Ad

Ad

29 July 2016

ເປີດໂຮງແຮມເມືອງແທງ ລັກເຊີຣີ ວຽງຈັນໂຮງແຮມມາດຕະຖານ 5 ດາວ

    ພິທີເປີດການນຳໃຊ້ໂຮງແຮມ ເມືອງແທງ ລັກເຊີຣີ ວຽງຈັນ ເຊິ່ງເປັນໂຮງແຮມລະດັບມາດຖານ 5 ດາວແຫ່ງທຳອິດໃນຕະຫລາດສາກົນຂອງກຸ່ມໂຮງແຮມ ເມືອງແທງ ສສ ຫວຽດນາມ ໄດ້ມີຂຶ້ນໃນແລງວັນທີ 28 ກໍລະກົດນີ້ ທີ່ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພ ທູນ ເຈົ້າຄອງນະຄອນຫລວງ ວຽງຈັນ, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດ ສາຫະກຳ ແລະ ການຄ້າ, ທ່ານ ສຸບັນ ແກ້ວມີໄຊ ລັດຖະມົນຕີກະ ຊວງແຜນການ ແລະ ການລົງ ທຶນ, ທ່ານ ຫງວຽນ ແມ໋ງຮຸງ ເອກ ອັກຄະລັດຖະທູດ ສສ ຫວຽດ ນາມປະຈຳລາວ, ຄະນະບໍລິຫານ ພ້ອມດ້ວຍຕາງຫນ້າຈາກກຸ່ມທຸ ລະກິດໂຮງແຮມ ແລະ ທະນາ ຄານ ເຂົ້າຮ່ວມຈຳນວນຫລາຍ.

ໂຮງແຮມ ເມືອງແທງ ລັກ ເຊີຣີ ແຫ່ງນີ້ ຕັ້ງຢູ່ໃຈກາງນະ ຄອນຫລວງວຽງຈັນໄດ້ສ້າງ ຂຶ້ນຕາມມາດຖານ 5 ດາວຂອງ ຍຸກສະໄໝແຕ່ຍັງຮັກສາເອກະ ລັກວັດທະນະທຳພິເສດຂອງປະເທດລ້ານຊ້າງ    ໃນທີ່ຕັ້ງສະດວກສະບາຍໃຫ້ແກ່ຜູ້ມາພັກເຊົາ ສາມາດອອກໄປທຽວຊົມໃນຈຸດທ່ອງທ່ຽວທີ່ມີຊື່ສຽງຂອງນະຄອນ ຫລວງວຽງຈັນເຊັ່ນ: ທາດຫລວງ, ສວນປະຕູໄຊ ແລະ ຕະຫລາດໃຫຍ່ຕ່າງໆ. ໂຮງແຮມ 5 ດາວແຫ່ງນີ້ລວມມີຫ້ອງນອນຈຳນວນ 331 ຫ້ອງ ທີ່ໄດ້ຕົບແຕ່ງໄປດ້ວຍອຸປະກອນເຄື່ອງໃຊ້ທີ່ທັນສະໄໝ ແລະ ຫລູຫລາ ແລະ ສາມາດຮອງຮັບແຂກຜູ້ມາພັກເຊົາໄດ້ຫລາຍເຖິງ 700 ຄົນ ແລະ ເປັນໂຮງແຮມທີ່ສະຫງົບງຽບໃຫ້ແກ່ຜູ້ມາພັກເຊົາໄດ້ພັກຜ່ອນຢ່າງສະດວກສະບາຍໃນຈຸດສູງຂອງແຕ່ລະຊັ້ນ ພວກເຮົາສາມາດແນມເຫັນທັດສະນີຍະພາບອັນງົດງາມຂອງນະຄອນຫລວງວຽງຈັນ ແລະ ມີຫ້ອງຈັດປະຊຸມ, ສຳມະນາ ແລະ ຈັດງານລ້ຽງຕ່າງໆທີ່ປະກອບດ້ວຍເຄື່ອງສຽງທັນສະໄໝ ສາມາດຮອງຮັບແຂກໄດ້ແຕ່ 500-800 ຄົນ, ພ້ອມສາມາດປັບປ່ຽນຫ້ອງດັ່ງກ່າວໄດ້ຫລາຍຮູບແບບທີ່ແຕກຕ່າງກັນ. ພ້ອມນັ້ນ ຍັງປະກອບມີຫ້ອງອາຫານພິເສດຈຳນວນ 4 ຫ້ອງ ຄືຫ້ອງສະຫລອງໄຊ, ດອກຈຳປາ, ແສງທຽນບາ ແລະ ຫ້ອງແຄນລາວບາ ສາມາດຮອງຮັບແຂກໄດ້ຫລາຍເຖິງ 400 ຄົນ ທີ່ສາມາດຊີມອາຫານດ້ວຍພໍ່ຄົວທີ່ດີຫລາຍຊະນິດ ຄືອາຫານອາຊີ, ເອີຣົບ ແລະ ອາຫານທ້ອງຖິ່ນຕ່າງໆ ເພື່ອຮອງຮັບການຈັດງານລ້ຽງ, ງານພົບປະສ້າງສັນ ແລະ ງານບັນເທີງຕ່າງໆ ພ້ອມລະບົບຫ້ອງຄາຣາໂອເກະລະດັບສູງ ຈຳນວນ 5 ຫ້ອງ ທີ່ຕິດຕັ້ງລະບົບເຄື່ອງສຽງມີຄຸນນະພາບສູງ. ພ້ອມນັ້ນ ຍັງມີສູນແອບກາຍ, ສະລອຍນ້ຳ, ຫ້ອງຮົມຢາ ແລະ ອົບນວດ ເພື່ອສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ຜູ້ມາພັກເຊົາໄດ້ຜ່ອນຄາຍຊີວິດ.

     ຜ່ານການດຳເນີນທຸລະກິດດ້ານໂຮງແຮມມາກວ່າ 20 ປີແລ້ວ, ປັດຈຸບັນກຸ່ມໂຮງແຮມ ເມືອງແທງ ມີໂຮງແຮມຢູ່ 38 ແຫ່ງໃນແຂວງຕ່າງໆທົ່ວປະເທດຫວຽດນາມ ແລະ ນີ້ເປັນໂຮງແຮມລະດັບ 5 ດາວທຳອິດຂອງກຸ່ມທີ່ໄດ້ອອກມາລົງທຶນຢູ່ຕ່າງປະເທດ ອັນຈະເປັນຍຸດທະສາດໜຶ່ງແຫ່ງເສັ້ນທາງກ້າວເດີນຂອງເຄື່ອງໝາຍການຄ້າ ເມືອງແທງຕໍ່ໆໄປ.

No comments:

Post a Comment