Ad

Ad

8 July 2016

ທົ່ວປະເທດປັກດຳນາປີສຳເລັດແລ້ວປະມານ 21 % ຂອງເນື້ອ ທີ່ແຜນການ

          ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນກະສິກອນທົ່ວປະເທດສາມາດປັກດຳເຂົ້ານາປີຂອງຕົນສຳເລັດແລ້ວຫຼາຍກວ່າ 164 ພັນຮັກຕາ,ເທົ່າກັບ 21% ຂອງເນື່ອທີ່ແຜນ ການ 787.500 ເຮັກຕາ, ພົ້ນເດັ່ນກວ່າໝູ່ແມ່ນບັນດາແຂວງພາກກາງສາມາດປັກດຳໄດ້ແລ້ວຫຼາຍກວ່າ 111 ພັນເຮັກຕາ, ເທົ່າກັບ 24% ຂອງແຜນການ, ພາກໃຕ້ປະຕິບັດໄດ້ແລ້ວ  36 ພັນກວ່າເຮັກຕາ, ເທົ່າກັບ 18 %, ພາກເໜືອປະຕິບັດໄດ້ແລ້ວ 13 ພັນກວ່າເຮັກຕາ, ເທົ່າກັບ 12%, ຂະນະທີ່ຂະແໜງກະສິກຳ ແລະ ປ່າໄມ້ເອງກໍໄດ້ນຳສົ່ງພະນັກງານວິຊາການຂອງຕົນລົງຊຸກຍູ້ສົ່ງເສີມການຜະ ລິດຂອງປະຊາຊົນຢູ່ທ້ອງຖິ່ນຕ່າງໆ, ໂດຍສະເພະແມ່ນໄດ້ແນະນຳການນຳໃຊ້ເຕັກນິກວິທະຍາການໃຫ້ກະສິກອນ
ເພື່ອສາມາດຍົກສະມັດຕະພາບການຜະລິດໃຫ້ໄດ້ຕາມຄາດໝາຍວາງໄວ້.ນອກຈາກນັ້ນກໍຍັງມີການປູກເຂົ້າເນີນສູງ(ເຂົ້າໄຮ່) ມາຮອດປັດຈຸບັນທົ່ວປະເທດສາມາດປະຕິບັດໄດ້ແລ້ວ 67 ພັນກວ່າເຮັກຕາ, ເທົ່າກັບ 62 % ຂອງແຜນການ 100.000 ເຮັກຕາ ແລະ ໄປຄຽງຄູ່ກັບການປູກເຂົ້າແລ້ວກະສິກອນທ້ອງຖິ່ນຕ່າງໆຍັງໄດ້ສຸມໃສ່ມືປູກພືດລະດູຝົນຢ່າງເປັນຂະບວນກວ້າງຂວາງ, ພົ້ນເດັ່ນກວ່າໝູ່ແມ່ນການປູກພືດໄລຍະສັ້ນ, ປູກໄດ້ຫຼາຍຮອບວຽນກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ອີກວ່າ: ນອກຈາກການລົງຊຸກຍູ້ການຜະລິດເຂົ້າ ແລະ ພືດລະດຸຝົນແລ້ວຂະແໜງການຂອງຕົນຍັງໄດ້ລົງຊຸກຍູ້ທ້ອງຖິ່ນຕ່າງໆ ໃຫ້ເອົາໃຈໃສ່ບົວລະບັດຮັກສາ ແລະ ປົວແປງລະບົບຊົນລະປະທານໃຫ້ດີ ຮັບປະ ກັນແກ່ການສະໜອງນ້ຳຮັບໃຊ້ການຜະລິດລະດູຝົນປີນີ້ໄດ້ຢ່າງສະໝໍ່ສະເໝີ ແລະ ພຽງພໍ.

No comments:

Post a Comment