Ad

Ad

26 May 2015

ອາທິດ​ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ມີ​ຜູ້ເສຍ​ຊີວິດ 3 ຄົນ​ຈາກ​ອຸປະຕິ​ເຫດ



     ເຈົ້າໜ້າທີ່ພະແນກຈະລາຈອນ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ​ໃນລະຫວ່າງວັນທີ 18-24 ພຶດສະພານີ້, ຢູ່ນະຄອນ ຫລວງວຽງຈັນໄດ້ມີອຸປະຕິ​​ເຫດຕາມທ້ອງຖະໜົນເກີດຂຶ້ນ 31 ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 3 ຄົນຄື:ເວລາປະມານ 19:30 ໂມງຂອງວັນທີ 23 ພຶດສະພານີ້, ຢູ່ຖະໜົນ 13 ​ເໜືອ ເຂດບ້ານຜາງແຫ້ງເມືອງນາຊາຍທອງ ນະຄອນຫລວງວຽງຈັນໄດ້ເກີດອຸປະຕິເຫດລົດໃຫຍ່ຕຳລົດຈັກເຮັດໃຫ້ຄົນຂັບລົດຈັກຄື ທ້າວ ຕິ່ງ ອາຍຸ 45 ປີກຳມະກອນ  ຢູ່ບ້ານສົມສະໜຸກເມືອງຫາດຊາຍຟອງເສຍຊີວິດຄາທີ່, ​ເວລາປະມານ 1:30 ​ໂມງຂອງວັນຕໍ່ມາ ຢູ່ຖະໜົນໄກສອນເຂດ 4 ​ແຍກໄຟແດງກຳມະບານເກີດເຫດລົດໃຫຍ່ຕຳລົດຈັກເຮັດໃຫ້ຄົນຂັບລົດຈັກຄື ທ້າວ ສຸພົນນີ ອາຍຸ 15 ປີ ນັກຮຽນ ຢູ່ບ້ານບຶງຂະຫຍອງເມືອງສີສັດຕະນາກເສຍຊີວິດຄາທີ່ແລະ ອີກກໍລະນີໜຶ່ງເກີດຂຶ້ນຢູ່ເຂດບ້ານດ່ານຄຳສົ່ງຜົນໃຫ້ມີຜູ້ເສຍຊີວິດຄາທີ່ໜຶ່ງຄົນແຕ່ບໍ່ຮູ້ຊື່​, ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ປະກາດຫາຍາດພີ່ນ້ອງເພື່ອໃຫ້ໄປນຳເອົາຊົບຂອງຜູ້ກ່ຽວຢູ່ມູນລະນິທິຈີນ ທີ່ບ້ານຮ່ອງຄ້າເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

No comments:

Post a Comment