Ad

Ad

29 July 2016

ມາເລເຊຍໃຫ້ຄວາມຮູ້ກ່ຽວກັບນ້ຳມັນປາມ


        ວັນທີ 28 ກໍລະກົດນີ້, ສະຖານທູດມາເລເຊຍປະຈຳລາວຮ່ວມກັບບໍລິສັດນ້ຳມັນປາມມາເລເຊຍໄດ້ຈັດກອງປະຊຸມສຳມະນາໃຫ້ຄວາມຮູ້ກ່ຽວກັບນ້ຳມັນປາມ ແລະ ແນະນຳຜະລິດຕະພັນຕ່າງໆຈາກນ້ຳມັນປາມຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສົມຈິດ ອິນທະມິດ ຮອງລັດເຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານເອກອັກຄະລັດຖະທູດມາເລເຊຍປະຈຳລາວ.
ທ່ານ ເອກອັກຄະລັດຖະທູດກ່າວໃນພິທີວ່າ: ງານສຳມະນາຄັ້ງນີ້ໄດ້ຈັດຂື້ນເປັນຄັ້ງທຳອິດຢູ່ ສປປ ລາວ, ໃນທາມກາງບັນຍາກາດທີ່ລາວ ແລະ ມາເລເຊຍພວມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 50 ປິ ແລະ ເຊື້ອ ໝັ້ນວ່າງານສຳມະນາຄັ້ງນີ້ຈະເຮັດໃຫ້ພາກສ່ວນທຸລະກິດຂອງລາວ ແລະ ພາກສ່ວນທຸກິດນ້ຳມັນປາມຂອງມາເລເຊຍມີໂອກາດໄດ້ພົວພັນຮ່ວມມືກັນແໜ້ນແຟ້ນຂື້ນຕື່ມ, ຕະຫຼອດໄລຍະ 50 ປີຜ່ານມາມາເລເຊຍ ແລະ ລາວໄດ້ມີການພົວພັນຮ່ວມມືກັນນັບມື້ກວ້າງ ຂວາງ, ໂດຍສະເພາະແມ່ນການພົວພົວຮ່ວມມືດ້ານ
ເສດຖະກິດ, ປະຊົນຊົນທັງສອງປະເທດມີການ ທ່ອງທ່ຽວໄປມາ, ພິເສດແມ່ນການນຳທັງສອງປະເທດໄດ້ໄປມາຫາສູ່ກັນ  ແລະ ໃນນາມເອກອັກຄະລັດຖະທູດມາເລເຊຍປະຈຳລາວຂໍໃຫ້ຄຳໝັ້ນວ່າຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້ຫຼາຍຂຶ້ນ.

          ທ່ານທູດກ່າວວ່າ: ມາເລເຊຍເປັນປະເທດໜຶ່ງທີ່ປະສົບຜົນສຳເລັດໃນອຸດສະຫະກຳນ້ຳມັນປາມ, ຊຶ່ງເຮັດໃຫ້ປະຊາຊົນມີລາຍຮັບ ແລະ ມີຊີວິດການເປັນຢູ່ດີຂື້ນ ແລະ ເຊື້ອໝັ້ນວ່າຈາກການພົວພັນທາງທຸລະກິດໃນອຸດສາຫະກຳດັ່ງກ່າວຂອງທັງສອງປະເທດລາວ-ມາເລເຊຍຈະເປັນອີກວຽກງານໜຶ້ງທີ່ຈະຊ່ວຍໃຫ້ປະຊາຊົນລາວຫຼຸດພົ້ນອອກຈະສະຖານະພາບດ້ວຍພັດທະນາໃນອະນາຄົດ ແລະ ມາເລເຊຍເອງກໍພ້ອມທີ່ຈະໃຫ້ການຊ່ວຍເຫຼືອລາວໃນອຸດສາຫະກຳນ້ຳມັນປາມ ແລະ ວຽກງານອື່ນໆຫຼາຍຂຶ້ນ.

No comments:

Post a Comment