ່ວນ​ໃນ​ການ​ກໍ່ສ້າງ ​ເພື່ອ​ໃຫ້​ສຳ​ເລັດ​ໂດຍ​ໄວ ທັງ​ແກ້​ໄຂ​ຫາງ​ສຽງ​ຈົ່ມ​ວ່າ​ຂອງ​ສັງຄົມ​ໃຫ້​ຫລຸດ​ລົງ.
            ທ່ານ ສຸກ ວົງສາ ຫົວ​ໜ້າ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ແຕ່​ສາມ​ແຍກຕະຫລາດ​ບ້ານ​ຫົວ​ຂົວ​ໄປ​ຫາ​ບ້ານ​ນາ​ຄວາຍ ກ່າວ​ວ່າ: ຕາມ​ການ​ອອກ​ແບບ​ເບື້ອງຕົ້ນ​ເສັ້ນທາງ​ດັ່ງ ກ່າວ​ກວ້າງ 12-15 ​ແມັດ, ຍາວ 7 ກວ່າ​ກິ​ໂລ​ແມັດ, ປູ​ດ້ວຍ​ເບຕົງ ລວມມີມູນ​ຄ່າ​ການ​ກໍ່ສ້າງ 150 ຕື້ກວ່າ​ກີບ ​ເປັນ​ໂຄງການ​ເອກະ​ຊົນ​ລົງທຶນ​ກ່ອນ 100% ​ແລະ ຊຳ ລະ​ຄືນ​ພາຍ​ໃນ 8 ປີ. ​ໃນ​ເບື້ອງຕົ້ນ​ແມ່ນ​ບໍລິສັດ​ກໍ່ສ້າງ ​ແລະ ຊຸກຍູ້​ການ​ຜະລິດ​ກະສິກຳ​ເປັນຜູ້ຮັບ​ເໝົາ​ກໍ່ສ້າງ ​ເຊິ່ງ​ໄດ້​ເລີ່​ມລົງມື​ມາ​ແຕ່​ປີ 2011 ຈົນ​ຮອດ​ປັດຈຸບັນ ການ​
ກໍ່ສ້າງ​ແມ່ນ​ມີ​ຄວາມ​ຊັກ​ຊ້າ ຍ້ອນ​ບັນຫາ​ດ້ານ​ທຶນຮອນ ​ແລະ ສ້າງ​ຄວາມ​ຫຍຸ້ງຍາກ​ລຳບາກ​ໃນ​ການ​ສັນຈອນ​ໄປ​ມາ​ບໍ່​ໜ້ອຍ ຈຶ່ງ​ເຮັດ​ໃຫ້​ເກີດ​ມີ​ຫາງ​ສຽງ​ວິຈານ​ຈາກ​ສັງຄົມ​ຕະຫລອດ​ໄລຍະ​ການ​ກໍ່ສ້າງ​ຜ່ານ​ມາ. ​ເມື່ອ​ເປັນ​ເຊັ່ນ​ນັ້ນ ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ຈຶ່ງ​ໄດ້​ຊອກ​ທິດ​ທາງ​ແກ້​ໄຂ ​ແລະ ​ໄດ້​ແບ່ງ​ເສັ້ນທາງ​ດັ່ງກ່າວ​ອອກ​ເປັນ 2 ສ່ວນ ຄື​ນັບ​ແຕ່​ສາມ​ແຍກ​ຕະຫລາດ​ຫົວ​ຂົວ​ຫາ​ບ້ານ​ຄຳ​ສະຫວາດ​ມີ​ຄວາມ​ຍາວ 4 ກິ​ໂລ​ແມັດ ມູນ​ຄ່າ 69 ຕື້ກວ່າ​ກີບ ​ແມ່ນ​ມອບ​ໃຫ້​ບໍລິສັດ SKC ກໍ່ສ້າງ​ເປັນ​ຜູ້​ຮັບ​ເໝົາ​ ​ແລະ ​ແຕ່​ບ້ານ​ຄຳ​ສະຫວາດ​ຫາ​ບ້ານ​ນາ​ຄວາຍ​ມີ​ຄວາມ​ຍາວ 3 ກິ​ໂລ​ແມັດ ມູນ​ຄ່າ​ກໍ່ສ້າງ 80 ກວ່າ​ຕື້ ຍັງ​ແມ່ນ​ບໍລິສັດ​ກໍ່ສ້າງ ​ແລະ ຊຸກຍູ້​ການ​ຜະລິດ​ກະສິກຳ​ຮັບ​ເໝົາ​ ​ໂດຍ​ໃຫ້​ທັງ​ສອງ​ບໍລິສັດ​ສຸມໃສ່ສ້າງໃຫ້​ສຳ​ເລັດ​ພາຍ​ໃນ 12 ​ເດືອນ ພາຍຫລັງ​ການ​ເຊັນ​ສັນຍາ​ເມື່ອ​ວັນ​ທີ 4 ພະຈິກ​ນີ້, ເພື່ອຮັບປະ ກັນໃຫ້ການສັນຈອນບົນເສັ້ນທາງດັ່ງກ່າວມີຄວາມສະດວກດີ.

1 comment:

  1. ມັນມີສາເຫດແນວໃດຈຶ່ງວ່າຊັກຊ້າ ຖ້າບໍລິສັດຜູ້ຮັບເຫມົາໄດ້ເຊັນສັນຍາແລ້ວ ກໍໝາຍເຖິງການປະເມີນການທາງດ້ານງົບປະມານ ແລະໜ້າວຽກລວມທັງຄວາມສ່ຽງດ້ານການເງິນ ດິນຟ້າອາກາດ ການສັນຈອນ... ທຸກຢ່າງລະອຽດແລ້ວຈຶ່ງຄ່ອຍມາຮັບເໝົາ, ອີກທັງບໍລິສັດກໍຕ້ອງມີປະສົບການດ້ານການລົງທອນຮັບເໝົາມາກ່ອນພໍສົມຄວນ ສຸດທ້າຍມາວ່າບໍ່ເຮັດໄດ້ຕາມເປົ້າໝາຍ, ໃນເມື່ອເຊັນສັນຍາແລ້ວ ເຮັດບໍ່ໄດ້ຕາມສັນຍາບໍລິສັດກໍບໍ່ຕ້ອງຮັບຜິດຊອບທາງກົດໝາຍໃດໆເລີຍບໍ ? ຖ້າວ່າເປັນແນວນີ້ ທຸກບໍລິສັດທີ່ ເຊັນສັນຍາຮັບເໝົາຈາກລັດຖະບານກໍຈະໄດ້ໃຈໄປຕະຫລອດ ຫລືແນວໃດ.? ດີແທ້ ທາງລັດຖະບານ ກໍຄືພາກສ່ວນທີ່ກ່ຽວຂ້ອງຄວນອອກມາຊີ້ແຈງລາຍລະອຽດໃຫ້ສັງຄົມຊາບນຳ ກ່ຽວກັບຄວາມຫລ້າຊ້າ ແລະ ມາດຕະການແກ້ໄຂ ຫລືປະຕິບັດຕໍ່ຜູ້ລະເມີດ

    ReplyDelete