Ad

Ad

8 July 2016

ນະຄອນຫຼວງວຽງຈັນມີແຜນປ່ອຍປາຫຼາຍກວ່າ 6 ແສນໂຕ

ພາບປະກອບ
          ພະແນກລ້ຽງສັດ ແລະ ການປະມົງນະຄອນລວງວຽງຈັນໃຫ້ຮູ້ວ່າ: ໃນວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ 13 ກໍລະກົດນີ້, ຂະແໜງການຂອງຕົນມີແຜນຈະປ່ອຍປາຄືນສູ່ແມ່ນ້ຳ ແລະ ໜອງນ້ຳທຳມະຊາດໃຫ້ໄດ້ຢ່າງໜ້ອຍ 635 ພັນໂຕ, ເພີ່ມຂຶ້ນຈາກຫຼາຍປີຜ່ານມາ, ໃນນັ້ນສະເພາະຂະແໜງກະສິກຳ ແລະ ປ່າໄມ້ແມ່ນຈະໄດ້ຮ່ວມກັບເມືອງປາກງຶ່ມຈັດພິທີປ່ອຍຂຶ້ນໃນວັນທີ 13 ກໍລະກົດນີ້,ຄາດວ່າຈະປ່ອຍໃຫ້ໄດ້ 130.000 ໂຕໃນມື້ນັ້ນ ແລະ ປາທີ່ຈະນຳມາປ່ອຍສ່ວນຫຼາຍແມ່ນພັນປາພື້ນເມືອງຄື: ປາປາກ, ປາດຸກ, ປາເຄິງ, ປານິນ, ປາໄນ ແລະ ອື່ນໆ, ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແກ່ແມ່ນ້ຳທຳມະຊາດ, ໃນປີຜ່ານມາຂະບວນການອະຂຸລັກສັດນ້ຳ-ສັດປ່າໃນນະຄອນລວງວຽງຈັນກໍເປັນຂະບວນ
ກວ້າງຂວາງດີຂຶ້ນໃນແຕ່ລະປີຄື: ປີ 2015 ປ່ອຍປາໄດ້ຫຼາຍກວ່າກວ່າ 8 ແສນໂຕ ແລະ ພ້ອມດຽວກັນ ນັ້ນຂະແໜງການກ່ຽວຂ້ອງກໍໄດ້ແນະນຳໃຫ້ບັນດາສູນ ແລະ ສະຖານີຜະລິດລູກປາທັງພາກລັດ ແລະ ເອກະຊົນກະກຽມລູກປາໃຫ້ຫຼາຍ, ເພື່ສະໜອງໃຫ້ແກ່ວັນດັ່ງກ່າວໄດ້ພຽງພໍ, ພ້ອມໄດ້ອອກແຈ້ງການແນະນຳໃຫ້ອຳນາດການປົກເມືອງ ແລະ ບ້ານຕ່າງໆເປັນເຈົ້າການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ເອົາໃຈໃສ່ປົກປັກຮັກສາປ່າທີ່ປ່ອຍໄປແລ້ວນັ້ນ, ໃຫ້ມັນເຕີບໃຫຍ່ຂະຫຍາຍພັນ, ສ້າງ ແລະ ປົກປັກຮັກສາແຫຼ່ງນ້ຳທຳມະຊາດກໍຄືລະບົບນິເວນທາງນ້ຳໃຫ້ມີຄວາມອຸດົມສົມບູນ. 

No comments:

Post a Comment