Ad

Ad

8 July 2016

ເພີ່ມຄວາມເຂັ້ມງວດຕໍ່ການປະຕິບັດກົດໝາຍສັດນ້ຳ-ສັດປ່າ

     ເມື່ອບໍ່ດົນມານີ້, ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມມາດ ພົນເສນາ ໄດ້ມີຄຳສັ່ງໃຫ້ຂະແໜງການກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນເພີ່ມທະວີເອົາໃຈໃສ່ຈັດຕັ້ງປະ ຕິບັດມາດຕະການກົດໝາຍສັດນ້ຳ-ສັດປ່າໃຫ້ເຂັ້ມງວດກວ່າເກົ່າ ເພື່ອແນໃສ່ອະນຸລັກສັດນ້ຳ-ສັດປ່າໃຫ້ມີປະສິດທິຜົນດີຂຶ້ນ, ພາຍຫລັງເຫັນວ່າສະພາບການລະເມີດລະບຽບກົດໝາຍລ່າສັດແບບດັບສູນ ແລະ ລັກ ລອບຄ້າຂາຍສັດນ້ຳ-ສັດປ່າຍັງມີແຜ່ຫລາຍຢູ່ຕາມທ້ອງຕະຫລາດ, ຮ້ານອາ ຫານ ແລະ ຫລາຍທ້ອງຖິ່ນຍັງໃຫ້ບໍລິການອາຫານທີ່ເຮັດຈາກເນື້ອສັດປ່າຫວງຫ້າມ
ຢ່າງທ້າທາຍລະບຽບກົດໝາຍບ້ານເມືອງ. ເພື່ອແກ້ໄຂປາກົດການອັນບໍ່ດີດັ່ງກ່າວໃຫ້ເຂັ້ມງວດກວ່າເກົ່າ ທັງເປັນການປະຕິບັດສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ສະນັ້ນ ໃນໂອກາດວັນອານຸລັກສັດນ້ຳ-ສັດປ່າແຫ່ງຊາດ 13 ກໍລະກົດ ຈຶ່ງສະເໜີໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນມີການຈັດຕັ້ງເຜີຍແຜ່ ແລະ ຄົ້ນຄວ້າເຊື່ອມຊຶມເນື້ອໃນຕົ້ນຕໍຂອງກົດໝາຍວ່າດ້ວຍສັດນ້ຳ-ສັດປ່າດ້ວຍຫລາຍຮູບການໃຫ້ພະນັກງານ, ທະຫານ, ຕຳຫລວດ, ປະຊາຊົນ, ພໍ່ຄ້າຊາວຂາຍ ແລະ ຜູ້ປະກອບການທຸລະກິດອາຫານຕ່າງໆຢ່າງກວ້າງຂວາງ, ໃຫ້ເຫັນໄດ້ຄວາມສຳຄັນຂອງສັດ ແລະ ສິ່ງແວດລ້ອມໃນທຳມະຊາດທີ່ມີສະພາບນັບມື້ຫລຸດໜ້ອຍລົງ, ເອົາໃຈໃສ່ເກັບກຳຂໍ້ມູນຂຶ້ນທະບຽນສັດນ້ຳ-ສັດປ່າ ລວມທັງການມີງາຊ້າງໄວ້ຄອບຄອງໃນແຕ່ລະທ້ອງຖິ່ນ, ດຳເນີນການກວດກາ ແລະ ປຸກລະດົມໃຫ້ປະຊາຊົນຕື່ນຕົວສະໝັກໃຈມອບອາວຸດລ່າສັດ, ເຄື່ອງມືອຸປະກອນຫາປາແບບດັບສູນໃຫ້ເຈົ້າໜ້າທີ່ຄຸ້ມຄອງຕາມລະບຽບກົດໝາຍ ແລະ ອັນສຳຄັນຫ້າມບັນດາຫ້າງຮ້ານ, ຕະຫລາດ, ສູນການຄ້າ, ໂຮງແຮມ ແລະ ສະຖານທີ່ຕ່າງໆວາງຂາຍ, ສະແດງ ແລະ ພົວພັນຊື້ຂາຍສັດນ້ຳ-ສັດປ່າປະເພດຫວງຫ້າມທຸກຮູບແບບຢ່າງເດັດຂາດ ພ້ອມທັງຢຸດການໂຄສະນາຊວນເຊື່ອໃຫ້ສັງຄົມບໍລິໂພກ ແລະ ດຳເນີນມາດຕະການຕໍ່ຜູ້ທີ່ລະເມີດລະບຽບກົດໝາຍໃຫ້ເຂັ້ມງວດກວ່າເກົ່າ.

No comments:

Post a Comment