Ad

Ad

29 July 2016

ລາວຈະປັບປຸງນະໂຍບາຍຊຸກຍູ້ພາກທຸລະກິດໃຫ້ເຂັ້ມແຂງ

           ໃນໂອກາດພົບປະໂອ້ລົມຕໍ່ພາກທຸລະກິດໃນທົ່ວປະເທດຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃນຕອນບ່າຍວັນທີ 27 ກໍລະກົດນີ້ຢູ່ໂຮງແຮມດອນຈັນພາເລດ, ນະຄອນລວງວຽງຈັນ ໄດ້ຢືນຢັນຢ່າງໜັກແໜ້ນວ່າ: ລັດຖະບານຈະເລັ່ງປັບປຸງນະໂຍບາຍຕ່າງໆ ເພື່ອສ້າງບັນຍາກາດທີ່ອໍານວຍ ແລະ ຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດມີຄວາມເຕີບໃຫຍ່ເຂັ້ມແຂງ,ພາຍຫລັງເຫັນວ່າພາກທຸລະກິດ,ຜູ້ປະກອບການເອກະຊົນຕ່າງໆ ລ້ວນແລ້ວແຕ່ແມ່ນໝໍ່ແໜງສໍາຄັນໃນການສ້າງພື້ນຖານເສດຖະກິດຂອງຊາດໃຫ້ໜັກແໜ້ນເຂັ້ມແຂງ.

              ທ່ານນາຍົກລັດຖະມົນຕີ ກ່າວວ່າ: ໃນຕໍ່ໜ້ານີ້, ເພື່ອຮັບປະກັນໃຫ້ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ບັນລຸຜົນເປັນຈິງນັ້ນ, ກ່ອນອື່ນໝົດພວກເຮົາຕ້ອງຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢ່າງໜັກ
ແໜ້ນ, ພັດທະນາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020 ໂດຍມີການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງມີປະສິດທິຜົນ ແລະ ຍືນຍົງ, ສູ້ຊົນຮັບປະກັນໃຫ້ເສດຖະກິດແຫ່ງຊາດຂະຫຍາຍຕົວຕໍ່ເນື່ອງ ແລະ ມີຄຸນນະພາບຕາມທິດຫັນເປັນອຸດສະຫະກໍາ ແລະ ທັນສະໄໝ, ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ,ສ້າງກໍາລັງແຮງງານໃຫ້ມີສີມື, ມີລະບຽບວິໄນ ແລະ ດຸໝັ່ນ ເພື່ອສາມາດຕອບສະໜອງໃຫ້ແກ່ບັນດາຫົວໜ່ວຍເສດຖະກິດໄດ້ພຽງພໍ ແລະ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້ ແຕ່ຢາກເຮັດໄດ້ແນວນີ້ກ່ອນອື່ນໝົດລັດຖະບານຈະພະຍາຍາມເອົາໃຈໃສ່ແກ້ໄຂຂໍ້ຫຍຸ້ງຍາກຕ່າງໆທີ່ກົດໜ່ວງທ່ວງດຶງການຂະຫຍາຍຕົວຂອງເສດຖະກິດເວົ້າລວມ, ເວົ້າສະເພາະກໍຄືພາກທຸລະກິດໃຫ້ໝົດໄປໂດຍໄວ, ຊຶ່ງໃນສະເພາະໜ້ານີ້ຈະເລັ່ງປັບປຸງນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບຂົງເຂດເສດຖະກິດ ເປັນຕົ້ນ: ປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນໃຫ້ສອດຄ່ອງດີຂື້ນ, ປັບປຸງຂັ້ນຕອນການອະນຸຍາດລົງທຶນ, ການນໍາເຂົ້າ-ສົ່ງອອກສີນຄ້າໃຫ້ສັ້ນລົງ ເພື່ອປະຢັດທັງຕົ້ນທຶນ ແລະ ເວລາ, ສົ່ງເສີມ ແລະ ດຶງດູດການລົງທຶນເຂົ້າໃນເຂດເສດຖະກິດພິເສດ ແລະ ສະເພາະໃຫ້ຫລາຍຂຶ້ນດ້ວຍການກໍານົດນະໂຍບາຍດ້ານອັດຕາພາສີ-ອາກອນໃຫ້ເໝາະສົມ ແລະ ອັນຮີບດ່ວນແມ່ນນາຍົກລັດຖະມົນຕີຈະແຕ່ງຕັ້ງລັດຖະ ມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີສະເພາະເພື່ອຮັບພິຊອບຮັບຄໍາສະເໜີ, ຄໍາຄິດຄໍາເຫັນຂອງພາກທຸລະກິດແລ້ວລາຍງານໂດຍກົງຕໍ່ນາຍົກລັດຖະມົນຕີເພື່ອປະສານງານໄປຫາພາກສ່ວນກ່ຽວ ຂ້ອງມີວິທີການແກ້ໄຂຢ່າງທັນການ, ເພື່ອຮັບປະກັນໃຫ້ຫົວໜ່ວຍທຸລະກິດສາມາດເຄື່ອນໄຫວໄດ້ຢ່າງຖືກຕ້ອງ, ສະດວກ, ຍຸຕິທໍາ, ໂປ່ງໃສ ບົນພື້ນຖານລະບຽບກົດໝາຍ ແລະ ປະກອບສ່ວນພັນທະຕ່າງໆໃຫ້ລັດໄດ້ເປັນຢ່າງດີ. ຄຽງຄູ່ກັນນັ້ນ, ລັດຖະບານກໍຈະພະຍາຍາມສະກັດກັ້ນບັນຫາຫຍໍ້ທໍ້ອັນບໍ່ດີຕ່າງໆໃນຂົງເຂດເສດຖະກິດ ເຊັ່ນ: ແກ້ໄຂບັນຫາການເຄື່ອນໄຫວທຸລະກິດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ການສວຍໃຊ້ໜ້າທີ່ຕໍາແໜ່ງຂອງລັດເພື່ອສ້າງຜົນປະໂຫຍດໃຫ້ຕົນເອງ ແລະ ພັກພວກ, ພ້ອມຕ້ານການສໍ້ລາດບັງຫລວງ ແລະ ອື່ນໆໃຫ້ມີປະສິດທິຜົນດີຂຶ້ນ, ຊຶ່ງບັນຫາການສໍ້ລາດບັງຫລວງນີ້, ປັດຈຸບັນເຖິງວ່າໄດ້ມີມາດຕະການ ແລະ ກົນໄກ ເພື່ອກວດກາ ແລະ ແກ້ໄຂຈໍານວນໜຶ່ງແລ້ວ, ແຕ່ລັດຖະບານຍັງຈະສືບຕໍ່ຄົ້ນຄວ້າວິທີ ແລະ ມາດຕະການເດັດຂາດ, ເພື່ອເຮັດແນວໃດໃຫ້ທຸກຄົນໃນສັງຄົມມີແນວຄິດບໍ່ຢາກ, ບໍ່ກ້າ ແລະ ບໍ່ສາມາດສໍ້ລາດບັງຫລວງ.

No comments:

Post a Comment