Ad

Ad

29 July 2016

ສະພາການຄ້າມອບລາງວັນໃຫ້ຫົວໜ່ວຍທຸລະກິດດີເດັ່ນປະຈຳປີ 2016

          ວັນທີ 27 ກໍລະກົດນີ້, ທີ່ນະຄອນຫລວງວຽງຈັນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດພິທີມອບ-ຮັບລາງວັນທຸລະກິດດີເດັ່ນຂອງ ສປປ ລາວ ແລະ ທຸລະກິດດີເດັ່ນອາຊຽນ ປະຈຳປີ 2016, ໂດຍມີທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແລະ ບັນ ດາທຸລະກິດຈາກຂະແໜງການຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.

          ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກ່າວວ່າ: ລາງວັນນີ້ ແມ່ນມອບໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການປະ ກອບສ່ວນສ້າງສາພັດທະນາ ສປປ ລາວ ໃນໄລຍະ 40 ປີຜ່ານມາ ແລະ ທຸລະກິດດີເດັ່ນອາຊຽນຂອງລາວ, ໃນນັ້ນ ມີ 46 ຫົວໜ່ວຍໄດ້ຮັບລາງ  ວັນທຸລະກິດດີເດັ່ນຂອງລາວ ແລະ 19 ຫົວໜ່ວຍແມ່ນໄດ້ຮັບລາງວັນ
ທຸລະກິດດີເດັ່ນອາຊຽນ, ໂດຍໄດ້ຄັດເລືອກເອົາຜົນງານຂອງແຕ່ລະຫົວໜ່ວຍທຸລະກິດໃນທົ່ວປະເທດມາແຂ່ງຂັນກັນ ເພື່ອແນໃສ່ສົ່ງເສີມນັກທຸລະກິດຂອງລາວ ສາມາດພັດທະນາຕົນເອງໃຫ້ມີຄວາມໂດດເດັ່ນຍິ່ງຂຶ້ນ.

No comments:

Post a Comment