Ad

Ad

7 July 2016

ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມຣາຊະອານາຈັກໄທ ໄດ້ຈັດຂຶ້ນຢ່າງສົມກຽດ

           ພິທີຕ້ອນຮັບທາງການທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງລາວ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບລັດຖະບານ ໂດຍທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ແລະ ຈາກນັ້ນ ກໍມີການພົບປະສອງຝ່າຍຢູ່ທຳນຽບລັດຖະບານ ໂດຍທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ມາຢ້ຽມ ຢາມຣາຊະອານາຈັກໄທເປັນຄັ້ງທຳອິດ ພາຍຫລັງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນການພົບປະທີ່ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນນັ້ນ, ສອງຝ່າຍກໍໄດ້ແຈ້ງໃຫ້ກັນຊາບກ່ຽວກັບ
ຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ ແລະ ໃນໂອກາດອັນສະຫງ່າລາສີນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ມີໂອກາດນຳພາຄະນະຜູ້ແທນລາວມາຢ້ຽມຢາມຢ່າງເປັນທາງການ ແລະ ມີຄວາມພາກພູມໃຈ ແລະ ເປັນກຽດທີ່ໄດ້ພົບກັບທ່ານ ພົນເອກ ປຣະຢຸດ ຈັນໂອຊາ ແລະ ຕາງໜ້າໃຫ້ຄະນະຜູ້ແທນລາວສະແດງຄວາມຂອບອົກຂອບໃຈຢ່າງຈິງຈັງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດຂອງທ່ານນາຍົກ ແລະ ລັດຖະ ບານໄທທີ່ມີຕໍ່ຄະນະຂອງພວກຂ້າພະເຈົ້າ ເຊິ່ງການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນສຳຄັນໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ໄທ ຖານບ້ານໃກ້ເຮືອນຄຽງທີ່ດີໃຫ້ນັບມື້ແໜ້ນແຟ້ນ ແລະ ມີປະສິດທິຜົນຂຶ້ນເລື້ອຍໆ ແລະ ໃນໄລຍະຜ່ານມາ ກໍເຫັນວ່າການພົວພັນຮ່ວມມືສອງຝ່າຍມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເຫັນໄດ້ຈາກການໄປມາຫາສູ່ແລກປ່ຽນການຢ້ຽມຢາມໃນລະດັບປະມຸກລັດ, ຫົວໜ້າລັດຖະບານ ແລະ ຂະແໜງການຕ່າງໆ ຕະຫລອດເຖິງທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນ ເປັນຕົ້ນການຢ້ຽມຢາມຂອງ ສົມເດັດພະເທບ ເຖິງ 2 ຄັ້ງໃນປີ 2015. ນອກຈາກນັ້ນ, ລາວ ແລະ ໄທ ຍັງມີກົນໄກການຮ່ວມມືຫລາຍກົນໄກ ເພື່ອຊ່ວຍສົ່ງເສີມການຮ່ວມມືເຫລົ່ານັ້ນນັບມື້ມີປະສິດທິຜົນ ເປັນຕົ້ນຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ຫລື JC, GBC, JBC ແລະ ອື່ນໆ ເຊິ່ງກົນໄກເຫລົ່ານີ້ກໍໄດ້ເຄື່ອນໄຫວຢ່າງເປັນປົກກະຕິ ແລະ ໃນລະຫວ່າງວັນທີ 27-29 ມິຖຸນາຜ່ານມານີ້ ກໍມີກອງປະຊຸມຄະນະກຳມະການຮ່ວມ ລາວ-ໄທ ວ່າດ້ວຍການຮ່ວມມືດ້ານວຽກງານຕຳຫລວດ ຄັ້ງທີ 4 ທີ່ນະຄອນຫລວງວຽງຈັນ ກໍປະສົບຜົນສຳເລັດເປັນຢ່າງດີ, ສ່ວນການຮ່ວມມືດ້ານເສດຖະກິດ, ດ້ານການຄ້າ ແລະ ການລົງທຶນ ເຫັນວ່າມີການຂະຫຍາຍຕົວຂຶ້ນເປັນລຳດັບ ເຊິ່ງປັດຈຸບັນ ປະເທດໄທຍັງເປັນປະເທດຄູ່ຄ້າອັນດັບໜຶ່ງທີ່ສຳຄັນຂອງ ສປປ ລາວ. ໃນປີ 2015 ຜ່ານມານີ້, ມູນຄ່າການຄ້າສອງຝ່າຍໄດ້ເພີ່ມຂຶ້ນຈາກ 2 ຕື້ໂດລາ ໃນປີ 2014 ເປັນເກືອບ 6 ຕື້ໂດລາ, ມູນຄ່າການນຳເຂົ້າສິນຄ້າຈາກໄທຫລາຍກວ່າ 4 ຕື້ໂດລາ, ສ່ວນມູນຄ່າສິນຄ້າລາວສົ່ງອອກໄປໄທບັນລຸ 1,4 ຕື້ໂດລາ. ເຖິງວ່າຈະມີໜ້ອຍກວ່າມູນຄ່ານຳເຂົ້າແຕ່ກໍເພີ່ມຂຶ້ນປະມານ 3,37% ທຽບໃສ່ປີ 2014. ດ້ານການລົງທຶນ, ປະເທດໄທຍັງເປັນປະເທດທີ່ລົງທຶນລາຍໃຫຍ່ອັນດັບ 2 ຂອງ ສປປ ລາວ ໃນປີ 2015 ມີຍອດມູນຄ່າລົງທຶນທັງໝົດ 6,3 ຕື້ໂດລາ ກວມເອົາ 668 ໂຄງການ, ໃນນັ້ນການລົງ ທຶນໃນຂະແໜງການພະລັງງານໄຟຟ້າມີ 2,4 ຕື້ໂດລາ, ບໍ່ແຮ່ມີ 1,7 ຕື້ໂດລາ, ອຸດສາຫະກຳ ແລະ ຫັດຖະກຳມີ 537 ລ້ານໂດລາ, ໂທລະຄົມມະນາຄົມມີ 498 ລ້ານໂດລາ ແລະ ກະສິກຳມີ 380 ລ້ານໂດລາ ແລະ ອື່ນໆ. ດ້ານການສຶກສາ ເຫັນວ່າມີບາດກ້າວຂະຫຍາຍຕົວດີຂຶ້ນ. ສປປ ລາວ ສະແດງຄວາມຂອບໃຈທີ່ລັດຖະບານໄທໃຫ້ການຊ່ວຍເຫລືອທາງດ້ານການພັດທະນາຊັບພະຍາກອນມະນຸດແກ່ ສປປ ລາວ ເປັນຈຳນວນ 29 ທຶນ ສຳລັບທຶນສຶກສາລະດັບປະລິນຍາໂທ ແລະ ເອກ ພາຍໃຕ້ກອບການຮ່ວມມືດ້ານວິຊາການ ລາວ-ໄທ. ນອກນັ້ນ ຍັງຊ່ວຍສະໜັບສະໜູນໃຫ້ພະນັກງານລາວຈຳນວນ 210 ຄົນເຂົ້າຮ່ວມເຝິກອົບຮົມຫລັກສູດຕ່າງໆໃນຂອບຮ່ວມມືສອງຝ່າຍ ແລະ ການຮ່ວມມືສຳຫລວດ ແລະ ປັກຫລັກໝາຍຊາຍແດນມີຄວາມຄືບໜ້າດີສົມຄວນ ເຫັນໄດ້ຈາກນັບແຕ່ເລີ່ມດຳເນີນການສຳຫລວດ ແລະ ປັກຫລັກໝາຍຊາຍແດນທາງບົກຮ່ວມ ລາວ-ໄທ ໃນວັນທີ 5 ພຶດສະພາ 1997 ຈົນເຖິງປັດຈຸບັນ, ສອງຝ່າຍສາມາດສຳຫລວດ ແລະ ປັກຫລັກໝາຍຊາຍແດນໄດ້ສຳເລັດ 210 ຫລັກໝາຍ ໃນລວງຍາວຂອງເສັ້ນຊາຍແດນ 676 ກິໂລແມັດ ເທົ່າກັບ 93% ຂອງລວງຍາວເສັ້ນຊາຍແດນທາງບົກ 735 ກິໂລແມັດ ຫລື ເທົ່າກັບ 37% ຂອງລວງຍາວເສັ້ນຊາຍແດນທັງໝົດ 1.835 ກິໂລ ແມັດ. ແນວໃດກໍຕາມ ສອງປະເທດຍັງຈະຕ້ອງສືບຕໍ່ພະຍາຍາມຮ່ວມກັນ ເພື່ອປະຕິບັດຕາມເປົ້າໝາຍທີ່ໄດ້ຕົກລົງກັນໄວ້ໃນກອງປະຊຸມຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ (JBC) ຄັ້ງທີ 10 ທີ່ຈັດຂຶ້ນໃນວັນທີ 23 ມັງກອນ 2015 ຢູ່ນະຄອນຫລວງວຽງຈັນ ຄືຊາຍແດນ ລາວ-ໄທ ທາງບົກໃຫ້ສຳເລັດໃນປີ 2016 ແລະ ຊາຍແດນ ລາວ-ໄທ ທາງນ້ຳໃຫ້ສຳເລັດໃນປີ 2018. ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ, ສປປ ລາວ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າຮ່ວມກັບບັນດາປະຊາຊາດໃນການປົກປັກຮັກສາສັນຕິພາບ ແລະ ເພີ່ມທະວີການຮ່ວມມື ເພື່ອພ້ອມກັນພັດທະນາ, ສືບຕໍ່ສະໜັບສະໜູນການສ້າງສັນຕິພາບ ແລະ ການແກ້ໄຂບັນຫາຕ່າງໆໂດຍສັນຕິ. ສປປ ລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການເຊື່ອມໂຍງເຂົ້າພາກພື້ນ ແລະ ສາກົນ, ສືບຕໍ່ເສີມສ້າງຄວາມເຂົ້າອົກເຂົ້າໃຈ ແລະ ຮ່ວມມືກັບບັນດາປະເທດສະມາຊິກ ເພື່ອກ້າວໄປສູ່ການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງຕາມວິໄສທັດຂອງອາຊຽນ, ສປປ ລາວ ໃນນາມເປັນປະທານອາຊຽນ 2016 ຈະສືບຕໍ່ປະສານງານຮ່ວມກັບສະມາ ຊິກອາຊຽນອື່ນໆ ເພື່ອແກ້ໄຂບັນຫາຫລໍ່ແຫລມຕ່າງໆຂອງພາກພື້ນ ແລະ ສາກົນ ດ້ວຍການປຶກ ສາຫາລື ແລະ ມີຄວາມເປັນເອກະພາບຮ່ວມກັນຄືດັ່ງທີ່ປະຕິບັດຜ່ານມາ, ສອງປະເທດໄດ້ມີການຮ່ວມມືກັນຢ່າງໃກ້ຊິດ ແລະ ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນໃນເວທີອານຸພາກພື້ນ ແລະ ສາກົນເຊັ່ນ: CLV, CLMV, ACMEC, UNF GMS ແລະ ອື່ນໆ.

No comments:

Post a Comment