Ad

Ad

8 July 2016

ຝົນຈະຕົກເບົາບາງລົງຢູ່ບາງທ້ອງຖິ່ນ

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 8-10 ກໍລະກົດນີ້, ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະອ່ອນກຳລັງພັດປົກຄຸມ, ຊຶ່ງຈະເຮັດໃຫ້ສະພາບຝົນຕົກເບົາບາງລົງ ແລະ ຈະມີຝົນຕົກກະຈາຍເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ: ສະ ພາບຝົນຈະເບົາບາງລົງ, ອຸນຫະພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 28-30 ອົງສາ, ພາກເໜືອດ້ານຕາເວັນຕົກ: ສະພາບຝົນຕົກເບົາບາງລົງເຊັ່ນກັນ. ອຸນຫະ ພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 33-35 ອົງສາ, ນະຄອນຫລວງວຽງຈັນ: ຍັງຈະມີຝົນຕົກກະຈາຍເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 34-36 ອົງສາ, ພາກກາງ: ຍັງຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 34-36 ອົງສາ. ພາກໃຕ້: ສະພາບຝົນຈະເບົາບາງລົງ, ແຕ່ຍັງຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 33-35 ອົງສາ.

No comments:

Post a Comment