Ad

Ad

29 July 2016

ເຊັນສັນຍາກໍ່ສ້າງໂຄງການນ້ຳສະອາດຢູ່ແຂວງຜົ້ງສາລີ

          ພິທີເຊັນສັນຍາກໍ່ສ້າງໂຄງການນ້ຳສະອາດ, ບ້ານໂພນແກ້ວ, ເມືອງ ແລະ ແຂວງຜົ້ງສາລີ, ໄດ້ມີຂຶ້ນໃນວັນທີ 28 ກໍລະກົດນີ້, ທີ່ຫ້ອງການປະສານງານແຜນງານພັດທະນາເຂດເນີນສູງເຂດພາກເໜືອ ( NUOP ) ໃນແຂວງດັ່ງກ່າວ, ລະຫວ່າງພະແນກກະສິກຳ ແລະ ປ່າໄມ້ແຂວງຜົ້ງສາລີ, ທັງເປັນຜູ້ປະຕິບັດງານແຜນງານພັດທະນາເຂດເນີນສູງພາກເໜືອ ແລະ ບໍລິສັດຍອດບໍລິການເຄື່ອງກໍ່ ສ້າງ (ຜູ້ຮັບເໝົາສະໜອງອຸປະກອນ), ໂດຍມີອຳນາດການປົກ ຄອງເຂົ້າຮ່ວມເປັນສັກຂີພະຍານ.


ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຜົ້ງສາລີໃຫ້ຮູ້ວ່າ: ໂຄງການດັ່ງກ່າວສ້າງຂຶ້ນເພື່ອສະ    ໜອງນ້ຳສະອາດໃຫ້ປະຊາຊົນ 14 ບ້ານເປົ້າໝາຍຂອງ 3 ເມືອງຄື: ເມືອງຂວາ  7 ບ້ານ, ເມືອງໃໝ່ 3 ບ້ານ ແລະ ເມືອງສຳພັນ 4 ບ້ານ, ລວມມູນຄ່ການກໍ່ ສ້າງທັງໝົດປະມານ 1,9 ຕື້ກີບ.

No comments:

Post a Comment