Ad

Ad

29 July 2016

ລັດຈະເປີດກວ້າງການພັດທະນາວຽກງານໄອຊີທີ


         ແຜນພັດທະນາເສດຖະກິດ-ສັງຄົມຫ່ງຊາດ 5 ປີຄັ້ງທີ VIII (2016-2020) ລະບຸວ່າ: ລັດຖະບານຈະເປີດກວ້າງໃຫ້ເອກະຊົນເຂົ້າມາປະກອບສ່ວນພັດທະນາວຽກງານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານຫລາຍກວ່າເກົ່າ, ພາຍຫລັງໄດ້ຕັ້ງຄາດໝາຍໄວ້ຄື: ສ້າງປ່ອງບໍລິການໄປສະນີແບບອັດຕະໂນມັດໃຫ້ສໍາເລັດໃນທຸກແຂວງທົ່ວປະເທດ, ສ້າງສູນອິນເຕີເນັດແຫ່ງຊາດສຳຮອງຢູ່ພາກເໜືອ ແລະ ພາກກາງ, ສົ່ງເສີມການນໍາໃຊ້ດາວທຽມລາວແທນຂອງສາກົນໃຫ້ຫລາຍຂຶ້ນ, ສ້າງລະບົບປະຊຸມທາງໄກໃນອົງການລັດ, ເຮັດໃຫ້ປະຊາຊົນຮູ້ນໍາໃຊ້ຄອມພິວເຕີບັນລຸຫລາຍກວ່າ 30%, ອິນເຕີເນັດ 40%, ອັດຕາສ່ວນການນໍາໃຊ້ໂທລະສັບມືຖືກວມ 100% ຂອງປະຊາກອນທັງໝົດທົ່ວປະເທດ ແລະ ຂະຫຍາຍສະຖານີຮັບສົ່ງສັນຍານລະບົບ 3G ແລະ 4G ໃຫ້ກວມທຸກພື້ນທີ່ທົ່ວປະ

ເທດຢ່າງມີຄຸນນະພາບ ແລະ ຕົ້ນທຶນປະຢັດ. ໂດຍລັດຖະບານຈະດໍາເນີນການຄົ້ນຄວ້າ, ສ້າງ ແລະ ປັບປຸງກົດໝາຍ ແລະ ລະບຽບການຕ່າງໆ ເພື່ອຄຸ້ມຄອງການໃຫ້ບໍລິການລະບົບໄອຊີທີປະເທດຕ່າງໆ, ກໍານົດນະໂຍບາຍສົ່ງເສີມການດຶງດູດການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດໃສ່ລະບົບໄອຊີທີໃຫ້ຫລາຍ ແລະ ກວ້າງຂວາງກວ່າເກົ່າ ເພື່ອແນ່ໃສ່ພັດທະນາໂຄງລ່າງພື້ນຖານດ້ານໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານທາງອີເລັກໂຕນິກທີ່ມີຄວາມໄວສູງ ແລະ ມີຄຸນນະພາບ, ທັງປະກອບສ່ວນເຂົາໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ເຂັ້ມແຂງ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້.

No comments:

Post a Comment