Ad

Ad

26 May 2015

4 ປະ​ເທດ​ທົບ​ທວນ​ຄວາມ​ຄືບ​ໜ້າການ​ພັດທະນາ​ແລວ​ເສດຖະກິດ



     ລັດຖະມົນຕີຊ່ວຍວ່າການກະຊວງຕ່າງປະເທດຈາກ 4 ປະເທດຄື: ລາວ, ຫວຽດນາມ, ​ໄທແລະ ມຽນມາ, ​ໄດ້ຮ່ວມກັນປຶກສາຫາລືແລະ ທົບທວນຄວາມຄືບໜ້າການພັດທະນາແລວເສດຖະກິດຕາເວັນອອກ-ຕາເວັນຕົກໃນອະນຸພາກພື້ນແມ່ນ້ຳຂອງເພື່ອຊອກຫາທາງແກ້ໄຂບັນຫາຕ່າງໆແລະ ກຳນົດທິດທາງການຈັດຕັ້ງປະຕິບັດວຽກສຳຄັນໃນຕໍ່ໜ້າ, ​ເຊິ່ງໄດ້ໄຂຂຶ້ນໃນວັນທີ 20 ພຶດສະພາຜ່ານມາ, ທີ່ບາງກອກປະເທດໄທ, ຝ່າຍລາວນຳໂດຍທ່ານ ສະເຫລີໄຊ ກົມມະສິດ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທ.
     ກອງປະຊຸມຄັ້ງນີ້ໄດ້ທົບທວນຄວາມຄືບໜ້າ ການພັດທະນາແລວເສດຖະກິດຕາເວັນອອກ-ຕາເວັນຕົກໃນອະນຸພາກພື້ນແມ່ນ້ຳຂອງລະຫວ່າງ ສປປ ລາວ, ມຽນມາ, ​ໄທແລະ ຫວຽດນາມ ທາງດ້ານການພັດທະນາພື້ນຖານໂຄງລ່າງ​ ​ແລະ ດ້ານນິຕິກຳນັບແຕ່ກອງປະຊຸມຄັ້ງທີ 2 ຜ່ານມາໃນເດືອນພຶດສະພາ 2013, ທີ່ແຂວງສະຫວັນນະເຂດແລະໄດ້ປຶກສາຫາລືຫາທາງແກ້ໄຂບັນຫາຕ່າງໆແລະ ກຳນົດທິດທາງການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າເພື່ອສືບຕໍ່ຈັດຕັ້ງປະຕິບັດສັນຍາວ່າດ້ວຍການ
ຂົນສົ່ງຂ້າມແດນ ອະນຸພາກພື້ນແມ່ນ້ຳຂອງ(GMS CBTA), ກໍຄືບົດບັນທຶກຄວາມເຂົ້າໃຈວ່າດ້ວຍການລິເລີ່ມຈັດຕັ້ງປະຕິບັດສັນຍາດັ່ງກ່າວ (IICBTA), ​​ລະຫວ່າງລາວ, ​ໄທ, ຫວຽດນາມໃຫ້ປະກົດຜົນເປັນຈິງແນໃສ່ຫັນແລວທາງຕາເວັນອອກ-ຕາເວັນຕົກໃຫ້ກາຍເປັນແລວເສດຖະກິດຢ່າງເຕັມສ່ວນເພື່ອການເຊື່ອມຈອດພາກພື້ນ, ການເຊື່ອມໂຍງເສດຖະກິດແລະ ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດສະມາຊິກ ດ້ວຍການອຳນວຍຄວາມສະດວກດ້ານການຂົນສົ່ງ, ການຄ້າ, ການລົງທຶນ, ການທ່ອງທ່ຽວແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນຕາແລວທາງດັ່ງກ່າວ.
     ກອງປະຊຸມໃຫ້ເຫັນດີເປັນເອກະພາບມອບໃຫ້ປະເທດໄທເປັນເຈົ້າພາບຈັດກອງປະຊຸມໜ່ວຍງານສະເພາະກິດລາວ-​ໄທ-ຫວຽດນາມໃນມໍ່ໆນີ້ເພື່ອປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດເອກະສານເພີ່ມເຕີມຂອງບົດບັນທຶກຄວາມເຂົ້າໃຈທີ່ກ່າວມາຂ້າງເທິງ, ຊຶ່ງມີ​​ແຜນການຈະຂະຫຍາຍແລວຂົນສົ່ງ EWEC ​ໄປເຖິງນະຄອນຫລວງວຽງຈັນ, ບາງກອກ, ຮ່າໂນ້ຍ, ທ່າເຮືອແຫລມສະບັງແລະ ທ່າເຮືອຮາຟອງ; ການລວມເອົາເສັ້ນທາງເລກ 12 ຂອງ ສປປ ລາວເຂົ້າໃນແລວທາງ EWEC ​ແລະ ການກຳນົດແລວຂົນສົ່ງໂດຍສານດ້ວຍລົດເມ ຈາກນະຄອນພະນົມປະເທດໄທ ຜ່ານເສັ້ນທາງເລກ 12 ຂອງ ສປປ ລາວໄປເຖິງຮ່າຕິງ ຫວຽດນາມ. ​ເພື່ອກະກຽມໃຫ້ແກ່ກອງປະຊຸມດັ່ງກ່າວວັນທີ 19 ພຶດສະພາ 2015, ​ໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສ ພາຍໃຕ້ການເປັນປະທານ ຂອງຫົວໜ້າກົມເສດຖະກິດສາກົນ, ກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ, ​ເຊິ່ງເຈົ້າໜ້າທີ່ອາວຸໂສຂອງ ສປປ ລາວແມ່ນທ່ານ ວິລະສັກ ສົມພົງ ຮອງຫົວໜ້າກົມ​​ເສດຖະກິດ, ກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມດັ່ງກ່າວ.
     ໃນຕອນທ້າຍກອງປະຊຸມໄດ້ຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ກ່ຽວກັບການພັດທະນາແລວເສດຖະກິດຕາເວັນອອກ-ຕາເວັນຕົກ (EWEC) ຄັ້ງທີ 3 ​ແລະ ສຳລັບກອງປະຊຸມຄັ້ງທີ 4 ​ເຊິ່ງບັນດາປະເທດສະມາຊິກຈະປະສານງານແລະ ປຶກສາຫາລືກັນຕື່ມ ກ່ຽວກັບວັນເວລາແລະ ສະຖານທີ່ຈັດກອງປະຊຸມ.

No comments:

Post a Comment