Ad

Ad

26 May 2015

ກົມສົ່ງເສີມກະສິກຳຮ່ວມກັບໂຮງຮຽນປະຖົມສົມບູນດ່ານຊ້າງ ຈັດກິດຈະກຳປູກຕົ້ນໄມ້



ວັນທີ 22 ພຶດສາພານີ້, ກົມສົ່ງເສີມກະສິກຳ ແລະ ສະຫະກອນໄດ້ຮ່ວມກັບ ໂຮງຮຽນປະຖົມ ສົມບູນດ່ານຊ້າງ ຈັດກິດຈະກຳປູກຕົ້ນໄມ້ຂຶ້ນຢູ່ໂຮງຮຽນ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນເປັນຈຳນວຍຫຼາຍ.
ຮອງຫົວໜ້າກົມດັ່ງກ່າວມີຄຳເຫັນໃນພິທີວ່າ: ເພື່ອເປັນການສ້າງຂະ ບວນຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ທັງເປັນ ການປູກຈິດສຳນຶກໃຫ້ນ້ອງນັກຮຽນຮູ້ຈັກຄຸນຄ່າຂອງປ່າໄມ້, ຕໍ່ການດຳລົງຊີວິດ ແລະ ສິ່ງແວດລ້ອມ, ພ້ອມໃຫ້ໂຮງ ຮຽນເປັນໂຮງຮຽນສີຂຽວ ແລະ ມີຄວາມຮົ່ມເຢັນ, ພ້ອມນັ້ນກໍໄດ້ຈັດກິດຈະກຳອື່ນໆອີກເພື່ອແຈກຂອງຂວັນໃຫ້ຫຼານ ນ້ອຍນັກຮຽນ, ໃນໂອກາດວັນເດັກນ້ອຍສາກົນ.

No comments:

Post a Comment